BLINK ນ້ຳຕາໄຫຼ! YG ຢືນຢັນແລ້ວ BLACKPINK ກຽມ Comeback ໃນເດືອນສິງຫານີ້ ພ້ອມກັບກຽມເຮັດ World Tour ຄັ້ງໃຫຍ່


ຫຼັງຈາກຫາຍໜ້າຈາກການເຮັດເພງແບບເຕັມວົງມາເປັນເວລາ 2 ປີ ແລະປ່ອຍໃຫ້ BLINK ຄອງຄອຍ ໃນທີ່ສຸດຂ່າວດີກໍມາຮອດແລ້ວ ເມື່ອ YG Entertainment ຕົ້ນສັງກັດຂອງວົງ K-Pop ຊື່ດັງລະດັບໂລກຢ່າງ BLACKPINK ໄດ້ອອກມາຢືນຢັນແລ້ວວ່າ ສາວໆດໍາບົວຈະກັບມາພ້ອມຜົນງານເພງໃໝ່ໃນເດືອນສິງຫາທີ່ຈະມາຮອດນີ້ ແລະກຽມຕົວເດີນສາຍເຮັດຄອນເສີດແບບ World Tour ໃນປາຍປີນີ້ຢ່າງແນ່ນອນ.

ທັງນີ້ ທາງ YG Entertainment ຍັງໄດ້ອອກມາຖະແຫຼງການເຖິງຄວາມຄືບໜ້າຜົນງານເພງໃໝ່ຂອງ 4 ສາວ BLACKPINK ວ່າພວກເຂົານັ້ນກໍາລັງຢູ່ໃນຂັ້ນຕອນສຸດທ້າຍຂອງການອັດສຽງສໍາລັບອາລະບ້ຳໃໝ່ແລ້ວ ແລະ ສະປອຍວ່າເພງໃໝ່ນີ້ ແມ່ນຈະສານຕໍ່ຄວາມຍິ່ງໃຫຍ່ຂອງ BLACKPINK ໃຫ້ສົມກັບການລໍຄອຍຂອງແຟນເພງ ແລະ ສາວໆ ກໍຈະກັບມາພ້ອມກິດຈະກໍາຫຼາຍຢ່າງໃຫ້ແຟນໆ ໄດ້ເຊົາຄິດຮອດກັນຢ່າງແນ່ນອນ. ນອກຈາກນີ້ ຍັງບອກອີກວ່າການທົວຮອບໂລກຂອງ BLACKPINK ຈະເປັນ “ທົວຮອບໂລກທີ່ຍິ່ງໃຫຍ່ທີ່ສຸດໃນປະຫວັດສາດຂອງ Girl Group”.

“ມີຜົນງານຫຼາຍຢ່າງທີ່ BLACKPINK ກຽມຕົວເອົາໄວ້ດົນແລ້ວ. ນອກຈາກເພງໃໝ່ແລະໂປຣເຈັກສຸດອະລັງການ, BLACKPINK ຈະອອກທົວຮອບໂລກທີ່ຍິ່ງໃຫຍ່ທີ່ສຸດໃນປະຫວັດສາດຂອງ Girl Group K-Pop ໃນໄລຍະປາຍປີນີ້ ເພື່ອເພີ່ມຄວາມໃກ້ຊິດກັບບັນດາແຟນເພງທົ່ວໂລກ”

ທັງນີ້ ຜົນງານຫຼ້າສຸດຂອງວົງແມ່ນຖືກປ່ອຍມາໃນປີ 2020 ເຊິ່ງເປັນອາລະບໍ້າເຕັມເພງທີ່ມີຊື່ວ່າ “THE ALBUM” ໂດຍມີເພງ Title ສຸດຮິດຢ່າງ How you like that. ນອກຈາກນີ້ ຍັງມີຜົນງານເພງ Solo ຂອງ Rosé “On the ground” ແລະ ຜົນງານເພງ Solo ຂອງ Lisa “LALISA” ທີ່ປ່ອຍອອກມາໃນປີ 2021 ທີ່ຜ່ານມານີ້.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/