ຊາວເປຣູເສຍຊີວິດຢ່າງໜ້ອຍ 21 ຄົນ ສາເຫດມາຈາກການດື່ມເຫຼົ້າເຖື່ອນທີ່ປົນເປື້ອນສານພິດ

ຊາວເປຣູ

ສຳນັກຂ່າວ AP ໄດ້ລາຍງານໃນວັນທີ 20 ຕຸລາ 2022 ວ່າທາງການຂອງປະເທດເປຣູໄດ້ເຮັດການເລັ່ງເຂົ້າກວດສອບບັນດາຮ້ານຄ້າໃນຕະຫຼາດຂອງເມືອງຮົວນູໂກ (Huanuco) ຫຼັງຈາກມີລາຍງານຜູ້ເສຍຊີວິດຢ່າງໜ້ອຍ 21 ຄົນໃນໄລຍະອາທິດທີ່ຜ່ານມາ ເນື່ອງຈາກບັນດາຜູ້ເສຍຊີວິດດັ່ງກ່າວໄດ້ຊື້ເຫຼົ້າເຖື່ອນມາດື່ມພ້ອມນັ້ນຍັງມີລາຍງານວ່າມີຜູ້ລົ້ມປ່ວຍອີກຈຳນວນໜຶ່ງທີ່ຍັງຢູ່ໃນໂຮງໝໍ ໂດຍສາເຫດແມ່ນຄາດວ່າເກີດມາຈາກການປະສົມແອລກໍຮໍຊະນິດທີ່ເປັນອັນຕະລາຍຕໍ່ຮ່າງກາຍໃນເຄື່ອງດື່ມດັ່ງກ່າວແລະນຳມາຈຳໜ່າຍ.

ຊາວເປຣູ

ນອກຈາກນີ້ ສຳນັກຂ່າວ AP ຍັງໄດ້ມີການເຜີຍແຜ່ວິດີໂອທີ່ສະແດງໃຫ້ເຫັນລົດສຸກເສີນທີ່ໄດ້ແລ່ນໄປຍັງຈຸດເກີດເຫດທີ່ມີຄົນນອນໝົດສະຕິຈາກການດື່ມເຫຼົ້າດັ່ງກ່າວ ແລະໄດ້ພາບຸກຄົນດັ່ງກ່າວໄປສົ່ງທີ່ໂຮງໝໍຢ່າງຮີບດ່ວນ.

ຢ່າງໃດກໍຕາມ ຫຼັງເກີດເຫດທາງເຈົ້າໜ້າທີ່ໄດ້ເລັ່ງກະຈາຍກໍາລັງເຂົ້າກວດຮ້ານຄ້າໃນຕະຫຼາດທີ່ມີການຈໍາໜ່າຍເຄື່ອງດື່ມແອລກໍຮໍທຸກຮ້ານ ເພື່ອຫາແຫຼ່ງທີ່ມາຂອງເຫຼົ້າພິດພ້ອມກັບມີການເກັບຕົວຢ່າງຂອງເຄື່ອງດື່ມແອລກໍຮໍທຸກຊະນິດທີ່ມີການຈໍາໜ່າຍໃນລາຄາຖືກ.

ຊາວເປຣູ

ທັງນີ້ ເບື້ອງຕົ້ນເຈົ້າຂອງຮ້ານຄ້າຕ່າງກໍພາກັນໃຫ້ຂໍ້ມູນແກ່ເຈົ້າໜ້າທີ່ກົງກັນວ່າ ພວກເຂົາບໍ່ຮູ້ວ່າແອລກໍຮໍທີ່ຮັບມາຂາຍຜະລິດມາຈາກສະຖານທີ່ໃດ ໂດຍມີໜ້າທີ່ພຽງຮັບຈາກຜູ້ຄ້າສົ່ງມາຂາຍຕໍ່ເທົ່ານັ້ນ ແລະໃນເບື້ອງຕົ້ນ ເຈົ້າໜ້າທີ່ໄດ້ສັ່ງລະງັບການຈໍາໜ່າຍເຫຼົ້າທີ່ມີການຜະລິດແລ້ວ ໂດຍຈະລໍຖ້າຜົນທົດສອບອີກປະມານ 1 ອາທິດເພື່ອລະບຸຊັດເຈນໄດ້ວ່າ ເຄື່ອງດື່ມແອລກໍຮໍຂອງຜູ້ຜະລິດໃດທີ່ມີສານພິດ ແລະສານພິດຕົວໃດທີ່ເຮັດໃຫ້ເກີດອັນຕະລາຍ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/