ຈີນອັດສີດເງິນເລັ່ງພັດທະນາ ຊິບປະມວນຜົນຂອງຕົນເອງ ຫຼັງ ອາເມຣິກາ ຈຳກັດການສົ່ງອອກຊິບໃຫ້ ຈີນ

ຊິບປະມວນ

ເມື່ອໄລຍະ 2 ອາທິດ ທີ່ຜ່ານມາ ສະຫະລັດ ອາເມຣິກາ ໄດ້ມີການປະກາດມາດຕະການຈຳກັດການສົ່ງອອກ ຊິບເຊັດ ຫຼື ຊິບປະມວນຜົນ ໃຫ້ກັບ 32 ບໍລິສັດ ສັນຊາດຈີນ ເຊິ່ງເຮັດໃຫ້ຈີນຕ້ອງພະຍາຍາມຢ່າງສຸດຄວາມສາມາດ ເພື່ອລົດການເພິ່ງພາການນຳເຂົ້າ ຊິບປະມວນຜົນຈາກອາເມຣິກາ ໃຫ້ຫຼາຍທີ່ສຸດ.

ຊິບປະມວນ

ຫຼ້າສຸດ ລັດຖະບານຈີນໄດ້ອອກນະໂຍບາຍສະໜັບສະໜູນບໍລິສັດທີ່ຜະລິດຊິບພາຍໃນະເທດ ດ້ວຍການຈ່າຍເງິນອັດສີດຫຼາຍກວ່າເກົ່າເປັນ 2 ເທົ່າ ເພື່ອເພີ່ມແຮງຈູງໃຈ ແລະ ກະຕຸ້ນໃຫ້ເກີດການພັດທະນາ ແລະ ຜະລິດຊິບພາຍໃນປະເທດໃຫ້ຫຼາຍຂຶ້ນ ເພື່ອລົດການນໍາເຂົ້າຈາກສະຫະລັດອາເມຣິກາ.

ຊິບປະມວນ

ເຊິ່ງນະໂຍບາຍດັ່ງກ່າວແມ່ນຂຶ້ນຢູ່ນຳເຂດປົກຄອງແຕ່ລະທ້ອງຖິ່ນແຕກຕ່າງກັນໄປເຊັ່ນ: ລັດຖະບານທ້ອງຖິ່ນຂອງມົນທົນ ເຈີຈຽງ ປະກາດວ່າຈະມອບເງິນຮາງວັນໃຫ້ແກ່ບໍລິສັດທີ່ສາມາດພັດທະນາ ຊິບປະມວນຜົນ ທີ່ໃຊ້ສິດທິບັດຂອງຕົນເອງໄດ້ສຳເລັດ.

ນອກຈາກນີ້ ບໍລິສັດທີ່ມີລາຍໄດ້ຈາກການອອກແບບ ຊິບປະມວນຜົນ ເກີນ 20 ລ້ານຢວນ, 100 ລ້ານຢວນ ແລະ 500ລ້ານຢວນ. ຈະໄດ້ຮັບເງິນສະໜັບສະໜູນຈາກລັດຖະບານທ້ອງຖິ່ນປະມານ 3 ແສນຢວນ, 1 ລ້ານຢວນ ແລະ 5 ລ້ານຢວນ ຕາມລຳດັບ.

ສ່ວນບໍລິສັດທີ່ມີລາຍໄດ້ຈາກການຂາຍ ຊິບປະມວນຜົນ ເກີນ 500 ລ້ານຢວນ, 1.000 ລ້ານຢວນ, 2.000 ລ້ານຢວນ ແລະ 5.000 ລ້ານຢວນ ຈະໄດ້ຮັບເງິນສະໜັບສະໜູນປະມານ 5 ລ້ານຢວນ, 10 ລ້ານຢວນ ແລະ 20 ລ້ານຢວນ ຕາມລຳດັບ.

ໃນຂະນະທີ່ລັດຖະບານທ້ອງຖິ່ນຂອງມົນທົນ ຈຽງຊູ ໄດ້ສະໜັບສະໜູນອຸດສາຫະກຳ Semiconductor ຜ່ານການສະໜັບສະໜູນ ອຸດສາຫະກໍາອື່ນໆ ທີ່ມີຄວາມກ່ຽວຂ້ອງກັນເຊັ່ນ: ອຸດສາຫະກຳ ຊອບແວ ຊີວະການແພດ ແລະ ລະບົບໂຄງຂ່າຍໄຟຟ້າ.

ຊິບປະມວນ

ສ່ວນໃນເມືອງ ເຊິນເຈິນ ເຖິງແມ່ນວ່າຈະມີຊື່ສຽງໃນຖານະເປັນເມືອງສູນກາງຂອງເທັກໂນໂລຢີຂອງຈີນຢູ່ແລ່ວ ແຕ່ລັດຖະບານທ້ອງຖິ່ນຂອງເຊິນເຈິນ ກໍໄດ້ກຽມງົບປະມານໄວ້ປະມານ 10 ລ້ານຢວນຕໍ່ປີ ເພື່ອໃຫ້ການສະໜັບສະໜູນບໍລິສັດທີ່ຜະລິດ ຊິບປະມວນຜົນ ຂອງຈີນ ດ້ານຊັບສິນທາງປັນຍາ ສຳລັບການວິໄຈເພື່ອອອກແບບ ແລະ ຜະລິດຊິບປະມວນຜົນໂດຍສະເພາະ.

ແຕ່ຢ່າງໃດກໍຕາມ ຫຼາຍຝ່າຍກໍຍັງເບິ່ງວ່າການໃຊ້ງົບປະມານອັນມະຫາສານເພື່ອສະໜັບສະໜູນບໍລິສັດຜະລິດຊິບປະມວນຜົນ ພາຍໃນປະເທດ ຢ່າງດຽວອາດຈະບໍ່ພໍ່ ໂດຍສະເພາະປະເດັນການຂາດຄວາມຊ່ຽວຊານ ລວມເຖິງທິດທາງຂອງນະໂຍບາຍຂອງແຕ່ລະທ້ອງຖິ່ນນັ້ນຍັງບໍ່ຊັດເຈນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/