ບໍ່ຄຳເຊໂປນບໍ່ໄດ້ມີພຽງຄຳ ແຕ່ຍັງມີວັດຖຸບູຮານອາຍຸເຖິງ 3,000 ປີ ເປັນຈຳນວນຫຼາຍ


ເມື່ອບໍ່ດົນມານີ້ ໄດ້ມີການຄົ້ນພົບວັດຖຸບູຮານອາຍຸປະມານ 3,000 ປີ, ກອງບູຮານວິທະຍາ ກົມມໍລະດົກ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຮັບວັດຖຸບູຮານອາຍຸໄດ້ 3,000 ປີ ທີ່ຄົ້ນພົບຢູ່ບໍ່ຄຳ-ທອງ ເຊໂປນ.

ບໍລິສັດລ້ານຊ້າງ ມິເນໂຣນ ລິມິເຕັດ ໄດ້ມອບວັດຖຸບູຮານດັ່ງກ່າວ ໃຫ້ແກ່ກອງບູຮານວິທະຍາ ກົມມໍລະດົກ ເປັນຜູ້ຄຸ້ມຄອງປົກປັກຮັກສາ. ທ່ານ ປະລິນຍາເອກ ທອງລິດ ຫຼວງໂຄດ ຫົວໜ້າກອງບູຮານວິທະຍາ ກົມມໍລະດົກ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ລາຍງານໃຫ້ຮູ້ວ່າ: ວັດຖຸບູຮານທີ່ໄດ້ຮັບໃນຄັ້ງນີ້ ແມ່ນມີຈຳນວນທັງໝົດ 281 ຊິ້ນ, ປະກອບມີ 5 ປະເພດຄື: ຫີນ, ທອງ, ເຫຼັກ, ເຄື່ອງປັ້ນດິນເຜົາ, ເບົ້າຫຼອມ ແລະ ປະເພດແກ້ວ.

ຜ່ານການຂຸດຄົ້ນທາງບູຮານວິທະຍາຢູ່ຫຼາຍແຫ່ງໄດ້ພົບເຫັນຮ່ອງຮອຍ ຫຼັກຖານທາງປະຫວັດສາດຢ່າງຕໍ່ເນື່ອງ ຂອງຫຼາຍຍຸກຫຼາຍສະໄໝ. ຈາກຍຸກເຄື່ອງມືຫີນ ທີ່ມີອາຍຸເກົ່າແກ່ ປະມານ 6,000 ປີ ມາສູ່ຍຸກການຮູ້ນຳໃຊ້ໂລຫະ ອາຍຸປະມານ 2-3 ພັນປີ ຕໍ່ເນື່ອງມາຈົນເຖິງຍຸກອານາຈັກລາວລ້ານຊ້າງລະຫວ່າງສະຕະວັດທີ 14 ແລະ ເປັນທີ່ຮູ້ກັນດີໃນຖິ່ນກຳເນີດຂອງກົກເຄົ້າຜູ້ໄທ.

ກ່ອນໜ້ານີ້ ໄດ້ມີການຈັດພິທີມອບຮັບໃຫ້ແກ່ລັດຖະບານແລ້ວ 1 ຄັ້ງ ໃນປີ 2019 ລວມທັງໝົດ 7,881 ຊິ້ນ, ມີ 8 ປະເພດຄື: ທອງແດງ, ທອງເຫຼືອງ, ເຫຼັກ, ໄມ້ຮູບປະພັນ, ໄມ້ກົມ, ໄມ້ປ່ອງ, ຫວາຍ ເຊິ່ງເປັນວັດຖຸບູຮານທີ່ຄົ້ນພົບແຕ່ປີ 2018 ຫາຕົ້ນປີ 2019.

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/