NASA ປະກາດຮັບສະໝັກຄົນນອນເບິ່ງໂທລະພາບລ້າໆ 2 ເດືອນ ພ້ອມໃຫ້ເງິນສູງເຖິງ 20.000 ໂດລາສະຫະລັດ


ໂອກາດທີ່ຄົນທຳມະດາຈະໄດ້ມີໂອກາດເຮັດວຽກກັບ NASA ມາຮອດແລ້ວ! ເພາະອົງການ NASA (ອົງການບໍລິຫານການບິນ ແລະ ອະວະກາດແຫ່ງຊາດຂອງສະຫະລັດອາເມຣິກາ) ໄດ້ປະກາດຮັບສະໝັກຜູ້ເຂົ້າຮ່ວມທົດລອງໂດຍການນອນເບິ່ງໂທລະພາບ ແລະ ມີຄ່າຕອບແທນສູງເຖິງ 20,000 ໂດລາສະຫະລັດ.

ໂດຍການທົດສອບດັ່ງກ່າວ ແມ່ນການນອນໃຊ້ຊີວິດໃນຫ້ອງທົດສອບເປັນເວລາ 2 ເດືອນ ເພື່ອສັງເກດເບິ່ງຜົນກະທົບຂອງຮ່າງກາຍມະນຸດ ໃນການເດີນທາງທ່ອງອະວະກາດ, ໂດຍຕັ້ງເງື່ອນໄຂໄວ້ວ່າຜູ້ທີ່ຈະເຂົ້າມາທົດສອບແມ່ນຈະຕ້ອງເວົ້າພາສາເຢຍລະມັນໄດ້.

ເຊິ່ງໃນການທົດລອງ ຜູ້ເຂົ້າທົດສອບກໍຈະໄດ້ຮັບອຸປະກອນຕ່າງໆເພື່ອໃຫ້ແກ້ເຫງົາ ເຊັ່ນ: ປຶ້ມ, ໂທລະພາບ ແລະ ອື່ນໆທີ່ຕ້ອງການ. ໂດຍທີ່ຜູ້ເຂົ້າທົດສອບຕ້ອງນອນຕະຫຼອດເວລາໃນຂະນະທີ່ຢູ່ລະຫວ່າງການທົດສອບ ບໍ່ວ່າຈະເປັນການເຮັດກິດຈະກຳຕ່າງໆ  ລວມທັງຕອນກິນອາຫານ ຫຼື ເຂົ້າຫ້ອງນ້ຳ ທຸກໆການກະທຳຕ້ອງຢູ່ພາຍໃຕ້ສະພາບຂອງການນອນ.

ການທົດລອງດັ່ງກ່າວໄດ້ຖືກຈັດຂຶ້ນຢູ່ທີ່ສູນອະວະກາດເຢຍລະມັນ ໃນສັງກັດອົງການອະວະກາດເອີຣົບ ທີ່ ນະຄອນໂຄໂລນ ປະເທດເຢຍລະມັນ.
ການທົດສອບດັ່ງກ່າວມີຈຸດປະສົງເພື່ອສຶກສາຫາເທັກນິກການຕໍ່ຕ້ານສະພາວະຖົດຖອຍຂອງສະມັດຖະພາບກ້າມຊີ້ນສຳລັບພາລະກິດການເດີນທາງໃນອະວະກາດທີ່ໃຊ້ເວລາດົນ ເພາະປັດຈຸບັນນັກບິນອະວະກາດຕ້ອງໄດ້ອອກກຳລັງກາຍເປັນປະຈຳດ້ວຍເຄື່ອງອອກແຮງຕ້ານພິເສດ ເພື່ອປ້ອງກັນການຖົດຖອຍຂອງສະມັດຖະພາບກ້າມຊີ້ນ.

ໃນຈຳນວນນີ້ ອາສາສະໜັກເຄິ່ງໜຶ່ງຈະຕ້ອງໄດ້ເຂົ້າໄປນອນໃນຫ້ອງທີ່ໝຸນ 30 ຮອບ ຕໍ່ນາທີ, ເທື່ອລະບໍ່ເກີນ 30 ນາທີ ເຊິ່ງຈະເປັນການສ້າງແຮງດຶງດູດເພື່ອຈະດັນເລືອດຂຶ້ນໄປລ້ຽງສະໝອງຂອງຜູ້ທົດສອບ.

ເມື່ອການທົດສອບສິ້ນສຸດລົງ ຈະມີແພດເຂົ້າໄປກວດສອບວ່າມີການເກີດສະພາວະຖົດຖອຍຂອງສະມັດຖະພາບກ້າມຊີ້ນໜ້ອຍຫຼາຍເທົ່າໃດ.

ການທົດສອບໃຊ້ເວລາເຖິງ 89 ມື້ ໂດຍແບ່ງອອກເປັນ 3 ໄລຍະຄື :

  • ໄລຍະທີ 1: 5 ມື້ທຳອິດຈະເປັນການກຽມຄວາມພ້ອມຂອງອາສາສະໜັກ.
  • ໄລຍະທີ 2: ເປັນໄລຍະທົດສອບການນອນ ເປັນໄລຍະເວລາ 60 ມື້.
  • ໄລຍະທີ 3: 14 ມື້ສຸດທ້າຍ ຫຼັງຈາກສຳເລັດການທົດສອບຈະເປັນການພັກຜ່ອນ ແລະ ບຳບັດຮ່າງກາຍ ກ່ອນຈະກັບໄປໃຊ້ຊີວິດແບບປົກກະຕິ.

ຂໍຂອບໃຈຂໍ້ມູນຈາກ : https://bit.ly/2U8TKwd

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/