ວັນທີ 24-25 ມິຖຸນາ ຊວນເບິ່ງ ຂະບວນພາເຫຼດດາວເຄາະ 5 ດວງລຽນກັນ ສາມາດເບິ່ງເຫັນດ້ວຍຕາເປົ່າໄດ້!!!


ວັນທີ 24-25 ມິຖຸນາ ເກີດປາກົດການ ຂະບວນພາເຫຼດດາວເຄາະ 5 ດວງລຽນກັນ ເຊິ່ງປະກອບດ້ວຍ ດາວພຸດ, ດາວສຸກ, ດາວອັງຄານ, ດາວພະຫັດ ແລະ ດາວເສົາ ສາມາດເຫັນໄດ້ຕອນເດິກ ໃນເວລາ 04:40 ທາງທິດຕາເວັນອອກ.

ປາກົດການດັ່ງກ່າວ ເກີດຈາກດາວເຄາະແຕ່ລະດວງໂຄຈອນມາຢູ່ໃນຕຳແໜ່ງທີ່ສາມາດເບິ່ງເຫັນໄດ້ໃນເວລາດຽວກັນຈາກມຸມມອງຂອງຜູ້ສັງເກດຢູ່ໜ້າໂລກ, ສ່ວນໃນມຸມທີ່ເບິ່ງຈາກອະວະກາດຈະພົບວ່າດາວເຄາະບໍ່ໄດ້ລຽນກັນເປັນເສັ້ນຊື່ແຕ່ຢ່າງໃດ ເນື່ອງຈາກດາວເຄາະແຕ່ລະດວງຕ່າງກໍໂຄຈອນກະຈາຍຢູ່ຕາມວົງໂຄຈອນຂອງມັນ ໂອກາດທີ່ຈະລຽນກັນເປັນແຖວຈຶ່ງມີໜ້ອຍຫຼາຍ.

ໝາຍເຫດ: ການຈະເຫັນດ້ວຍຕາເປົ່າໄດ້ ຕ້ອງອີງຕາມສະພາບອາກາດ ແລະ ສະພາບແວດລ້ອມ ເຊັ່ນ: ຟ້າແຈ້ງບໍ່ມີເມກບັງ, ຝົນບໍ່ຕົກ ແລະ ບໍ່ມີແສງໄຟລົບກວນຫຼາຍເກີນໄປ.

ທີ່ມາ:

https://cutt.ly/WKnTjgP

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/