ບໍລິສັດລົດໄຟ ລາວ-ຈີນ ເຝິກຊ້ອມຮັບມື ເຫດການສຸກເສີນ ເພື່ອຄວາມປອດໄພຂອງຜູ້ໃຊ້ບໍລິການ

ບໍລິສັດລົດໄຟ ລາວ-ຈີນ

ໃນວັນທີ 18 ຕຸລາ 2022 ນີ້, ບໍລິສັດທາງລົດໄຟ ລາວ-ຈີນ ຈໍາກັດ ໄດ້ດຳເນີນການເຝິກຊ້ອມຮັບມືສຸກເສີນ ເພື່ອທົດສອບການເບຣກ ແລະ ຕ້ານການເລື່ອນຂອງລົດໄຟ EMU ເມື່ອຕ້ອງຈອດກະທັນຫັນ ຢູ່ທາງຄ້ອຍຊັນ, ພ້ອມທັງ ເຝິກອົບຮົມຄວາມສາມາດຮັບມືສຸກເສີນ ໃນການອົບພະຍົບຜູ້ໂດຍສານ ຫາກມີເຫດການໄຟໄໝ້ ໃນອຸໂມງທາງຍາວ ເພື່ອຮັບປະກັນວ່າຂັ້ນຕອນໃນການອົບພະຍົບ ໄດ້ຖືກຈັດຕັ້ງປະຕິບັດຢ່າງຖືກຕ້ອງ ແລະ ອຸປະກອນຕ່າງໆ ສາມາດໃຊ້ງານໄດ້ຢ່າງມີຄຸນະພາບ ເພື່ອຄວາມປອດໄພຂອງຜູ້ໂດຍສານ.

ບໍລິສັດລົດໄຟ ລາວ-ຈີນ

ໃນການເຝິກຊ້ອມ ຄັ້ງນີ້, ຂະບວນລົດໄຟ EMU ໄດ້ເດີນທາງໄປຍັງຈຸດເຝິກຊ້ອມເຫດການສຸກເສີນລະຫວ່າງທາງຂຶ້ນຄ້ອຍເຂດຜາຕັ້ງ ແລະ ກາສີ, ເນື່ອງຈາກປັດໄຈທີ່ບໍ່ສາມາດຄາດເດົາໄດ້, ລົດໄຟຈໍາເປັນຕ້ອງໄດ້ເບຣກສຸກເສີນ, ຄົນຂັບລົດໄຟ ຈຶ່ງໄດ້ນຳໃຊ້ມາດຕະການເບຣກສຸກເສີນໝົດຂະບວນ. ສ່ວນພະນັກງານຈຸລົດ ໄດ້ກວດເບິ່ງສະພາບການຈອດລົດ, ບັນທຶກຂໍ້ມູນເຄື່ອງ. ການເຝິກຊ້ອມຄັ້ງນີ້ ຍັງໄດ້ກວດສອບວ່າການປະຕິບັດການເບຣກ ແລະ ການຕ້ານການເລື່ອນຂອງລົດໄຟ EMU ຢູ່ເທິງຄ້ອຍສູງຕອບສະໜອງມາດຕະຖານຄວາມປອດໄພຂອງການແລ່ນລົດໄຟ. ຫຼັງຈາກນັ້ນ, ລົດໄຟ EMU ໄດ້ສືບຕໍ່ແລ່ນໄປເຖິງອຸໂມງ ນາສັງທອງ ແລະ ໄດ້ຈໍາລອງເຫດການໄຟໄໝ້ ທີ່ຕູ້ລົດໄຟເບີ 5 ແລະ ຈຳລອງອົບພະຍົບຜູ້ໂດຍສານໃຫ້ອອກໄປຈາກລົດໄຟ ໂດຍການນຳທາງຜູ້ໂດຍສານ ໄປຍັງປະຕູທາງອອກສຸກເສີນຂອງອຸໂມງ ແລະ ອອກໄປຍັງຈຸດປອດໄພ.

ບໍລິສັດລົດໄຟ ລາວ-ຈີນ

ຜ່ານການເຝິກຊ້ອມຮັບມືເຫດການສຸກເສີນໃນຄັ້ງນີ້, ໄດ້ກວດສອບສະພາບການສົ່ງຂໍ້ມູນ, ການຮັບມືກັບເຫດການສຸກເສີນສະເພາະໜ້າ ແລະ ການປະຕິບັດມາດຕະການຂອງພະນັກງານຄວບຄຸມການເດີນລົດ, ຄົນຂັບລົດໄຟ, ພະນັກງານຈຸລົດໄຟ, ຊ່າງກົນຈັກເທິງລົດໄຟ ແລະ ເຈົ້າໜ້າທີ່ຕຳຫຼວດ ພາຍຫລັງເກີດເຫດສຸກເສີນເທິງລົດໄຟ ແລະ ໄດ້ທົດສອບວ່າ ແຜນການເຄື່ອນຍ້າຍຜູ້ໂດຍສານໃນອຸໂມງທາງຍາວ ແມ່ນຖືກຕ້ອງຕາມຫຼັກວິທະຍາສາດ, ສົມເຫດສົມຜົນ ແລະ ເປັນໄປໄດ້, ບໍ່ວ່າຈະເປັນສັນຍານເຕືອນໄພ, ແສງໄຟສຸກເສີນ, ການສື່ສານ ແລະ ອຸປະກອນອື່ນໆ ໃນອຸໂມງແມ່ນຢູ່ໃນສະພາບດີ, ພະນັກງານມີຄວາມຄຸ້ນເຄີຍກັບຈຸດເຄື່ອນຍ້າຍສຸກເສີນ ແລະ ມີຄວາມຊໍານິຊໍານານ ໃນການນໍາໃຊ້ໄຟສຸກເສີນ, ອຸປະກອນສື່ສານ, ການລະບາຍອາກາດ ແລະ ອຸປະກອນອື່ນໆທີ່ຖືກຕ້ອງ, ທັງຮັບປະກັນຄວາມປອດໄພໃນການແລ່ນລົດ ກໍຄືຊີວິດ ແລະ ຊັບສິນຂອງຜູ້ໂດຍສານຢູ່ເທິງລົດໄຟ.

ບໍລິສັດລົດໄຟ ລາວ-ຈີນ

ຂໍ້ມູນຈາກ: https://cutt.ly/mB1FGx5

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/