ປົກເວັບ 2026 08 03T151838 690

ແຂວງຈຳປາສັກ ເດີນໜ້າຊຸກຍູ້ “ວາລະການທ່ອງທ່ຽວ” ສີຂຽວຢ່າງເປັນຮູບປະທຳ ຜ່ານການຈັບມືກັບພາກເອກະຊົນເພື່ອກຽມເປີດແຫຼ່ງທ່ອງທ່ຽວທຳມະຊາດຊື່ດັງຄືນໃໝ່ ພ້ອມຍົກລະດັບງານມະຫາທະກຳກິລາສູ່ເວທີສາກົນ ແນໃສ່ຟື້ນຟູເສດຖະກິດ ແລະ ສ້າງລາຍໄດ້ໃຫ້ຊຸມຊົນຢ່າງຍືນຍົງ.

ຕາມການລາຍງາຂອງ ໜັງສືພີມໃນທ້ອງຖິ່ນ ຈຳປາໃໝ່, ທິດທາງການພັດທະນາດັ່ງກ່າວໄດ້ຮັບການເປີດເຜີຍໃນການພົບປະລະຫວ່າງການນຳແຂວງຈຳປາສັກ ນຳໂດຍ ປອ. ອາລຸນໄຊ ສູນນະລາດ ເລຂາພັກແຂວງ ແລະ ປະທານສະພາປະຊາຊົນແຂວງ ຮ່ວມກັບ ທ່ານ ອິນທີ ເດືອນສະຫວັນ ປະທານສະມາຄົມທຸລະກິດທ່ອງທ່ຽວລາວ.

ການຫາລືຄັ້ງນີ້ໄດ້ເນັ້ນໜັກໃສ່ການທົບທວນ 25 ຕົວຊີ້ບອກ ເພື່ອແກ້ໄຂບັນຫາຄົງຄ້າງດ້ານການທ່ອງທ່ຽວ ເຊິ່ງສະພາປະຊາຊົນແຂວງໄດ້ຮັບຮອງໃຫ້ເປັນວາລະສຳຄັນ ໂດຍມີເປົ້າໝາຍຊຸກຍູ້ໃຫ້ໂຄງການພັດທະນາແຫຼ່ງທ່ອງທ່ຽວຕ່າງໆ ສາມາດກັບມາເປີດບໍລິການໄດ້ໂດຍໄວ ພາຍໃຕ້ທິດທາງການທ່ອງທ່ຽວສີຂຽວທີ່ເປັນມິດກັບສິ່ງແວດລ້ອມ ແລະ ສ້າງຜົນກະທົບທາງບວກຕໍ່ສັງຄົມ.

ຜົນການປຶກສາຫາລື ໄດ້ນຳໄປສູ່ 3 ແຜນງານໃຫຍ່ທີ່ຈະມາປຸກກະແສການທ່ອງທ່ຽວຂອງແຂວງໃຫ້ກັບມາຄຶກຄື້ນອີກຄັ້ງ. ປະການທຳອິດແມ່ນການກຽມຄວາມພ້ອມເປີດ “ແຫຼ່ງທ່ອງທ່ຽວຄອນປາສ້ອຍ” ຢ່າງເປັນທາງການພາຍໃນເດືອນຕຸລາ 2026 ນີ້ ພາຍຫຼັງສຳເລັດການປະເມີນ ແລະ ກະກຽມເອກະສານດ້ານສິ່ງແວດລ້ອມ.

ຄຽງຄູ່ກັນນັ້ນ, ແຂວງຍັງກຽມຍົກລະດັບງານແລ່ນ “Pakse International Half Marathon 2026” ໃນເດືອນພະຈິກ ໃຫ້ກາຍເປັນລາຍການລະດັບສາກົນ ດ້ວຍຈຸດຂາຍເສັ້ນທາງແລ່ນຂ້າມຂົວຊົມວິວສອງຝັ່ງແມ່ນ້ຳຂອງ ເຊິ່ງປັດຈຸບັນມີນັກແລ່ນລົງທະບຽນແລ້ວກວ່າ 500 ຄົນ ແລະ ຄາດໝາຍວ່າຈະທະລຸສະຖິຕິເດີມທີ່ເຄີຍສ້າງໄວ້ 1,500 ກວ່າຄົນໃນປີກາຍ.

ສ່ວນອີກໜຶ່ງໂຄງການທີ່ມວນຊົນລໍຄອຍມາຫຼາຍປີ ແມ່ນການຟື້ນຟູ “ຕາດຜາສ້ວມ” ຢູ່ເມືອງບາຈຽງຈະເລີນສຸກ ເຊິ່ງມີແຜນຈະກັບມາເປີດບໍລິການດ້ວຍໂສມໜ້າໃໝ່ທີ່ຍິ່ງໃຫຍ່ກວ່າເກົ່າໃນເດືອນຕຸລາ 2027 ໂດຍເນັ້ນການອະນຸລັກຄວາມງົດງາມທາງທຳມະຊາດ ແລະ ສົ່ງເສີມການມີສ່ວນຮ່ວມຂອງປະຊາຊົນບັນດາເຜົ່າ.

ການຮ່ວມມືຢ່າງໃກ້ຊິດລະຫວ່າງພາກລັດ ແລະ ພາກເອກະຊົນໃນຄັ້ງນີ້ ບໍ່ພຽງແຕ່ເປັນບາດກ້າວສຳຄັນໃນການຍົກລະດັບມາດຕະຖານການທ່ອງທ່ຽວຂອງແຂວງຈຳປາສັກ ເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເທົ່ານັ້ນ, ແຕ່ຍັງເປັນກົນໄກສຳຄັນໃນການກະຕຸ້ນເສດຖະກິດຮາກຖານ, ສ້າງວຽກເຮັດງານທຳ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນທ້ອງຖິ່ນໃຫ້ເກີດຜົນເປັນຈິງ.

#LaoX #ທ່ອງທ່ຽວລາວ #ແຂວງຈຳປາສັກ #ທ່ອງທ່ຽວສີຂຽວ #ຕາດຜາສ້ວມ #ຄອນປາສ້ອຍ #PakseHalfMarathon2026 #ເສດຖະກິດທ້ອງຖິ່ນ #LaoTourism

Comments are disabled