ລັດຖະບານຍີ່ປຸ່ນ ມອບທຶນການສຶກສາ ລະດັບປະລິນຍາໂທ ແລະ ປະລິນຍາເອກ ໃຫ້ແກ່ ສປປ ລາວ


ກະຊວງການຕ່າງປະເທດ ໄດ້ລົງນາມເອກະສານແລກປ່ຽນ ເພື່ອຮັບເອົາໂຄງການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ໃນຕອນເຊົ້າຂອງວັນທີ 15 ກໍລະກົດ 2021.

ໂຄງການທຶນການສຶກສາ ເພື່ອພັດທະນາຊັບພະຍາກອນມະນຸດ ມູນຄ່າ 313 ລ້ານເຢນ ຫຼື ປະມານ 3 ລ້ານໂດລາສະຫະລັດນີ້ ແມ່ນທຶນການສຶກສາລະດັບປະລິນຍາໂທ ແລະ ປະລິນຍາເອກທີ່ລັດຖະບານຍີ່ປຸ່ນ ມອບໃຫ້ແກ່ ລັດຖະບານ ສປປ ລາວ, ເພື່ອຍົກລະດັບຄວາມສາມາດຂອງພະນັກງານລັດຖະກອນລາວນັບແຕ່ສູນກາງ ຈົນຮອດ ທ້ອງຖິ່ນໃຫ້ນັບມື້ນັບຫຼາຍຂຶ້ນ.

ພິທີລົງນາມຄັ້ງນີ້ ແມ່ນ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕາງໜ້າຝ່າຍລາວ ແລະ ທ່ານ ທາເກວະກະ ເຄໂຊ, ເອກອັກຄະຣາຊະທູດຍີ່ປຸ່ນປະຈຳລາວ ຕາງໜ້າຝ່າຍຍີ່ປຸ່ນ ພ້ອມກັບມີບັນດາພະນັກງານທີ່ກ່ຽວຂ້ອງ ຂອງທັງສອງຝ່າຍເຂົ້າຮ່ວມ.

“ເຖິງແມ່ນວ່າສະພາບການລະບາດຂອງພະຍາດໂຄວິດ-19 ໄດ້ເຮັດໃຫ້ການຈັດຕັ້ງປະຕິບັດແຜນງານ ແລະໂຄງການຮ່ວມມືຂອງສອງລັດຖະບານລາວ ແລະ ຍີ່ປຸ່ນຈໍານວນໜຶ່ງມີຄວາມຫຼ້າຊ້າ ຫຼື ຖືກເລື່ອນອອກໄປກໍຕາມ, ແຕ່ວ່າຂະບວນການພິຈາລະນາບັນດາໂຄງການສະເໜີປະຈໍາປີຂອງລັດຖະບານລາວແມ່ນຍັງສືບຕໍ່ ໄດ້ຮັບການຊຸກຍູ້ສົ່ງເສີມ ແລະ ພິຈາລະນາຢ່າງຕັ້ງໜ້າຈາກພາກສ່ວນກ່ຽວຂ້ອງກໍຄືລັດຖະບານຍີ່ປຸ່ນ”, ທ່ານ ຮອງລັດຖະມົນຕີ ທອງຜ່ານ ສະຫວັນເພັດກ່າວ.

ທີ່ມາ: https://bit.ly/3reuuAq

ພາບ: Lao National Radio

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/