ສາວຜູ້ໃຊ້ Metaverse ຂອງ Facebook ບອກວ່າຕົນເອງຖືກລວນລາມ ຫຼັງຈາກເຂົ້າໄປບໍ່ຮອດ 2 ນາທີ


ເມື່ອບໍ່ດົນມານີ້ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າມີຍິງຄົນໜຶ່ງໄດ້ຂຽນກ່ຽວກັບເຫດການຂອງຕົນເອງທີ່ໄດ້ໄປໃນໂລກ Metaverse ຂອງບໍລິສັດຊື່ດັງອັນດັບຕົ້ນໆຂອງໂລກຢ່າງ Meta (ຊື່ເກົ່າ Facebook) ແຕ່ກໍໄດ້ຖືກກຸ່ມຜູ້ຊາຍໃນນັ້ນ ເຂົ້າມາເຮັດການລວນລາມ Avatar ຂອງແມ່ຍິງຄົນດັ່ງກ່າວທັນທີ ໃນເວລາບໍ່ຮອດ 2 ນາທີ.

“ຫຼັງຈາກທີ່ຂ້ອຍໄດ້ເຂົ້າໄປໃນໂລກ Metaverse ຂອງ Meta ປະມານ 60 ວິນາທີ ຂ້ອຍກໍໄດ້ຖືກຜູ້ໃຊ້ງານ Avatar ທີ່ເປັນຕົວລະຄອນທີ່ມີສຽງຜູ້ຊາຍປະມານ 3-4 ຄົນ ເຂົ້າມາລຸມລວນລາມ Avatar ຂອງຂ້ອຍທັນທີ ພ້ອມກັບຖ່າຍຮູບໄປນຳ” Nina Jane Patel ຍິງຊາວ London ອາຍຸ 43 ປີ ໄດ້ຂຽນເຖິງເຫດການເອົາໄວ້ໃນ blog ຂອງ Medium.com ເມື່ອຕອນປາຍປີ 2021 ກ່ອນທີ່ Meta ຈະເພີ່ມຟີເຈີ Personal Space ເຂົ້າມາໃນ Horizon World.

ພາຍໃນບົດຄວາມທີ່ Nina ຂຽນ ລາວໃຊ້ຄຳວ່າ “gang-raped” ຫຼືແປກົງຕົວວ່າ “ລຸມຂົ່ມຂືນ” ເຊິ່ງໃນໂລກຂອງ Metaverse ນັ້ນຍັງມີຂໍ້ຈຳກັດຂອງການກະທຳໃນແຕ່ລະຢ່າງຢູ່ ເຊິ່ງຄຳທີ່ Nina ໃຊ້ນັ້ນອາດຈະເບິ່ງຄືແຮງໄປໜ້ອຍໜຶ່ງ ແຕ່ການໃຊ້ຄຳວ່າລຸມລວນລາມ ອາດຈະເຫັນພາບໄດ້ຫຼາຍກວ່າ ຄືດັ່ງທີ່ກ່າວໄວ້ວ່າລາຍງານນີ້ແມ່ນປາກົດຕອນປາຍປີ 2021 ກ່ອນທີ່ Meta ຈະມີຟີເຈີທີ່ຊ່ວຍໃຫ້ເລື່ອງນີ້ເກີດຂຶ້ນໄດ້ຍາກ ແຕ່ສິ່ງທີ່ຍັງເກີດຂຶ້ນໄດ້ຢູ່ກໍຄືຄຳເວົ້າຄຸກຄາມ.

ເອີ້ນໄດ້ວ່າເປັນເລື່ອງທີ່ໜ້າສົນໃຈ ແລະໜ້າແປກໃຈໃນເວລາດຽວກັນ ເພາະໂລກ Metaverse ເຊັ່ນ VRChat ນັ້ນກໍເຄີຍມີປະເດັນແບບນີ້ເກີດຂຶ້ນຢູ່ເລື້ອຍ. ແຕ່ທີ່ໜ້າແປກໃຈກໍຄື Horizon World ຂອງ Meta ທີ່ໜ້າຈະມີການຄັດຜູ້ເຂົ້າໃຊ້ງານໃນລະດັບໜຶ່ງແລ້ວ ແຕ່ກໍຍັງເກີດເຫດການແບບນີ້ຢູ່.

Metaverse ນັ້ນແມ່ນບໍ່ໄດ້ແຕກຕ່າງຫຍັງຈາກໂລກແຫ່ງຄວາມເປັນຈິງຫຼາຍພໍເທົ່າໃດ ເພາະໃນເມື່ອຜູ້ໃຊ້ງານຫຼັກກໍຄືຄົນແທ້ໆ ເຮັດໃຫ້ເຫດການແບບນີ້ກໍຍັງເກີດຂຶ້ນໄດ້ ແຕ່ກໍເປັນທີ່ໜ້າສົນໃຈວ່າຄ້າຍຜູ້ພັດທະນາ Metaverse ຈາກບໍລິສັດຕ່າງໆນັ້ນຈະມີການຮັບມືແນວໃດ ເຊັ່ນ VRChat ກໍມີການເພີ່ມປຸ່ມ Report ແລະ Block ຜູ້ໃຊ້ງານຄົນທີ່ກະທຳສິ່ງບໍ່ເໝາະສົມໄດ້ທັນທີ.

 ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/