ລາວ-ອິນເດຍ ຮ່ວມມືກັນເສີມຂະຫຍາຍຊຸກຍູ້ດ້ານເສດຖະກິດ-ສັງຄົມ


ໃນລະຫວ່າງວັນທີ 22-26 ມິຖຸນາ 2022, ທ່ານ ຣາຈ໌ກູມາ ຣານຈັ່ນ ຊິ່ງ (Rajkumar Ranjan Singh), ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ອິນເດຍ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ສປປ ລາວ ເພື່ອສືບຕໍ່ຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງສອງປະເທດ ສປປ ລາວ ແລະ ສ.ອິນເດຍ.

ໃນໂອກາດການຢ້ຽມຢາມຄັ້ງນີ້, ໃນວັນທີ 23 ມິຖຸນາ 2022 ໄດ້ມີກອງປະຊຸມພົບປະ ລະຫວ່າງສອງກະຊວງການຕ່າງປະເທດ ສປປ ລາວ ແລະ ສ.ອິນເດຍ, ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນເຫຼືອ ພັນດານຸວົງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ຣາຈ໌ກູມາ ຣານຈັ່ນ ຊິ່ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ.ອິນເດຍ.

ໃນການພົບປະດັ່ງກ່າວ, ສອງຝ່າຍ ໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ທີ່ເປັນມູນເຊື້ອ ລະຫວ່າງສອງປະເທດ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ທີ່ໄດ້ຮັບການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍຢ່າງຕໍ່ເນື່ອງຕະຫຼອດໄລຍະຜ່ານມາ ນັບຕັ້ງ ແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 2 ກຸມພາ 1956 ຈົນເຖິງປັດຈຸບັນ, ໃນປີ 2021 ໃນໂອກາດ ຄົບຮອບ 65 ປີ ວັນສ້າງຕັ້ງສາຍພົວພັນການທູດ ສອງຝ່າຍໄດ້ຮ່ວມກັນຈັດຫຼາຍກິດຈະກໍາສະເຫຼີມສະຫຼອງ ຢ່າງເປັນຂະບວນຟົດຟື້ນ ແລະ ມີຜົນສໍາເລັດຢ່າງຈົບງາມ.

ພ້ອມນີ້, ສອງຝ່າຍຍັງໄດ້ປຶກສາຫາລື ແລະ ທົບທວນຄືນ ກ່ຽວກັບ ການພົວພັນຮ່ວມມືໃນໄລຍະຜ່ານມາ ແລະ ວາງທິດທາງແຜນການຮ່ວມມືໃນຕໍ່ໜ້າ ເພື່ອເຮັດໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຂອງສອງປະເທດ ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ, ເປັນຕົ້ນແມ່ນການຊຸກຍູ້ການພົວພັນຮ່ວມມືທາງດ້ານປ້ອງກັນຊາດ, ດ້ານການສຶກສາ, ດ້ານວັດທະນະທໍາ, ດ້ານກະສິກໍາ, ດ້ານສາທາລະນະສຸກ, ດ້ານການຄ້າ ແລະ ການລົງທຶນ. ນອກຈາກນີ້, ສອງຝ່າຍ ຍັງໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບ ສະພາບການພັດທະນາເສດຖະກິດ- ສັງຄົມ ພາຍໃນຂອງແຕ່ລະປະເທດ ແລະ ແລກປ່ຽນຄໍາຄິດເຫັນ ກ່ຽວກັບສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ.

ໃນວັນດຽວກັນ, ທ່ານ ຣາຈ໌ກູມາ ຣານຈັ່ນ ຊິ່ງ ໄດ້ເຂົ້າຢ້ຽມຄຳນັບ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ເຊິ່ງ ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ຜົນສໍາເລັດຂອງ ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ສອງຮອງລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ ແລະ ສ.ອິນເດຍ, ພ້ອມທັງໄດ້ອວຍພອນໃຫ້ ການຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ຂອງຄະນະຜູ້ແທນ ອິນເດຍ ໃນຄັ້ງນີ້ ປະສົບຜົນສໍາເລັດຕາມລະດັບຄາດໝາຍ.

ໃນໂອກາດຢ້ຽມຢາມ ສປປ ລາວ ຄັ້ງນີ້, ຄະນະຜູ້ແທນ ສ.ອິນເດຍ ຍັງຈະໄດ້ພົບປະເຮັດວຽກກັບບັນດາກະຊວງທີ່ກ່ຽວຂ້ອງ ແລະ ເຂົ້າຮ່ວມງານສໍາຄັນອື່ນໆ ເປັນຕົ້ນ: ເຂົ້າຢ້ຽມຄຳນັບ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ລັດຖະມົນຕີກະ ຊວງກະສິກໍາ ແລະ ປ່າໄມ້, ເຂົ້າຮ່ວມພິທີວາງສີລາລຶກ ໂຄງການກໍ່ສ້າງອ່າງເກັບນໍ້າ ໄຊຍະບູລີ ແບບທາງໄກ, ພິທີມອບ-ຮັບ ສູນພັດທະນາຜູ້ປະກອບການກິດຈະການ ພາຍໃຕ້ການຊ່ວຍເຫຼືອຂອງລັດຖະບານອິນເດຍ (ຫຼັກ 8). ນອກຈາກນີ້, ຄະນະຜູ້ແທນ ສ.ອິນເດຍ ຍັງຈະເດີນທາງຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງຈໍາປາສັກ ໂດຍຈະໄດ້ພົບປະກັບການນໍາແຂວງ ແລະ ຢ້ຽມຢາມບັນດາໂຄງການທີ່ ລັດຖະບານອິນເດຍ ໃຫ້ການຊ່ວຍເຫຼືອ ແລະ ຈັດຕັ້ງປະຕິບັດຢູ່ແຂວງດັ່ງກ່າວ, ເປັນຕົ້ນ ໂຄງການປົກປັກຮັກສາ ແລະ ປະຕິສັງຂອນ ວັດພູຈໍາປາສັກ ໄລຍະ 2, ໂຄງການຊ່ວຍເຫຼືອປູກໝາກແໜ່ງຂຽວ ແລະ ອື່ນໆ.

ຂອບໃຈຂໍ້ມູນຈາກ: https://cutt.ly/LKndhEJ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/