ປົກເວັບ 2026 08 18T114352 324

ສປປ ລາວ ດຶງດູດນັກທ່ອງທ່ຽວຍີ່ປຸ່ນພຸ່ງຂຶ້ນ 36% ດ້ວຍມົນສະເໜ່ “Slow Life”

ສປປ ລາວ ສາມາດດຶງດູດນັກທ່ອງທ່ຽວຍີ່ປຸ່ນເພີ່ມຂຶ້ນ 36% ດ້ວຍການຊູຈຸດເດັ່ນວິຖີຊີວິດແບບລຽບງ່າຍເພື່ອແນໃສ່ຂະຫຍາຍຕະຫຼາດຄຸນນະພາບ.

ຄວາມສຳເລັດໃນຕະຫຼາດຍີ່ປຸ່ນສະທ້ອນໃຫ້ເຫັນຜ່ານຕົວເລກນັກທ່ອງທ່ຽວທີ່ເດີນທາງເຂົ້າມາລາວຈຳນວນ 23,133 ຄົນໃນໄລຍະ 6 ເດືອນຕົ້ນປີ ເຊິ່ງເປັນການເຕີບໂຕຢ່າງກ້າວກະໂດດ. 

ຕົວເລກດັ່ງກ່າວໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງໃນຊຸມປີມໍ່ໆມານີ້, ຈາກນັກທ່ອງທ່ຽວ 6,848 ຄົນ ໃນປີ 2022 ມາເປັນ 24,824 ຄົນ ໃນປີ 2023, 28,966 ຄົນ ໃນປີ 2024 ແລະ 33,743 ຄົນ ໃນປີ 2025. ຕາມການລາຍງານຂອງໜັງສືພີມ ວຽງຈັນທາມ.

ເພື່ອເປັນການຕໍ່ຍອດທ່າແຮງນີ້, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ລົງນາມຮ່ວມມືກັບບໍລິສັດ ຈຳປິງທົວ ຈຳກັດ (Jumping Tour) ຈາກປະເທດຍີ່ປຸ່ນ ຢ່າງເປັນທາງການ ເພື່ອຍົກລະດັບການສົ່ງເສີມການທ່ອງທ່ຽວລາວໃຫ້ເຂົ້າເຖິງກຸ່ມເປົ້າໝາຍໄດ້ຢ່າງເລິກເຊິ່ງກວ່າເກົ່າ.

ຕາງໜ້າລົງນາມໂດຍ ທ່ານ ນາງ ມະນີສາຄອນ ທຳມະວົງໄຊ, ຫົວໜ້າກົມສົ່ງເສີມຕະຫຼາດການທ່ອງທ່ຽວ ແລະ ທ່ານ ສິເງໂຢຊິ ອາເບະ ປະທານບໍລິສັດ ຈຳປິງທົວ ຈໍາກັດ. 

ຕາມການລາຍງານຂອງ ວຽງຈັນທາມ, ທ່ານ ຊິເກໂຍຊິ ອາເບະ ໄດ້ກ່າວວ່າ ນັກທ່ອງທ່ຽວຊາວຍີ່ປຸ່ນຖືກດຶງດູດໃຫ້ມາທ່ຽວລາວ ບໍ່ພຽງແຕ່ຍ້ອນສະຖານທີ່ທ່ອງທ່ຽວທີ່ສຳຄັນເທົ່ານັ້ນ ແຕ່ຍັງຍ້ອນວິຖີຊີວິດຂອງຄົນລາວນຳອີກ.

“ຫຼັງຈາກທີ່ມາລາວແລ້ວ ມັນຮູ້ສຶກຄືກັບໄດ້ມາຢ້ຽມຢາມຍີ່ປຸ່ນໃນອະດີດ — ຄວາມເປັນມິດຂອງຄົນລາວ ແລະ ຄວາມຮູ້ສຶກທີ່ວ່າຊີວິດຢູ່ທີ່ນີ້ດຳເນີນໄປແບບຊ້າໆ (slow life)” ທ່ານກ່າວຜ່ານນາຍແປພາສາລາວ.

ທ່ານ ອາເບະ ກ່າວວ່າ ປະສົບການນີ້ເຮັດໃຫ້ລາວແຕກຕ່າງຈາກຈຸດໝາຍປາຍທາງອື່ນໆ ແລະ ຊຸກຍູ້ໃຫ້ນັກທ່ອງທ່ຽວຢາກກັບຄືນມາອີກ.

“ເມື່ອໃຜຜູ້ໜຶ່ງໄດ້ມາຢ້ຽມຢາມແລ້ວ, ພວກເຂົາມັກຈະກັບມາອີກເລື້ອຍໆ,” ທ່ານກ່າວ.

ທ່ານຍັງກ່າວຕື່ມວ່າ ສະຖານທີ່ຕ່າງໆເຊັ່ນ: ວັດພູ ແລະ ພະທາດຫຼວງ ຍັງຄົງເປັນແຫຼ່ງດຶງດູດທີ່ສຳຄັນ, ແຕ່ນັກທ່ອງທ່ຽວຫຼາຍຄົນກໍຍັງສົນໃຈຢາກສຳຜັດກັບຊີວິດການເປັນຢູ່ໃນຕົວເມືອງຕ່າງໆຂອງລາວ.

“ສິ່ງທີ່ນັກທ່ອງທ່ຽວເຂົ້າມາຊອກຫາແທ້ໆແມ່ນການເອົາຕົວເອງໄປສຳຜັດກັບວິຖີຊີວິດໃນເມືອງຕ່າງໆຂອງລາວ — ຮູບແບບການດຳລົງຊີວິດ, ການໄຫຼວຽນຂອງເວລາທີ່ແຕກຕ່າງອອກໄປ ນັ້ນເປັນສິ່ງທີ່ສຳຄັນກວ່າ,” ທ່ານ ອາເບະ ກ່າວ.

ນອກຈາກນີ້, ທ່ານນາງ ມະນີສາຄອນ ກ່າວວ່າ ການສະເດັດຢ້ຽມຢາມລາວຂອງ ເຈົ້າຍິງ ໄອໂກະ ແຫ່ງປະເທດຍີ່ປຸ່ນ ໃນປີກາຍນີ້ ກໍອາດມີສ່ວນຊ່ວຍດຶງດູດນັກທ່ອງທ່ຽວຍີ່ປຸ່ນໄດ້ຫຼາຍຂຶ້ນເຊັ່ນກັນ.

“ການສະເດັດມາຢ້ຽມຢາມລາວ ແລະ ການເດີນທາງຕາມເສັ້ນທາງທ່ອງທ່ຽວຂອງເພິ່ນ ອາດເປັນການຊຸກຍູ້ໃຫ້ຊາວຢີ່ປຸ່ນຫຼາຍຄົນຢາກເດີນທາງຕາມຮອຍຂອງເພິ່ນ,” ທ່ານນາງກ່າວ.

ພາຍໃຕ້ສັນຍາສະບັບໃໝ່ນີ້, ບໍລິສັດ ຈຳປິງທົວ ຈະສົ່ງເສີມການທ່ອງທ່ຽວລາວໃຫ້ແກ່ບັນດາບໍລິສັດທ່ອງທ່ຽວ, ນັກຂ່າວ, ໂຮງຮຽນ ແລະ ມະຫາວິທະຍາໄລຕ່າງໆໃນຍີ່ປຸ່ນ.

ບໍລິສັດຍັງຈະຜະລິດບົດຄວາມສຳລັບວາລະສານ ແລະ ໂທລະພາບຂອງຍີ່ປຸ່ນ, ແປເອກະສານກ່ຽວກັບການທ່ອງທ່ຽວ ແລະ ສະໜັບສະໜູນງານບຸນລາວປະຈຳປີທີ່ໂຕກຽວ.

ພ້ອມນັ້ນ, ບໍລິສັດຍັງຈະຊ່ວຍສະໜັບສະໜູນ ແລະ ຕິດຕາມໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ການຟື້ນຟູຊຸມຊົນໃນເມືອງວຽງໄຊ, ແຂວງຫົວພັນ ແລະ ພື້ນທີ່ອື່ນໆອີກ.

ຫຼັງຈາກການລົງນາມ, ບໍລິສັດ ຈຳປິງທົວ ຈະຮ່ວມເຮັດວຽກກັບກະຊວງ ແລະ ສະຖານເອກອັກຄະລັດຖະທູດລາວປະຈຳຍີ່ປຸ່ນ ເພື່ອພັດທະນາໂຄງການສົ່ງເສີມການທ່ອງທ່ຽວໃຫ້ກວ້າງຂວາງຍິ່ງຂຶ້ນ.

ພ້ອມດຽວກັນນີ້ ບໍລິສັດຈະຍື່ນບົດລາຍງານກ່ຽວກັບກິດຈະກຳຂອງຕົນຢ່າງເປັນປະຈຳ ໃນຂະນະທີ່ລາວພວມຊອກຫາຊ່ອງທາງດຶງດູດນັກທ່ອງທ່ຽວຍີ່ປຸ່ນໃຫ້ຫຼາຍຂຶ້ນ ແລະ ຮັດແໜ້ນສາຍພົວພັນດ້ານການທ່ອງທ່ຽວລະຫວ່າງສອງປະເທດ.

ພິທີລົງນາມດັ່ງກ່າວ ເຂົ້າຮ່ວມໂດຍ ທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີ ກະຊວງວັດທະນະທຳ ແລະ ການທ່ອງ ທ່ຽວ, ມີຜູ້ຕາງໜ້າຈາກບັນດາຂະແໜງການທີ່ກ່ຽວຂ້ອງ.

ຕາມການ ລາຍງານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ຢູ່ກອງປະຊຸມສະພາແຫ່ງຊາດ ສະໄໝ ວິສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນເດືອນກໍລະກົດທີ່ຜ່ານມາ, ສຳລັບພາບລວມການທ່ອງທ່ຽວ ໃນເຄິ່ງປີ ທຳອິດຂອງ ສປປ ລາວ ສາມາດ ດຶງດູດນັກທ່ອງທ່ຽວສາກົນເຂົ້າມາທ່ອງທ່ຽວ ສປປ ລາວ ໄດ້ 2.1 ລ້ານເທື່ອຄົນ ຫຼື ເທົ່າ ກັບ 47% ຂອງແຜນການ (ມະຕິສະພາແຫ່ງຊາດ: 4.4 ລ້ານເທື່ອຄົນ) ເພີ່ມຂຶ້ນ 8% ທຽບໃສ່ໄລຍະດຽວ ກັນຂອງປີ 2025, ສ້າງລາຍຮັບໝູນວຽນຈາກການທ່ອງທ່ຽວໄດ້ 960 ກວ່າລ້ານໂດສະຫະລັດ; ດຶງດູດນັກ ທ່ອງທ່ຽວພາຍໃນໄດ້ 1.3 ລ້ານເທື່ອຄົນ ຫຼື ເທົ່າ 30% ຂອງແຜນການ (ມະຕິສະພາແຫ່ງຊາດ: 4.3 ເທື່ອຄົນ). 

ຮູບພາບ: ຂ່າວເສດຖະກິດ-ສັງຄົມ

#LaoX #LaosTourism #SlowLifeLaos #JapanToLaos #VisitLaos #LaoEconomy #TourismNews #ຂ່າວການທ່ອງທ່ຽວ

Comments are disabled