Rosé Blackpink ໄດ້ຮັບກີຕ້າຈາກ John Mayer ຫຼັງຈາກທີ່ໄດ້ Cover ເພງຂອງ John ໃນລາຍການເກົາຫຼີ


ໂຣເຊ່ Blackpink ໄດ້ Cover ເພງ Slow Dancing In A Burning Room ຂອງ ຈອນ ເມເຢີ ໃນລາຍການ Sea of Hope ດ້ວຍສຽງທີ່ມ່ວນຈັບໃຈ, ຫຼັງຈາກນັ້ນ ຈອນ ເມເຢີ ນັກຮ້ອງ-ນັກແຕ່ງເພງຊື່ດັງ ທີ່ເປັນທີ່ຮັກຂອງໃຜຫຼາຍຄົນ ກໍໄດ້ຮັບຮູ້ ແລະ ຍ້ອງຜົນງານ Cover ຂອງໂຣເຊ່ວ່າມ່ວນຫຼາຍ, ເຊິ່ງທັງສອງຕ່າງກໍໄດ້ຍ້ອງຍໍຜົນງານຂອງກັນ ແລະ ກັນ.

ຫຼັງຈາກນັ້ນ ໃນວັນທີ 16 ກໍລະກົດນີ້ ຈອນ ເມເຢີ ໄດ້ມອບກີຕ້າພ້ອມກັບລາຍເຊັນ ເປັນຂອງຂວັນໃຫ້ກັບ ໂຣເຊ່, ເຊິ່ງທາງໂຣເຊ່ກໍດີໃຈທີ່ໄດ້ຮັບຂອງຂວັນຈາກນັກຮ້ອງທີ່ຕົນເອງມັກ ແລະ ຕິດຕາມຜົນງານມາໂດຍຕະຫຼອດ ພ້ອມກັບໄດ້ອັບຮູບກີຕ້າລົງທາງ IG Stories. ແຟນໆທີ່ໄດ້ເຫັນຕ່າງກໍພາກັນດີໃຈ ທີ່ທັງສອງມີມິດໄມຕີທີ່ດີຕໍ່ກັນ ແລະ ຫວັງວ່າທັງສອງຄົນອາດຈະໄດ້ຮ່ວມງານກັນໃນອະນາຄົດ.

ນອກຈາກຈະມອບໃຫ້ Rosé ແລ້ວ ທີ່ຜ່ານມາ ຈອນ ເມເຢີ ຍັງໄດ້ມອບກີຕ້າໃຫ້ກັບອາຈານຂອງຕົນເອງອີກພ້ອມ ເວົ້າເລີຍວ່າມີດີທັງຜົນງານ ແລະ ຈິດໃຈ.

ຂອບໃຈຂໍ້ມູນຈາກ: https://bit.ly/3hJnb0x

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/