ຄະນະແພດ 8 ຄົນ ກຽມຂຶ້ນສານ ຂໍ້ຫາ ຄາຕະກຳ Diego Maradona


ເດຍໂກ້ ມາຣາໂດນ່າ ສຸດຍອດນັກເຕະໃນຕຳນານຂອງວົງການບານເຕະ ທີ່ໄດ້ຮັບການເຊີດຊູ ວ່າເປັນຄົນທີ່ເກັ່ງທີ່ສຸດຄົນໜຶ່ງ ໃນປະຫວັດສາດວົງການບານເຕະ ເສຍຊີວິດລົງເມື່ອວັນທີ 25 ພະຈິກ 2020 ດ້ວຍສາເຫດ ຫົວໃຈວາຍ. ແຕ່ຫຼັງການກວດສອບສົບຢ່າງລະອຽດ ມັນໄດ້ນຳໄປສູ່ການສອບສວນເຖິງພຶດຕິກຳຂອງຄະນະແພດ 8 ຄົນ ທີ່ໃຫ້ການດູແລ ມາຣາໂດນ່າ ໃນໄລຍະສຸດທ້າຍຂອງຊີວິດ ຕຳນານ ອັນດັບ 1 ຄົນນີ້.

ຜ່ານການກວດສອບເອກະສານ ຈຳນວນ 236 ໜ້າ ໄດ້ມີລາຍງານອອກມາວ່າ ຜູ້ພິພາກສາຄະດີນີ້ ໄດ້ຕັ້ງຂໍ້ສົງໄສໃນເລື່ອງຂອງພຶດຕິກຳ ບໍ່ວ່າຈະຕັ້ງໃຈ ຫຼື ເປັນການລະເລີຍໜ້າທີ່ ເຮັດໃຫ້ນຳໄປສູ່ການສູນເສຍ.​ ເຊິ່ງຄະນະແພດທັງ 8 ຄົນ ນີ້ ຖືກຕັ້ງຂໍ້ຫາ ຄາຕະກຳຜູ້ອື່ນໂດຍເຈດຕະນາ.

ໂດຍ ມາຣິໂອ ເບົາຕຣີ ໜຶ່ງໃນທີມທະນາຍຄວາມຂອງລູກ ມາຣາໂດນ່າ ໄດ້ເປີດເຜີຍວ່າ: “ອະດີດນັກເຕະແຊ້ມໂລກ 2 ສະໄໝຢູ່ໃນສະພາບທີ່ ບໍ່ສາມາດຊ່ວຍເຫຼືອຕົນເອງໄດ້ ໃນເວລາທີ່ເສຍຊີວິດ, ທັນທີທີ່ຂ້ອຍໄດ້ຮັບຮູ້ສາເຫດ ຂ້ອຍບອກໄດ້ເລີຍວ່າມັນແມ່ນການຄາຕະກຳ. ຂ້ອຍຕໍ່ສູ້ມາຢ່າງຍາວນານ ແລະ ຕອນນີ້ເຮົາເຮັດໄດ້ແລ້ວ ຂັ້ນຕອນນີ້ໄດ້ສຳເລັດແລ້ວ”.

ສຳລັບຜູ້ຕ້ອງຫາໃນຄະດີນີ້ ປະກອບມີ ລີໂອໂປຣໂດ ລູເກ (Leopoldo Luque) ແພດລະບົບປະສາດ ເຊິ່ງເປັນແພດປະຈຳຕົວຂອງ ມາຣາໂດນ່າ, ອາກຸສຕິນ່າ ຄໍຊາຊອຟ (Agustina Cosachov) ແລະ ຄາຣອສ ດິອາສ (Carlos Diaz) ຈິດຕະແພດ ສ່ວນຕົວ, ຄິເຊບ່າ ມາດຣິດ (Gisella Madrid) ແລະ ຣິຄາໂດ ອາມິຣອນ (Ricardo Almiron) ພະຍາບານ ແລະ ມາເຣຍໂນ ເປໂຣນີ (Mariano Perroni) ເຊິ່ງເປັນຫົວໜ້າພະຍາບານ ລວມເຖິງ ເປເດຣ ດິ ສາປານຍ່າ(Pedro Di Spagna) ແລະ ແນນຊີ ໂຟຣລິນີ (Nancy Forlini) ແພດອີກ 2 ຄົນ. ໂດຍຜູ້ຖືກຫາທັງໝົດປັດຈຸບັນ ແມ່ນປະຕິເສດທຸກຂໍ້ກ່າວຫາ.

     ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/