ນັກຊີວະດາຣາສາດຈາກມະຫາວິທະຍາໄລຊື່ດັງລະດັບໂລກ ໄດ້ສະເໜີວ່າ ໂລກເຮົາອາດມີແນວຄິດເປັນຂອງຕົນເອງ!


ຖ້າສົມມຸດວ່າໂລກເຮົາມີແນວຄິດ ແລະ ມີຊີວິດຈິດໃຈເປັນຂອງຕົນເອງເຈົ້າຈະເຊື່ອຫຼືບໍ່? ເພາະທີ່ຜ່ານມາເຮົາອາດຈະເຫັນຫຼືເຄີຍໄດ້ຍິນແນວຄິດໃນລັກສະນະນີ້ ຜ່ານຮູບເງົາ ຫຼື ນິຍາຍ ບໍ່ຫຼາຍກໍໜ້ອຍ ແລະ ເມື່ອບໍ່ດົນມານີ້ໄດ້ມີນັກຊີວະດາຣາສາດຈາກມະຫາວິທະຍາໄລຊື່ດັງຂອງໂລກ ໄດ້ອອກມາສະເໜີແນວຄິດ “ປັນຍາຂອງດວງດາວ” (Planetary intelligence) ເຊິ່ງເປັນແນວຄິດທີ່ຄາດວ່າໂລກ ແລະ ດວງດາວຕ່າງໆ ອາດມີຄວາມຄິດເປັນຂອງຕົນເອງ.

ເມື່ອບໍ່ດົນມານີ້ ພາຍໃນວາລະສານ International Journal of Astrobiology (ຖືກເຜີຍແຜ່ໃນວັນທີ 7 ກຸມພາ 2022) ໂດຍມີນັກຊີວະດາຣາສາດຈາກ ມະຫາວິທະຍາໄລ Cambridge ໄດ້ອອກມານຳສະເໜີວ່າ

ແນວຄິດ “ປັນຍາຂອງດວງດາວ” ທີ່ຟັງເບິ່ງເປັນເລື່ອງເໜືອຈິນຕະນາການ ແລະ ບໍ່ເປັນຕາເຊື່ອນີ້ ອາດຈະເປັນສິ່ງທີ່ມີຕົວຕົນແທ້ໆ ໃນໂລກກໍໄດ້.

ໂດຍນັກຊີວະດາຣາສາດອ້າງອີງແນວຄິດທີ່ວ່າ ໂລກມີຊີວິດນີ້ ມາຈາກສິ່ງທີ່ເອີ້ນວ່າ “Mycorrhizal networks” ຫຼື ແປໄດ້ວ່າ “ເຄືອຂ່າຍເຊື້ອຣາ” ເຊິ່ງທີ່ຜ່ານມາເຄີຍພົບວ່າເປັນເຄືອຂ່າຍຂະໜາດໃຫຍ່ຢູ່ໃຕ້ດິນທີ່ມີຄວາມສາມາດໃນການສື່ສານກັນໃນໄລຍະໄກໄດ້.

ພວກເຂົາເບິ່ງວ່າໂລກອາດຈະໃຊ້ເຄືອຂ່າຍທີ່ແນມບໍ່ເຫັນນີ້ໃນການກໍ່ເກີດຄວາມຄິດ (ອາລົມຄ້າຍຄືກັນກັບ ເຄືອຂ່າຍເສັ້ນປະສາດໃນສະໝອງ) ຫຼື ສື່ສານເພື່ອສ້າງຄວາມປ່ຽນແປງສະພາບດວງດາວຢ່າງເລິກເຊິ່ງ ຜ່ານລະບົບສິ່ງທີ່ມີຊີວິດຕ່າງໆ.

ອ່ານມາຮອດນີ້ກໍຢ່າຟ້າວເຊື່ອວ່າມັນເປັນເລື່ອງແທ້ ເພາະວ່າແນວຄິດທີ່ມີລັກສະນະແນວນີ້ ຍັງບໍ່ມີຂໍ້ມູນຫຼັກຖານໃດໆ ທີ່ຈະຢືນຢັນວ່າມັນມີຢູ່ແທ້. ຢ່າງໃດກໍຕາມ ນັກຊີວະດາຣາສາດກໍຍັງເບິ່ງວ່າແນວຄິດນີ້ໜ້າສົນໃຈກວ່າທີ່ພວກເຂົາຄິດ.

ກໍເພາະວ່າໃນປັດຈຸບັນສິ່ງສໍາຄັນທີ່ຂັບເຄື່ອນການປ່ຽນແປງຂອງໂລກນັ້ນ ກໍຄືມະນຸດເຮົາເອງ ດັ່ງນັ້ນຄວາມປ່ຽນແປງຂອງດວງດາວຈຶ່ງອາດສົ່ງຜົນເຖິງຄວາມເປັນຢູ່ຂອງເຜົ່າພັນ.

ແລະມັນກໍບໍ່ແນ່ນອນຄືກັນວ່າການສຶກສາປັນຍາຂອງດວງດາວທີ່ໄດ້ກ່າວມານີ້ ບາງເທື່ອມັນອາດຈະເປັນຊ່ອງທາງສູ່ສິ່ງທີ່ເຮົາຈຳເປັນຕ້ອງຮຽນຮູ້ເພື່ອເອົາຕົວລອດຈາກວິກິດການຕ່າງໆ ຂອງໂລກ ຫຼື ສິ່ງຕ່າງໆ ທີ່ຊ່ວຍໃຫ້ຕາມຫາສິ່ງທີ່ມີຊີວິດນອກໂລກຕໍ່ໄປເລີຍ.

ແນວຄິດແລະທິດສະດີຕ່າງໆ ທີ່ໄດ້ກ່າວມາຂ້າງເທິງແມ່ນຍັງບໍ່ມີຫຼັກຖານ ຫຼື ຂໍ້ມູນ ທີ່ຈະສາມາດຢັ້ງຢືນໄດ້ວ່າ ແນວຄິດດັ່ງກ່າວແມ່ນແທ້ຫຼືບໍ່, ຄວນໃຊ້ວິຈາລະນະຍານໃນການຄິດວິເຄາະ ແລະ ເຊື່ອຖື.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/