Netflix ປົດພະນັກງານຈໍານວນຫຼາຍຮ້ອຍຄົນ ຫຼັງຈາກຍອດສະໝັກສະມາຊິກລົດລົງຢ່າງຫຼວງຫຼາຍ


ເສດຖະກິດໂລກໃນປັດຈຸບັນນີ້ເອີ້ນໄດ້ວ່າວິກິດຮຸນແຮງແລະໄດ້ສົ່ງຜົນກະທົບໄປທົ່ວທຸກເຂດ ເຊິ່ງນັ້ນລວມໄປຮອດແພລັດຟອມ Streaming ຍັກໃຫຍ່ຢ່າງ Netflix ທີ່ຫຼ້າສຸດນີ້ໄດ້້ອກມາເປີດເຜີຍວ່າ ທາງບໍລິສັດກຽມປະກາດປົດພະນັກງານອີກ 300 ຄົນ ຫຼື ຄິດເປັນ 4% ຂອງຈໍານວນພະນັກງານທັງໝົດຂອງບໍລິສັດ ໂດຍສ່ວນໃຫຍ່ແມ່ນຢູ່ໃນສະຫະລັດອາເມຣິກາ ແລະກ່ອນໜ້ານີ້ Netflix ໄດ້ສັ່ງປົດພະນັກງານ 150 ຄົນໃນເດືອນພຶດສະພາທີ່ຜ່ານມາ. ທັງນີ້ສາເຫດທີ່ຕ້ອງປົດພະນັກງານເປັນຈໍານວນຫຼາຍກໍຍ້ອນມີລາຍງານວ່າ ທາງບໍລິສັດມີຍອດສະໝັກສະມາຊິກລົດລົງເປັນຄັ້ງທໍາອິດໃນຮອບ 10 ປີ.

ຂະນະນີ້ Netflix ກໍາລັງສຳຫຼວດບໍລິການທີ່ສະໜັບສະໜູນການເພີ່ມລາຍໄດ້ໃຫ້ກັບບໍລິສັດຜ່ານທາງໂຄສະນາແລະຈັດການປາບປາມການແຊຣ໌ລະຫັດຜ່ານ ພ້ອມກັນນັ້ນຍັງໄດ້ພະຍາຍາມເພີ່ມການເຕີບໃຫຍ່ຂອງຍອດສະມາຊິກອີກດ້ວຍ.

ຢ່າງໃດກໍຕາມ ຖະແຫຼງການຫຼ້າສຸດຂອງ Netflix ລະບຸວ່າບໍລິສັດແມ່ນຍັງເດີນໜ້າລົງທຶນທຸລະກິດຕໍ່ໄປ ແລະ Netflix ຈໍາເປັນຕ້ອງປັບປ່ຽນເຊິ່ງນັ້ນໝາຍລວມເຖິງການປັບໂຄງສ້າງອົງກອນເພື່ອໃຫ້ຕົ້ນທຶນຂອງບໍລິສັດສອດຄ່ອງກັບການເຕີບໃຫຍ່ຂອງລາຍໄດ້ທີ່ຊ້າລົງ ພ້ອມຍ້ຳວ່າ ບໍລິສັດແມ່ນຍັງມີການຈ້າງວຽກໃນດ້ານອື່ນໆຕໍ່ໄປ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/