ພົບຈຸລິນຊີຊະນິດໃໝ່ຂອງໂລກກວ່າ 900 ຊະນິດ ຖືກແຊ່ແຂງໄວ້ໃນແຜ່ນນ້ຳກ້ອນຂອງທິເບດ ເຊິ່ງມັນອາດເຮັດໃຫ້ເກີດໂຣກລະບາດໃໝ່


ທີມນັກວິໄຈຈາກ Chinese Academy of Sciences ໄດ້ເກັບຕົວຢ່າງຈາກແຜ່ນນໍ້າກ້ອນ 21 ແຫ່ງໃນທົ່ງພຽງສູງທິເບດ ແລະນຳເຊື້ອຈຸລິນຊີທີ່ພົບໃນນ້ຳກ້ອນເຫຼົ່ານັ້ນມາຈັດລໍາດັບ DNA ພ້ອມສ້າງຖານຂໍ້ມູນຂະໜາດໃຫຍ່ຂອງ ຈີໂນມ (Genome: ຂໍ້ມູນທາງກຳມະພັນທັງໝົດຂອງສິ່ງທີ່ມີຊີວິດໜຶ່ງໆ) ຈຸລິນຊີ ເຊິ່ງມີຊື່ວ່າ Tibetan Glacier Genome and Gene (TG2G).

ຕໍ່ມາທີມວິໄຈພົບຈຸລິນຊີຈຳນວນ 968 ຊະນິດຖືກແຊ່ແຂງໄວ້ ໂດຍສ່ວນໃຫຍ່ເປັນປະເພດແບັກທີເຣຍ ແຕ່ກໍຄົ້ນພົບວ່າເປັນສິ່ງທີ່ມີຊີວິດໃນຊະນິດໃໝ່ເຊັ່ນ: ສາຫຼ່າຍ, ອາເຄຍ (Archaea) ແລະ ຟັງໄຈ (Fungi) ເປັນຕົ້ນ ແຕ່ສິ່ງທີ່ໜ້າສົນໃຈຄື ປະມານ 98% ຂອງສິ່ງທີ່ມີຊີວິດເຫຼົ່ານັ້ນແມ່ນບໍ່ເຄີຍຖືກຄົ້ນພົບມາກ່ອນ.

ນັກວິໄຈກ່າວວ່າ ການພົບຈຸລິນຊີທີ່ມີຄວາມຫຼາກຫຼາຍໃນລະດັບນີ້ເປັນສິ່ງທີ່ຄາດບໍ່ເຖິງ ເພາະການດໍາລົງຊີວິດໃນແຜ່ນນ້ຳກ້ອນເປັນສະພາບແວດລ້ອມທີ່ມີຄວາມທ້າທາຍຫຼາຍ ເນື່ອງຈາກອຸນຫະພູມຕໍ່າ, ມີຄວາມເຂັ້ມຂຸ້ນຂອງຣັງສີດວງຕາເວັນໃນລະດັບທີ່ສູງ ມີການລະລາຍຂອງນ້ຳກ້ອນເກີດຂຶ້ນເປັນໄລຍະ ລວມໄປຮອດປະລິມານສານອາຫານທີ່ຈໍາກັດ.

ຢ່າງໃດກໍຕາມ ນັກວິໄຈບໍ່ສາມາດຫາຄໍາຕອບໄດ້ຊັດເຈນວ່າຈຸລິນຊີທີ່ຖືກຄົ້ນພົບເຫຼົ່ານີ້ ມີອາຍຸເທົ່າໃດ ແຕ່ຈາກການສຶກສາກ່ອນໜ້ານີ້ເຮັດໃຫ້ສາມາດປະເມີນໄດ້ວ່າມີຄວາມເປັນໄປໄດ້ທີ່ຈຸລິນຊີດັ່ງກ່າວອາດຈະຕິດຢູ່ໃນນ້ຳກ້ອນມາດົນນານເຖິງ 10,000 ປີກໍເປັນໄດ້.

ການວິເຄາະຈີໂນມຂອງຈຸລິນຊີດັ່ງກ່າວເຜີຍໃຫ້ເຫັນອີກນໍາວ່າ ຈຸລິນຊີບາງຊະນິດອາດເປັນອັນຕະລາຍຕໍ່ມະນຸດ ແລະ ສິ່ງທີ່ມີຊີວິດອື່ນໆເທິງໂລກເຮົາ ເຊິ່ງມັນອາດກໍ່ໃຫ້ເກີດໂຣກລະບາດໃຫຍ່ຄັ້ງໃໝ່ ຫາກວ່າແຜ່ນນ້ຳກ້ອນນີ້ລະລາຍຢ່າງໄວວາຈາກບັນຫາສະພາວະຕ່າງໆຂອງໂລກໃນປັດຈຸບັນນີ້ ແລະປ່ອຍເຊື້ອດັ່ງກ່າວອອກມາເຈືອປົນກັບແຫຼ່ງນ້ຳ. ຈາກການຕັ້ງຂໍ້ລະວັງນີ້ແມ່ນຊີ້ໃຫ້ເຫັນວ່າບັນຫາການປ່ຽນແປງຂອງສະພາບພູມອາກາດບໍ່ພຽງແຕ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມເທົ່ານັ້ນ ແຕ່ຍັງມີຄວາມສ່ຽງເຮັດໃຫ້ເກີດໄພຄຸກຄາມທາງດ້ານສຸຂະພາບຂອງມະນຸດເຮົາອີກດ້ວຍ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/