ປົກເວັບ 2026 08 24T123115 552

ສະເໜ່ລະດັບໂລກ! GeoEx ຍົກ ສປປ ລາວ ຕິດທັອບ 7 ປະເທດທີ່ຕ້ອງມາສຳຜັດໃນປີ 2027

ສປປ ລາວ ໄດ້ຮັບການຍົກຍ້ອງໃຫ້ເປັນໜຶ່ງໃນ 7 ຈຸດໝາຍປາຍທາງການທ່ອງທ່ຽວທີ່ໜ້າປະທັບໃຈທີ່ສຸດຂອງໂລກສຳລັບປີ 2027 ໂດຍອົງການ Geographic Expeditions (GeoEx). ການປະກາດຄັ້ງນີ້ໄດ້ຊີ້ໃຫ້ເຫັນເຖິງສັກກະຍະພາບອັນໂດດເດັ່ນທາງດ້ານວັດທະນະທຳ ແລະ ທຳມະຊາດຂອງລາວ ທີ່ພ້ອມດຶງດູດນັກທ່ອງທ່ຽວທົ່ວໂລກໃຫ້ມາສຳຜັດກັບປະສົບການທີ່ແທ້ຈິງ ແລະ ຍືນຍົງ.

ໃນບົດລາຍງານ “ຈຸດໝາຍປາຍທາງທີ່ຄວນເດີນທາງໄປໃນປີ 2027” ຂອງ GeoEx ເຊິ່ງເປັນຜູ້ນຳດ້ານການຈັດແຜນການທ່ອງທ່ຽວແບບມີເອກະລັກ ໄດ້ຈັດອັນດັບໃຫ້ປະເທດລາວຄຽງຄູ່ກັບ ປະເທດແຖບບານຄານ, ເອຢິບ, ນາມິເບຍ, ເປຣູ, ອຸສເບກິສຖານ ແລະ ພາກຕາເວັນຕົກຂອງຍີ່ປຸ່ນ. 

ການປະເມີນຄັ້ງນີ້ແມ່ນອີງໃສ່ມາດຖານຫຼັກຄື: ຄວາມເປັນເອກະລັກດັ້ງເດີມ, ການເຂົ້າເຖິງງ່າຍ, ປະສົບການທີ່ຄຸ້ມຄ່າ ແລະ ມົນສະເໜ່ທີ່ດຶງດູດໃຈຢ່າງຍາວນານ. 

ທ່ານ ບຣາດີ ບິນສະຕັດ (Brady Binstadt) ຜູ້ອຳນວຍການບໍລິຫານຂອງ GeoEx ໄດ້ເນັ້ນຢໍ້າວ່າ ຕະຫຼອດ 44 ປີຂອງການຈັດການເດີນທາງທົ່ວໂລກ ປະສົບການທີ່ດີທີ່ສຸດຄືການໄດ້ລົງເລິກເຖິງວັດທະນະທຳ ແລະ ສ້າງຄວາມຜູກພັນທີ່ຈະປະທັບໃຈໄປຕະຫຼອດການ. 

ການເລືອກບັນດາປະເທດເຫຼົ່ານີ້ ກໍເພື່ອເປີດໂອກາດໃຫ້ນັກທ່ອງທ່ຽວໄດ້ເຂົ້າໃຈວັດທະນະທຳທີ່ໜ້າສົນໃຈ ແລະ ເຊື່ອມໂຍງກັບຊຸມຊົນດັ້ງເດີມຢ່າງແທ້ຈິງ.

ສຳລັບ ສປປ ລາວ ນັ້ນ, GeoEx ໄດ້ພັນລະນາວ່າເປັນປະເທດທີ່ມອບການປະສົມປະສານອັນສະຫງົບສຸກຂອງວິຖີພຸດທະສາສະໜາ, ພູຜາປ່າໄມ້ທີ່ສູງສະຫງ່າ, ວິຖີຊີວິດຊຸມຊົນແຄມແມ່ນ້ຳຂອງ ແລະ ປະສົບການທາງວັດທະນະທຳທີ່ຝັງຮາກເລິກ. 

ພ້ອມດຽວກັນນັ້ນ, ການກັບມາເປີດໃຫ້ບໍລິການອີກຄັ້ງຂອງໂຮງແຮມທີ່ຖືກບູລະນະຢ່າງງົດງາມເຊັ່ນ La Résidence Phou Vao ທີ່ຫຼວງພະບາງ ຍິ່ງເປັນການເພີ່ມສະເໜ່ໃຫ້ແກ່ປະເທດ ໂດຍສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນໃນການບໍລິການດ້ວຍຄວາມເອົາໃຈໃສ່ເພື່ອມອບປະສົບການທີ່ມີຄວາມໝາຍ. 

ນອກຈາກເມືອງມໍລະດົກໂລກຢ່າງຫຼວງພະບາງທີ່ຍັງຄົງເປັນໜຶ່ງໃນເມືອງທີ່ມີສະເໜ່ທີ່ສຸດໃນອາຊີຕາເວັນອອກສຽງໃຕ້ແລ້ວ, ລາວຍັງມີແຫຼ່ງທ່ອງທ່ຽວທີ່ກວ້າງຂວາງໄປເຖິງເຂດພູພຽງທີ່ອຸດົມສົມບູນ, ໝູ່ບ້ານແຄມນໍ້າ, ຕະຫຼາດທ້ອງຖິ່ນທີ່ມີຊີວິດຊີວາ ແລະ ເອກະລັກທາງດ້ານອາຫານການກິນທີ່ໂດດເດັ່ນ ທີ່ລໍຖ້າໃຫ້ນັກເດີນທາງທຸກຄົນມາຄົ້ນພົບ.

ການໄດ້ຮັບການຍົກຍ້ອງຈາກ GeoEx ໃນຄັ້ງນີ້ ບໍ່ແມ່ນຄັ້ງທຳອິດທີ່ ສປປ ລາວ ໄດ້ຮັບຄວາມສົນໃຈໃນລະດັບສາກົນ. ໃນຊຸມປີຜ່ານມາ, ຂະແໜງການທ່ອງທ່ຽວຂອງລາວ ໄດ້ສ້າງຊື່ສຽງ ແລະ ຄ້ວາລາງວັນຈາກສະຖາບັນຊັ້ນນຳຂອງໂລກຢ່າງຕໍ່ເນື່ອງ. ເປັນຕົ້ນແມ່ນ ວາລະສານ ໄທມ໌ (TIME Magazine) ໄດ້ເຄີຍຍົກໃຫ້ເມືອງມໍລະດົກໂລກ ຫຼວງພະບາງ ເປັນໜຶ່ງໃນ “ສະຖານທີ່ທີ່ຍິ່ງໃຫຍ່ທີ່ສຸດໃນໂລກ” (World’s Greatest Places), ຂະນະທີ່ໜັງສືພິມ The New York Times ກໍໄດ້ຈັດໃຫ້ລາວຢູ່ໃນລາຍຊື່ຈຸດໝາຍປາຍທາງທີ່ຄວນໄປຢ້ຽມຢາມ (52 Places to Go). ນອກຈາກນີ້, ຫຼວງພະບາງ ຍັງເຄີຍຄ້ວາລາງວັນເມືອງທ່ອງທ່ຽວຍອດນິຍົມ ຈາກວາລະສານ Wanderlust Travel Awards ຂອງອັງກິດ ລວມເຖິງການໄດ້ຮັບມາດຕະຖານ ເມືອງທ່ອງທ່ຽວສະອາດອາຊຽນ (ASEAN Clean Tourist City Standard) ຫຼາຍສະໄໝ.

ຄວາມສຳເລັດເຫຼົ່ານີ້ສະທ້ອນໃຫ້ເຫັນເຖິງຈຸດແຂງຂອງປະເທດລາວ ທີ່ບໍ່ໄດ້ມີພຽງແຕ່ທຳມະຊາດທີ່ອຸດົມສົມບູນ, ແຕ່ຍັງລວມເຖິງການຮັກສາວິຖີຊີວິດ ແລະ ວັດທະນະທຳທ້ອງຖິ່ນໄວ້ໄດ້ຢ່າງໜຽວແໜ້ນ. ປັດຈຸບັນ, ການຍົກລະດັບໂຄງລ່າງພື້ນຖານ ເຊັ່ນ: ການເປີດນຳໃຊ້ເສັ້ນທາງລົດໄຟລາວ-ຈີນ ໄດ້ກາຍເປັນຕົວກະຕຸ້ນສຳຄັນ ທີ່ເຮັດໃຫ້ນັກທ່ອງທ່ຽວສາມາດເຂົ້າເຖິງແຫຼ່ງທ່ອງທ່ຽວທາງທຳມະຊາດ ແລະ ປະຫວັດສາດ ທັງໃນພາກເໜືອ ແລະ ພາກກາງໄດ້ຢ່າງສະດວກສະບາຍຍິ່ງຂຶ້ນ, ປ່ຽນໃຫ້ ສປປ ລາວ ກາຍເປັນຈຸດໝາຍປາຍທາງທີ່ເຊື່ອມໂຍງຄວາມສະດວກສະບາຍເຂົ້າກັບຄວາມສະຫງົບດັ້ງເດີມໄດ້ຢ່າງລົງຕົວ.

#LaoX #Laos2027 #TravelLaos #GeoEx #ທ່ອງທ່ຽວລາວ #LuangPrabang #DiscoverLaos

Comments are disabled