ຈາກ bubble ກັນແຕກ ກາຍມາເປັນເກີບສຸດເທ້! ຫຼຸດຜ່ອນບັນຫາຂີ້ເຫຍື້ອຈາກພລາສຕິກກັນແຕກໄດ້


ແຜ່ນພລາສຕິກກັນແຕກ ຂອງມັກຂອງຫຼາຍຄົນ ທີ່ເຫັນຍາມໃດກໍຫ້າມໃຈບໍ່ໃຫ້ບີບມັນບໍ່ໄດ້ ເຊິ່ງຕັ້ງແຕ່ມັນໄດ້ຖືກຜະລິດອອກມາ ແມ່ນບໍ່ໄດ້ເປັນພລາສຕິກກັນແຕກ ແຕ່ມັນເປັນວອລເປເປີທີ່ເອົາມາຕິດຝາ. ແຕ່ຕໍ່ມາເຫັນວ່າມັນສາມາດກັນກະທົບໄດ້ ເມື່ອເອົາມາຫຸ້ມຫໍ່ເຄື່ອງທີ່ແຕກງ່າຍ ຈົນຮອດປັດຈຸບັນມັນກໍຍັງເຮັດໜ້າທີ່ນີ້ໄດ້ດີ.

ແຕ່ຢ່າງໃດກໍຕາມ ມັນກໍຍັງເປັນພລາສຕິກຢູ່ດີ ເມື່ອໃຊ້ແລ້ວໆ ມັນກໍກາຍເປັນຂີ້ເຫຍື້ອທີ່ຍ່ອຍສະຫຼາຍໄດ້ຍາກ, ດັ່ງນັ້ນ ແບຣນເກີບ Nat-2 ແບຣນເກີບຈາກປະເທດເຢຍລະມັນ  ຮ່ວມກັບ Remeant ບໍລິສັດສັນຊາດອິດສະຣາເອລ ທີ່ຜະລິດນະວັດຕະກຳວັດສະດຸໃໝ່ໆ ຜະລິດເກີບທີ່ມາຈາກແຜ່ນກັນແຕກຣີໄຊເຄິນ ທີ່ບໍ່ຄ່ອຍມີຄົນຢາກເອົາກັບໄປຣີໄຊເຄິນ ເພາະຜິວມັນບໍ່ລຽບ ຈັດການໄດ້ຍາກ.

ເກີບທີ່ຖືກອອກແບບນັ້ນ ພື້ນເກີບເຮັດມາຈາກໄມ້ Cork ທີ່ເປັນເປືອກໄມ້ໂອ໊ກ, ເຊືອກເກີບເຮັດມາຈາກຕຸກນ້ຳພລາສຕິກຣີໄຊເຄິນ ເອີ້ນໄດ້ວ່າເກີບດັ່ງກ່າວເປັນເກີບຮັກໂລກຢ່າງແທ້ຈິງ ແຖມມີຄວາມທົນທານ, ກັນນ້ຳໄດ້, ງ່າຍຕໍ່ການທຳຄວາມສະອາດ ແລະ ມີນ້ຳໜັກເບົາ ໃສ່ສະບາຍ ເປັນອີກທາງເລືອກໜຶ່ງໃຫ້ຜູ້ໃສ່ໄດ້ເລືອກຊື້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/