ເລື່ອງແປກໆນີ້ເກີດຂຶ້ນທີ່ ອຳເພີບາງປະກົງ ປະເທດໄທ, ເມື່ອມີຜູ່ໃຊ້ Facebook ຊື່ Prathan Rittplang ໂພສລົົງກຸ່ມ “ตกปลาหน้าดิน” ວ່າ: ປາດຸກ VS ປາໂລມາ ຄູ່ກັດແຫ່ງແມ່ນໍ້າບາງປະກົງ
ໂດຍມີເນື້ອໃນວ່າ ທຸກໆລະດູໜາວ ປະຊາຊົນທີ່ອາໄສຢູ່ແຄມນ້ຳບາງປະກົງທີ່ໃກ້ກັບປາກອ່າວ ຈະກຽມພ້ອມສະວິງໄປສ້ອນເອົາປາດຸກທະເລ ທີ່ເຫຼືອແຕ່ເຄິ່ງໂຕ ຈາກການແບ່ງປັນຂອງປາໂລມາ.
![](https://laox.la/wp-content/uploads/2020/12/image-36.png)
ປາໂລມາຈະໃຊ້ປາກດຸດລົງໄປໃນຂີ້ຕົມ ເພື່ອໃຫ້ປາດຸກລອຍຂຶ້ນມາ ແລ້ວຈຶ່ງງັບກິນແຕ່ເຄິ່ງໂຕ. ໂລມາສະຫຼາດພໍທີ່ຈະກັດກິນແຕ່ເຄິ່ງໂຕ ເພາະວ່າຈະບໍ່ໃຫ້ຫງ່ຽງຄົມໆຂອງປາດຸກບາດ, ສ່ວນຫົວ ແລະ ພຸງທີ່ຂາດ ຈະລອຍຫາຍໃຈຂຶ້ນມາເໜືອຜິວນ້ຳ ໃຫ້ຊາວບ້ານໄດ້ມາສ້ອນເອົາມາເຮັດແນວກິນໄດ້ ເຊິ່ງສາມາດເຮັດເປັນເມນູແຊບໆໄດ້ຫຼາຍເລີຍ.
ລາວໄດ້ເວົ້າຕື່ມວ່າ “ມັນແມ່ນການແບ່ງປັນຕາມທຳມະຊາດ ຄົນຫາກິນ, ສັດຫາກິນ ຢ່າລະເມີດເຊິ່ງກັນ ແລະ ກັນ”
ແລ້ວຢູ່ບ້ານເຮົາເດ? ເຄີຍເຫັນເຫດການຄ້າຍໆແບບນີ້ບໍ່ ສາມາດເອົາມາແຊຣ໌ນຳກັນໄດ້.
![](https://laox.la/wp-content/uploads/2020/12/image-37.png)
![](https://laox.la/wp-content/uploads/2020/12/image-38.png)
ຂອບໃຈຂໍ້ມູນຈາກ: https://news.trueid.net/detail/MwK3z5JxPqMw
https://www.facebook.com/groups/295753780584031/permalink/1827679404058120/