Barack Obama ຂຶ້ນປົກວາລະສານ InStyle ສະບັບພິເສດ ພ້ອມເລົ່າເລື່ອງລາວຜູ້ຍິງຮອບຕົວທີ່ເຮັດໃຫ້ລາວມີວັນນີ້


ບາລັກ ໂອບາມາ ປະທານາທິບໍດີຄົນທີ 44 ​ແຫ່ງສະຫະລັດອາເມຣິກາ ໄດ້ຂຶ້ນປົກວາລະສານ InStyle ໂດຍໄດ້ເລົ່າເລື່ອງລາວຂອງຜູ້ຍິງຮອບຕົວທີ່ເຮັດໃຫ້ລາວມີທຸກວັນນີ້ ພ້ອມທັງເປີດເຜີຍສ່ວນໜຶ່ງຂອງໜັງສືບັນທຶກຄວາມຊົງຈຳ ເຫຼັ້ມຫຼ້າສຸດທີ່ມີຊື່ວ່າ A Promised Land ເຊິ່ງວາງຂາຍໄປເມື່ອວັນທີ 17 ພະຈິກ ທີ່ຜ່ານມາ.

ຖືວ່າເປັນການກັບມາປະກົດຕົວໃນວາລະສານແຟຊັ່ນຂອງບາລັກໃນຮອບຫຼາຍປີ ຫຼັງຈາກທີ່ອຳລາຕຳແໜ່ງປະທານາທິບໍດີໄປເມື່ອປີ 2016 ເຊິ່ງໃນບົດສຳພາດທາງເວັບໄຊ InStyle.com ທາງວາລະສານໄດ້ຖາມເຖິງຜູ້ຍິງຄົນສຳຄັນຂອງລາວ ຕັ້ງແຕ່ພັນລະຍາຢ່າງ ມິເຊວ ໂອບາມາ ທີ່ເຄີຍຂຶ້ນປົກວາລະສານໃນເດືອນຕຸລາ ປີ 2016  ໄປຈົນເຖິງ ມາເລຍ ແລະ ຊາຊາ ໂອບາມາ ລູກສາວທັງສອງຄົນຂອງລາວ.

“ພວກເຂົາທັງໝົດລ້ວນແຕ່ເປັນຜູ້ຍິງທີ່ມີຄວາມເຂັ້ມແຂງ, ຂ້ອຍຄິດວ່າພວກເຮົາຮູ້ຈັກມີເຊວດີຈົນຮູ້ວ່າລາວເປັນນັກເວົ້າໃນທີ່ສາທາລະນະທີ່ສຸດຍອດ” ບາລັກກ່າວເຖິງອະດີດສະຕີໝາຍເລກໜຶ່ງ.

“ຊາຊາຕາມທີ່ມາເລຍໄດ້ເຄີຍອະທິບາຍໄວ້ ລາວເປັນຄົນທີ່ມີຄວາມໝັ້ນໃຈຫຼາຍ ໃນການທີ່ຈະຢູ່ເທິງໂລກໃບນີ້ໂດຍບໍ່ມີຢ້ານກົວເລີຍ ບໍ່ເຄີຍເລີຍ ບໍ່ວ່າຈະຕຳແໜ່ງ ຫຼື ຍົດຖາບັນດາສັກໃດໆ ຖ້າລາວຄິດວ່າອັນໃດຜິດ ຫຼື ຖືກ ລາວກໍຈະເວົ້າມັນອອກມາ ສ່ວນມາເລຍເປັນຄົນອາລົມດີ ລາວເປັນຄົນທີ່ມ່ວນໄປກັບຜູ້ຄົນ, ຊີວິດ ແລະ ການສົນທະນາ ລາວບໍ່ເຄີຍເບື່ອເລີຍ ເຊິ່ງເປັນຄຸນສົມບັດຂອງຜູ້ຍິງຍຸກໃໝ່ທີ່ຈະພາເຈົ້າໄປໄດ້ໄກ”.

ນອກຈາກນີ້ ບາລັກຍັງເປີດເຜີຍສ່ວນໜຶ່ງຈາກບົດທຳອິດຂອງໜັງສືບັນທຶກຄວາມຊົງຈຳເຫຼັ້ມຫຼ້າສຸດໃນຕອນທີ່ມີຊື່ວ່າ From A Promised Land ເຊິ່ງໃຈຄວາມສຳຄັນຈະເປັນເລື່ອງລາວຊີວິດ ແລະ ຄວາມສຳພັນທີ່ມີຕໍ່ຜູ້ຍິງຜູ້ໃຫ້ກຳເນີດລາວຢ່າງ ແອນ ດັນແຮມ ຜູ້ເປັນແມ່ຂອງລາວ ທີ່ບາລັກອະທິບາຍວ່າເປັນຜູ້ຍິງທີ່ເຂັ້ມແຂງ ແລະ ແຕກຕ່າງຈາກຄົນອື່ນໆ.

“ແມ່ຂອງຂ້ອຍທັງແຕກຕ່າງ ແລະ ເຕັມໄປດ້ວຍຄວາມຄິດເຫັນທີ່ຕົງໄປຕົງມາ ເຖິງແມ່ນວ່າຈະເປັນລູກຄົນດຽວຂອງພໍ່ແມ່ ແຕ່ລາວກໍມີການຕໍ່ຕ້ານຕໍ່ໂຮງຮຽນມັດທະຍົມແບບດັ້ງເດີມ ລາວອ່ານບົດກະວີຂອງໝຸ່ມສາວ ແລະ ໜັງສືປັດຊະຍາຂອງຝຣັ່ງ ຂັບລົດຫຼິ້ນກັບໝູ່ເພື່ອນທີ່ຊານຟານຊິດໂກ ຢູ່ຫຼາຍວັນໂດຍບໍ່ບອກໃຜ ຕອນຂ້ອຍຍັງນ້ອຍ ຂ້ອຍກໍເຄີຍໄດ້ຍິນແມ່ກ່າວເຖິງເລື່ອງການເດີນທາງຂະບວນສິດທິພົນລະເມືອງ ເປັນຫຍັງສົງຄາມຫວຽດນາມຈຶ່ງເປັນຫາຍະນະ ທີ່ຖືກຊີ້ນຳແບບຜິດໆ ເລື່ອງການເຄື່ອນໄຫວຂອງຜູ້ຍິງ ແລະ ສົງຄາມຕໍ່ສູ້ຄວາມຍາກຈົນ”

Barack Obama book 'A Promised Land' sells 887K copies on first day

ສຳລັບການປະກົດຕົວໃນວາລະສານສະບັບນີ້ເປັນອີກໜຶ່ງການສົ່ງເສີມໜັງສືເຫຼັ້ມໃໝ່ທີ່ຫຼາຍໆຄົນລໍຄອຍຢ່າງ A Promised Land ເຊິ່ງກ່ອນໜ້ານີ້ໃນວັນທີ່ໜັງສືວາງຂາຍ ບາລັກຍັງໄດ້ໄປໂອ້ລົມກັບ ໂອປຣາ ວິນຟຣີ ໃນລາຍການ The Oprah Conversation ທາງ Apple TV+ ອີກດ້ວຍ

ທີ່ມາ: https://www.facebook.com/thestandardpop/photos/a.726095644412114/1365117797176559/