ຊວນເບິ່ງ Midnight Diner ຊີຣີ້ຟີລກູດທີ່ຈະມາແນະນຳອາຫານງ່າຍໆ ແຕ່ແຊບກິນໃຈຜູ້ເບິ່ງ


ເອົາໃຈແຟນຊີຣີ້ສາຍອົບອຸ່ນ ໂດຍສະເພາະແມ່ນສາຍຍີ່ປຸ່ນ ທີ່ມັກອາຫານກັນເຕັມໆເລີຍກັບ Midnight Diner ຫຼື ຮ້ານອາຫານທ່ຽງຄືນ ຊີຣີ້ຍາວສັນຊາດຍີ່ປຸ່ນທີ່ຈະມາແນະນຳເມນູອາຫານງ່າຍໆ ແຕ່ແຊບກິນໃຈຄົນເບິ່ງຈົນນ້ຳຕາໄຫຼທຸກຕອນ ສາມາດເບິ່ງໄດ້ຄົບຈົບໃນ Netflix ຮວດດຽວ!

Midnight Diner ແມ່ນເລົ່າເຖິງເລື່ອງລາວຂອງເຈົ້າຂອງຮ້ານອາຫານນ້ອຍໆໃຈກາງເມືອງໃຫຍ່ຢ່າງໂຕກຽວ ຂອງປະເທດຍີ່ປຸ່ນ. ຊື່ຮ້ານກໍມີຄວາມໝາຍຕາມນັ້ນຄື ຈະເປີດຮ້ານຫຼັງເວລາ 00:00 ຂອງມື້ຕໍ່ມາຈົນຮອດຕອນເຊົ້າເວລາ 7:00. ເຖິງວ່າຈະເປັນຮ້ານນ້ອຍ ແຕ່ກໍຄັບແໜ້ນໄປດ້ວຍລູກຄ້າປະຈຳທີ່ຈະໝຸນວຽນກັນມາຫາ ແລ້ວແບ່ງປັນເລື່ອງລາວຂອງພວກເຂົາທີ່ເຊື່ອມໂຍງໄປກັບອາຫານໃຫ້ເຈົ້າຂອງຮ້ານໄດ້ຮັບຟັງ ພ້ອມທັງຍັງເຮັດອາຫານໃຫ້ຕາມສັ່ງ ເຖິງແມ່ນວ່າຈະບໍ່ມີໃນລາຍການອາຫານກໍຕາມ. ຈົນເຮັດໃຫ້ຄົນເບິ່ງນັ້ນເຊື່ອໄປກັບຄຳວ່າ “ອາຫານແຊບຍ້ອນພວກເຮົາໄດ້ມີເລື່ອງລາວທີ່ກ່ຽວຂ້ອງກັບມັນ” ແລະ ເມນູງ່າຍໆໃນແຕ່ລະຕອນຈະມີການສອນຄົວກິນທ້າຍເລື່ອງໃຫ້ອີກ ເພື່ອໃຫ້ຄົນເບິ່ງໄດ້ລອງເຮັດກິນເອງ.

ໃນ Netflix ເມື່ອຄົ້ນຫາວ່າ Midnight Diner ຈະພົບເປັນສອງເວີຊັນ ແບ່ງເປັນ: Midnight Diner ທີ່ເປັນຕົ້ນສະບັບຈາກຍີ່ປຸ່ນ ຜ່ານລາຍການໂທລະພາບ MBS ເມື່ອປີ 2009 ແລະ Midnight Diner: Tokyo Stories ທີ່ເປັນເວີຊັນຂອງ Netflix ແຕ່ຕົວລະຄອນ ແລະ ເນື້ອເລື່ອງນັ້ນແມ່ນທີມດຽວກັນໝົດ, ເວົ້າງ່າຍໆກໍຄື Netflix ໄດ້ຊື້ໃຫ້ຊີຣີ້ດັ່ງກ່າວສືບຕໍ່ພາກຕໍ່ໄປ ເພື່ອໃຫ້ຄົນເບິ່ງນັ້ນໄດ້ອິ່ມກັບຄວາມອົບອຸ່ນໃນເລື່ອງຫຼາຍຂຶ້ນ.

ຂອບໃຈຂໍ້ມູນຈາກ: https://cutt.ly/ROAt5xT

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/