ຈີນເລັ່ງພັດທະນາ ລະບົບປະຕິບັດການຄອມພິວເຕີຂອງຕົນເອງ ຫວັງລົດການເພິ່ງພາເທັກໂນໂລຢີຂອງ ອາເມຣິກາ ທັງ Windows ແລະ macOS


ຈີນເປັນອີກໜຶ່ງປະເທດທີ່ລະບົບປະຕິບັດການຄອມພິວເຕີ ສ່ວນໃຫຍ່ເປັນຂອງ Windows ແລະ macOS ເຊິ່ງWindows ມີສ່ວນແບ່ງຕະຫຼາດຂອງຈີນຢູ່ທີ່ 85% ສ່ວນ macOS ແມ່ນຢູ່ທີ່ 15%. ແຕ່ລັດຖະບານຈີນນັ້ນມີແນວທາງທີ່ຊັດເຈນທີ່ຕ້ອງການຈະລົດການເພິ່ງພາເທັກໂນໂລຢີ ແລະ ນະວັດຕະກຳຕ່າງໆຂອງສະຫະລັດອາເມຣິກາ ທັງ Windows ຂອງ Microsoft ແລະ ຜະລິດຕະພັນຕ່າງໆຂອງ Apple ໂດຍການພັດທະນາລະບົບປະຕິບັດການຂອງປະເທດຕົນເອງຂຶ້ນມາແທນ.

ແນ່ນອນວ່າຫຼາຍປີທີ່ຜ່ານມາ ລັດຖະບານຈີນບໍ່ພໍໃຈທີ່ປະເທດຕົນເອງຕ້ອງເພິ່ງພາເທັກໂນໂລຢີຂອງ ສະຫະລັດອາເມຣິກາ ເຊິ່ງເປັນປະເທດຄູ່ແຂ່ງໃນຫຼາຍໆດ້ານ. ສະນັ້ນ ທາງລັດຖະບານຈີນຈຶ່ງໄດ້ມອບໃຫ້ ມະຫາວິທະຍະໄລ ເທັກໂນໂລຢີປ້ອງກັນປະເທດ ແຫ່ງກອງທັບປະຊາຊົນຈີນ ພັດທະນາລະບົບປະຕິບັດການທີ່ຊື່ວ່າ Kylin ຂຶ້ນມາເອງ ແຕ່ຖືກໃຊ້ງານສະເພາະທາງການທະຫານ ແລະ ລັດຖະບານເທົ່ານັ້ນ ຍັງບໍ່ໄດ້ເປັນການໃຊ້ງານທົ່ວໄປ.

ຫຼ້າສຸດ ມີລາຍງານອອກມາວ່າ ປັດຈຸບັນລັດຖະບານຈີນ ໄດ້ມີຄວາມຈິງຈັງທີ່ຈະໃຫ້ Kylin ຖືກໃຊ້ງານໂດຍທົ່ວໄປຫຼາຍຂຶ້ນ ໂດຍການເປີດ Open-source ທີ່ໃຊ້ຊື່ວ່າ openKylin ເຊິ່ງເປັນ Kylin ທີ່ພັດທະນາເທິງພື້ນຖານຂອງ FreeBSD ໃນຂະນະທີ່ຮຸ່ນປັດຈຸບັນພັດທະນາຢູ່ເທິງພື້ນຖານຂອງ Linux.

Kylinsoft ເປັນບໍລິສັດລູກຂອງ China Electronics Corp ເຊິ່ງເປັນລັດວິສາວະກິດ ແລະ ໄດ້ເຂົ້າຮ່ວມກັບໜ່ວຍງານຂອງຈີນຫຼາຍກວ່າ 10 ແຫ່ງ ລວມເຖິງ ສູນວິໄຈການພັດທະນາຄວາມໝັ້ນຄົງປອດໄພຂອງຂໍ້ມູນອຸດສາຫະກຳແຫ່ງຊາດ ເຊິ່ງ openKylin ຈະຊ່ວຍໃຫ້ນັກພັດທະນາສາມາດເຜີຍແຜ່ ແລະ ແບ່ງປັນໂຄ໊ດ ຕ່າງໆຂອງ Kylin ໄດ້ນຳອີກ.

ປັດຈຸບັນ Kylinsoft ມີ 3 ລະບົບປະຕິບັດການໃຫ້ເລືອກ ກໍຄື V10, V4 ແລະ NeoKylin V7.0, ໃນນັ້ນ V10 ແມ່ນຖືກຕັ້ງຄ່າມາໃຫ້ເຂົ້າກັບຫຼາຍໆ ໜ່ວຍປະມວນຜົນກາງ ຈາກບໍລິສັດສັນຊາດຈີນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/