ມາຮູ້ຈັກກັບ Beverly Hills 9OH20 ນໍ້າດື່ມລາຄາ 1ຕື້ກີບ!


ເຮົາທຸກຄົນເຄີຍຄິດບໍ່ວ່າ ນ້ຳດື່ມຕຸກທີ່ເຮົາກິນ ມັນຈະມີລາຄາສູງໄດ້ເທົ່າໃດ? ແລ້ວເປັນຫຍັງມັນລາຄາສູງຂະໜາດນັ້ນ? ມື້ນີ້ເຮົາຈະພາທຸກຄົນມາຮູ້ຈັກກັບ Beverly Hills 9OH20 ນ້ຳດື່ມທີ່ແພງສຸດໃນໂລກ ມີລາຄາສູງເຖິງ 1 ຕື້ກີບ!!!!

ແບຣນນີ້ມີຊື່ວ່າ Beverly Hills 9OH20 ເຊິ່ງແບຣນທໍາອິດທີ່ຂຶ້ນຊື່ວ່າ ເປັນນໍ້າແຮ່ຊະນິດທໍາອິດທີ່ຜະລິດຂຶ້ນເພື່ອໃຫ້ສາມາດດື່ມຮ່ວມກັບວາຍຊັ້ນສູງ ແລະ ອາຫານຫຼູໄດ້.

ແລ້ວອັນໃດທີ່ເຮັດໃຫ້ Beverly Hills 9OH20 ມີລາຄາສູງຂະໜາດນັ້ນ?

ທາງຜູ່ຜະລິດ Beverly Hills 9OH20 ໃຫ້ຄອນເຊັບວ່າ “ເປັນແຊັມເປນແຫ່ງໜ້ານໍ້າ” ໂດຍໄດ້ຮັບແຮງບັນດານໃຈຈາກການເຮັດແຊັມເປນ ແລະ ເຫຼົ້າຊັ້ນສູງ.

ນ້ຳດື່ມດັ່ງກ່າວ ເປີດຕົວໃນສະຫະລັດອາເມຣິກາ ໂດຍບໍລິສັດເຄື່ອງດື່ມ Beverly Hills ໄດ້ຜະລິດນໍ້າດື່ມນີ້ອອກມາພຽງ 10,000 ແກ້ວ ຍ້ອນວ່ານີ້ບໍ່ແມ່ນການຜະລິດນ້ຳ, ເຂົາຢາກໃຫ້ນ້ຳແຕ່ລະແກ້ວເປັນຄືກັບການສ້າງສັນສີລະປະຊັ້ນສູງຢ່າງໜຶ່ງ.

ນ້ຳແຮ່ສູດນີ້ໄດ້ຮັບການພັດທະນາຈາກ Water Sommerier ທີ່ຕ້ອງລະອຽດໃນການຜະລິດນ້ຳດື່ມສູດພິເສດນີ້. ເມື່ອເຮັດການທົດລອງ ກໍໄດ້ຜົນຄ່າ pH ຢູ່ທີ່ 7.5 ເຮັດໃຫ້ນໍ້າດື່ມນີ້ໄດ້ຮັບການກ່າວເຖິງວ່າ ມີຄວາມສົມດດຸນຢ່າງສົມບູນແບບ ແລະ ເປັນນ້ຳດື່ມທີ່ມີຣົດສຳຜັດນຽນນຸ້ມ,​ ສົດໃໝ່ ເມື່ອດື່ມແລ້ວຈະຮູ້ສຶກສົດຊື່ນຢ່າງບໍ່ໜ້າເຊື່ອ ຈຶ່ງກາຍເປັນນ້ຳດື່ມທີ່ຖືກຈັບຄູ່ກັບອາຫານຫຼູ ແລະ ວາຍລາຄາແພງ.

ແກ້ວທີ່ເປັນພາຊະນະບັນຈຸຂອງນ້ຳດື່ມ Beverly Hills 9OH20 ແມ່ນເຮັດມາາຈາກຄໍາຂາວ ແລະ ຄໍາ 24 ກະຣັດ, ເພັດ 250 ເມັດ ແລະ ເພັດຂາວ 600 ເມັດ. ແຕ່ລະແກ້ວແມ່ນເຮັດດ້ວຍມື ແລະ ປິດຫຸ້ມໄວ້ເຖິງ 3 ຊັ້ນ ເພື່ອໃຫ້ແນ່ໃຈວ່າເປັນແກ້ວທີ່ຍັງບໍ່ທັນແກະ ປອດໄພ ແລະ ເປັນຂອງແທ້.

ກຸ່ມລູກຄ້າຂອງ Beverly Hills 9OH20 ເລັງໄວ້ແມ່ນຮ້ານອາຫານຫຼູໃນໂຮງແຮມ, ຕະຫຼາດກູເມັດ ແລະ ຮ້ານເສື້ອຜ້າແຟຊັນຊັ້ນສູງ. ໄດ້ເປີດຕົວຄັ້ງທຳອິດໄປແລ້ວໃນສະຫະລັດອາເມຣິກາທີ່ຮ້ານຄ້າແຖວໜ້າເຊັ່ນ: Montage Beverly Hills, Luxe Rodeo Drive Hotel, Monsieur Marcel Gourmet Market ແລະ Bulgari.

ທີ່ມາ: https://m.facebook.com/story.php?story_fbid=132389485339206&id=114640760447412