ສາຍເບິ່ງດາວບໍ່ຄວນພາດ! ຊວນເບິ່ງຝົນດາວຕົກ ໂອໄຣອໍນິດສ໌ ໃນກາງຄືນຂອງວັນທີ 21 ຫາ ເຊົ້າ 22 ຕຸລາ ອັດຕາການຕົກ 20ດວງ/ຊົ່ວໂມງ

ດາວ

ເວົ້າໄດ້ວ່າໃຜທີ່ເປັນສາຍເບິ່ງດາວຕ້ອງບໍ່ພາດທີ່ຈະຖ້າຮັບຊົມປາກົດການຝົນດາວຕົກໂອໄຣອໍນິດສ໌ທີ່ຈະເກີດຂຶ້ນໃນອີກບໍ່ດົນນີ້.

ດາວ

ອ້າງອີງການລາຍງານຈາກເພຈ “ NARIT สถาบันวิจัยดาราศาสตร์แห่งชาติ” ຂອງປະເທດໄທທີ່ໄດ້ອອກມາລະບຸເຖິງປາກົດການດາຣາສາດທີ່ໜ້າສົນໃຈໃນເດືອນຕຸລານີ້ ເຊິ່ງ 1 ໃນໄຮໄລ້ທີ່ໜ້າຈັບຕາເບິ່ງກໍຄື ປາກົດການຝົນດາວຕົກ ໂອໄຣອໍນິດສ໌ທີ່ມີອັດຕາການຕົກສະເລ່ຍ 20 ດວງ/ຊົ່ວໂມງ ໂດຍສາມາດສັງເກດເຫັນດ້ວຍຕາເປົ່າຕັ້ງແຕ່ເວລາປະມານ 22:30 ຂອງວັນທີ 21 ຫາ ຕອນເຊົ້າຂອງວັນທີ 22 ຕຸລາ 2022 ນີ້.

ສຳລັບຝົນດາວຕົກໂອໄຣອໍນິດສ໌ ຫຼື ອີກຊື່ຝົນດາວຕົກນາຍພານແມ່ນຈະເກີດຂຶ້ນໃນໄລຍະວັນທີ 2 ຕຸລາ – 7 ພະຈິກຂອງທຸກປີ ແລະໃນປີນີ້ຄາດວ່າມີອັດການຕົກສູງສຸດໃນຄືນວັນທີ 21-22 ຕຸລາ 2022  ມີສູນກາງການກະຈາຍຢູ່ທາງທິດຕາເວັນອອກ ບໍລິເວນແຂນຂອງກຸ່ມດາວນາຍພານ ມີອັດຕາການຕົກສູງສຸດສະເລ່ຍ 20 ດວງຕໍ່ຊົ່ວໂມງ.

ດາວ

ຝົນດາວຕົກໂອໄຣອໍນິດສ໌ ແມ່ນເກີດຈາກໂລກເຄື່ອນທີ່ຕັດຜ່ານເສັ້ນທາງການໂຄຈອນຂອງດາວຫາງຮັລເລຍ໌ (1P/Halley) ທີ່ໄດ້ເຫຼືອເສດຝຸ່ນແລະວັດຖຸຂະໜາດນ້ອຍຈຳນວນຫຼາຍໄວ້ໃນວົງໂຄຈອນຂະນະເຄື່ອນທີ່ເຂົ້າໃກ້ດວງຕາເວັນເມື່ອປີ 1986 ແຮງດຶງດູດຂອງໂລກໄດ້ດຶງດູດເສດຝຸ່ນແລະວັດຖຸຂະໜາດນ້ອຍເຂົ້າມາສຽດສີກັບຊັ້ນບັນຍາກາດໂລກເກີດການລຸກໄໝ້ ສາມາດເຫັນເປັນແສງໄຟຮຸ່ງວາບຄ້າຍກັບລູກໄຟທີ່ກະຈາຍຕົວອອກມາຈາກບໍລິເວນກຸ່ມດາວນາຍພານ ມີສີເຫຼຶອງແລະສີຂຽວສວຍງາມເຄື່ອນທີ່ຜ່ານທ້ອງຟ້າ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/