ໄມໂຄຣພລາສຕິກແຜ່ໄປຮອດຍອດພູເອເວີເຣດແລ້ວ!


ທີມນັກວິທະຍາສາດຈາກມະຫາວິທະຍາໄລພລີມັດຂອງສະຫະລາຊະອານາຈັກ ຕີພິມລົງໃນວາລະສານ On Earth  ໂດຍລະບຸວ່າ ກວດພົບມົນລະພິດຂອງໄມໂຄຣພລາສຕິກຢູ່ເທິງພູເອເວີເຣດເປັນເທື່ອທໍາອິດ ເຊິ່ງອະນຸພາກຂອງພລາສຕິກເຫຼົ່ານີ້ຖືກພົບຢູ່ໃນຫິມະລະດັບຄວາມສູງສຸດຢູ່ທີ່ 8,440 ແມັດ ຈາກລະດັບໜ້ານ້ຳທະເລ ຫ່າງຈາກຈຸດສູງສຸດຂອງຈອມພູພຽງ 408 ແມັດເທົ່ານັ້ນ.

ກ່ອນໜ້ານີ້ ກໍມີການຄົ້ນພົບຊິ້ນສ່ວນພລາສຕິກຂະໜາດນ້ອຍຢູ່ດ້ານເລິກສຸດຂອງຮ່ອງເລິກກົ້ນມະຫາສະໝຸດມາເຣຍນາມາແລ້ວ, ໂດຍຈຸດທີ່ພົບຢູ່ເລິກ 11 ກິໂລແມັດຫ່າງຈາກໜ້ານ້ຳ, ຄາດວ່າເປັນພລາສຕິກທີ່ຍ່ອຍສະຫຼາຍ ແລະ ແຍກຕົວອອກຈາກກຸ່ມຂີ້ເຫຍື້ອຂະໜາດໃຫຍ່ ກ່ອນຈະຈົມລົງສູ່ກົ້ນມະຫາສະໝຸດ.

ດຣ. ອີໂມເຈນ ແນັບເປີ້ ຜູ່ນຳທີມວິິໄຈບອກວ່າ ໄດ້ເກັບຕົວຢ່າງນ້ຳ 900 ມິນລີລິດ ຈາກແມ່ນ້ຳຕ່າງໆເທິງພູເອເວີເຣດມາ 8 ຕົວຢ່າງ ແລະ ໄດ້ເກັບປະລິມານຫິມະມາປະມານ 300 ມິນລີລິດ ຈາກຈຸດຕ່າງໆເທິງພູມາ 11 ຕົວຢ່າງ. ເຊິ່ງຜົນການວິເຄາະອອກມາພົບວ່າ ມີໄມໂຄຣພລາສຕິກປົນເປື້ອນໃນຕົວຢ່າງຫິມະທັງໝົດທີ່ເກັບມາ ແລະ ຍັງພົບການປົນເປື້ອນໃນ 3 ແມ່ນ້ຳອີກດ້ວຍ.

ຕຳແໜ່ງທີ່ພົບສານປົນເປື້ອນຫຼາຍທີ່ສຸດແມ່ນບໍລິເວນ ເອເວີເຣດເບສແຄ້ມ ເປັນບ່ອນທີ່ນັກປີນພູໃຊ້ກຽມຕົວກ່ອນຈະຂຶ້ນຈອມພູເອເວີເຣດ ເຮັດໃຫ້ພື້ນທີ່ດັ່ງກ່າວມີກິດຈະກຳຂອງມະນຸດເກີດຂຶ້ນຫຼາຍທີ່ສຸດໄປນຳ. ທີມນັກວິໄຈພົບໄມໂຄຣພລາສຕິກທີ່ນັ້ນປະມານ 79 ອະນຸພາກຕໍ່ຫິມະ 1 ລິດ, ​ສ່ວນໄມໂຄຣພລາສຕິກທີ່ພົບໃກ້ກັບຈຸດສູງສຸດຂອງຍອດພູນັ້ນ ມາຈາກເສັ້ນໃຍສັງເຄາະຈຳພວກໂພລິແອັດເຕີ ແລະ ອະຄຣີລິກ ທີ່ໃຊ້ເຮັດເປັນເຄື່ອງນຸ່ງຫົ່ມ ແລະ ເຄື່ອງໃຊ້ທີ່ຈຳເປັນສຳຫຼັບນັກປີນພູ.

ເຖິງວ່ານັກວິທະຍາສາດຈະບໍ່ຮູ່ແນ່ນອນວ່າ ໄມໂຄຣພລາສຕິກເປັັນອັນຕະລາຍຕໍ່ຮ່າງກາຍຂອງສິ່ງທີ່ມີຊີວິດ ແລະ ລະບົບນິເວດຫຼືບໍ່ ແຕ່ກໍເປັນການດີທີ່ຈະລະມັດລະວັງປ້ອງກັນໄວ້ກ່ອນ ໂດຍການຍຸຕິມົນລະພິດຂອງໄມໂຄຣພລາສຕິກບໍ່ໃຫ້ກະຈາຍອອກໄປຫຼາຍກວ່ານີ້.

“ບັນຫາຂອງເຮົາໃນຂະນະນິ້ ຄືກັບນ້ຳທີ່ໄຫຼລົ້ນອອກາຈາກອ່າງ ເຮັດໃຫ້ຕ້ອງໄດ້ເຊັດພື້ນທີ່ມີນ້ຳອັ່ງຢູ່ເລື້ອຍໆ ຄວາມຈິງເຮົາຄວນປິດກ໊ອກນ້ຳກໍແລ້ວ ເຊິ່ງກໍຄືການແກ້ບັນຫາທີ່ຕົ້ນເຫດ ໂດຍບໍ່ຕ້ອງປ່ອຍໃຫ້ໄມໂຄຣພລາສຕິກອອກໄປປົນສິ່ງແວດລ້ອມຕັ້ງແຕ່ທຳອິດ”

 ທີ່ມາ: https://www.bbc.com/thai/features-55034731