ປົກເວັບ 2026 09 16T215548 798

ສປປ ລາວ ຈັດຢູ່ອັນດັບ 2 ເປັນດາວເດັ່ນຂອງອາຊຽນ ດ້ານການທ່ອງທ່ຽວແບບອະນຸລັກ

ປະເທດລາວ ຖືກຈັດໃຫ້ຢູ່ໃນອັນດັບທີ 2 ໃນກຸ່ມປະເທດອາຊຽນ ສຳລັບການທ່ອງທ່ຽວແບບອະນຸລັກ (Ecotourism) ແລະ ອັນດັບທີ 22 ຂອງໂລກ, ເຊິ່ງເປັນການຍົກໃຫ້ເຫັນເຖິງທິວທັດທຳມະຊາດທີ່ສວຍງາມ ແລະ ທ່າແຮງສຳລັບການທ່ອງທ່ຽວແບບຍືນຍົງ.

ອີງຕາມການຈັດອັນດັບຫຼ້າສຸດໂດຍ US News & World Report, ກຳປູເຈຍ ຈັດຢູ່ອັນດັບສູງສຸດໃນກຸ່ມປະເທດອາຊຽນ ແລະ ອັນດັບທີ 17 ຂອງໂລກ, ຕາມມາດ້ວຍ ລາວ ໃນອັນດັບທີ 2 ແລະ ອັນດັບທີ 22 ຂອງໂລກ. 

ປະເທດໄທ ຈັດຢູ່ອັນດັບທີ 3 ໃນອາຊຽນ ແລະ ອັນດັບທີ 33 ຂອງໂລກ, ໃນຂະນະທີ່ ມາເລເຊຍ ຢູ່ໃນອັນດັບທີ 4 ຂອງພາກພື້ນ ແລະ ອັນດັບທີ 42 ຂອງໂລກ. ຟີລິບປິນ ຈັດຢູ່ອັນດັບທີ 5 ໃນອາຊຽນ ແລະ ອັນດັບທີ 60 ຂອງໂລກ.

ການຈັດອັນດັບດັ່ງກ່າວໄດ້ຍົກໃຫ້ເຫັນເຖິງທິວທັດທຳມະຊາດທີ່ຫຼາກຫຼາຍຂອງອາຊີຕາເວັນອອກສ່ຽງໃຕ້ ແລະ ທ່າແຮງທີ່ພວມເຕີບໂຕຂອງພາກພື້ນໃນດ້ານການທ່ອງທ່ຽວແບບຍືນຍົງ.

ສຳລັບປະເທດລາວ, ການຈັດອັນດັບນີ້ສະທ້ອນໃຫ້ເຫັນເຖິງຄວາມອຸດົມສົມບູນຂອງປ່າໄມ້, ແມ່ນ້ຳລຳເຊ ແລະ ຄວາມງາມທາງທຳມະຊາດທີ່ຍັງຄົງຄວາມບໍລິສຸດ, ເຊິ່ງເປັນຈຸດດຶງດູດຫຼັກສຳລັບນັກທ່ອງທ່ຽວຫຼາຍຄົນ.

ການຍອມຮັບນີ້ຍັງໄດ້ເນັ້ນໜັກເຖິງຄວາມສຳຄັນຂອງພາກພື້ນແມ່ນ້ຳຂອງ ໃນຖານະທີ່ເປັນພື້ນທີ່ອຸດົມສົມບູນໄປດ້ວຍຊີວະນາໆພັນ ແລະ ທັດສະນີຍະພາບທີ່ງົດງາມ ເຊິ່ງດຶງດູດຜູ້ທີ່ຕ້ອງການຊື່ນຊົມກັບຄວາມງາມຂອງທຳມະຊາດ.

ການຈັດອັນດັບດັ່ງກ່າວເປັນການຊຸກຍູ້ໃຫ້ລາວ ແລະ ປະເທດສະມາຊິກອາຊຽນອື່ນໆ ສືບຕໍ່ພັດທະນາການທ່ອງທ່ຽວແບບຍືນຍົງ, ປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ສ້າງໂອກາດທາງດ້ານເສດຖະກິດໃຫ້ແກ່ຊຸມຊົນທ້ອງຖິ່ນ.

ນອກຈາກນີ້, ເວັບໄຊທ໌ຂ່າວການທ່ອງທ່ຽວຊື່ດັງລະດັບໂລກຢ່າງ Travel And Tour World ໄດ້ຕີພິມບົດຄວາມຍົກຍ້ອງປະເທດລາວຢ່າງໂດດເດັ່ນ ໃນຖານະ “ດາວເດັ່ນ” ດ້ານການທ່ອງທ່ຽວແບບອະນຸບລັກ (Ecotourism) ຂອງອາຊຽນ, ໂດຍ ສື່ດັ່ງກ່າວໄດ້ຊົມເຊີຍຄວາມອຸດົມສົມບູນທາງທຳມະຊາດຂອງລາວ ບໍ່ວ່າຈະເປັນປ່າໄມ້ທີ່ຂຽວສົດງົດງາມ, ຊີວະນາໆພັນທີ່ຫຼາກຫຼາຍ ແລະ ຄວາມສວຍງາມຂອງແມ່ນ້ຳລຳເຊ ໂດຍສະເພາະເຂດແມ່ນ້ຳຂອງ. 

ສິ່ງເຫຼົ່ານີ້ໄດ້ກາຍເປັນແມ່ເຫຼັກດຶງດູດສຳຄັນສຳລັບນັກທ່ອງທ່ຽວທົ່ວໂລກ ທີ່ສະແຫວງຫາຄວາມກົມກຽວກັບທຳມະຊາດ ແລະ ຕ້ອງການຫຼີກໜີຈາກການທ່ອງທ່ຽວແບບແອອັດ (Mass Tourism) ມາສູ່ດິນແດນທີ່ຍັງຄົງຄວາມບໍລິສຸດຢູ່.

ນອກຈາກຄວາມງາມທາງທຳມະຊາດແລ້ວ, ສິ່ງທີ່ເຮັດໃຫ້ລາວໂດດເດັ່ນໃນສາຍຕາຊາວໂລກ ແມ່ນການສ້າງຄວາມສົມດຸນລະຫວ່າງການເຕີບໂຕຂອງການທ່ອງທ່ຽວ ແລະ ການອະນຸລັກ. 

ທາງເວັບໄຊທ໌ໄດ້ເນັ້ນຢ້ຳວ່າ ການທ່ອງທ່ຽວໃນລາວໄດ້ຊ່ວຍສ້າງວຽກເຮັດງານທຳ, ກະຈາຍລາຍຮັບ ແລະ ຍົກລະດັບຊີວິດການເປັນຢູ່ຂອງຊຸມຊົນໃນທ້ອງຖິ່ນ ໄປພ້ອມໆກັບການປົກປັກຮັກສາສິ່ງແວດລ້ອມ. ພ້ອມດຽວກັນນີ້, ບົດຄວາມຍັງໄດ້ກ່າວຊົມເຊີຍເມືອງມໍລະດົກໂລກຫຼວງພະບາງເປັນພິເສດ ໃນຖານະທີ່ເປັນແບບຢ່າງທີ່ໄດ້ຮັບການຍອມຮັບໃນລະດັບສາກົນ ກ່ຽວກັບແນວທາງການປະສົມປະສານຄວາມສຳຄັນທາງວັດທະນະທຳ, ສະຖາປັດຕະຍະກຳດັ້ງເດີມ ແລະ ການທ່ອງທ່ຽວທີ່ຮັບຜິດຊອບຕໍ່ສັງຄົມໄດ້ຢ່າງລົງຕົວ.

Travel And Tour World ໄດ້ສະຫຼຸບປິດທ້າຍວ່າ ລາວພວມກ້າວຂຶ້ນມາເປັນສູນກາງການທ່ອງທ່ຽວທາງທຳມະຊາດທີ່ເຕີບໂຕໄວທີ່ສຸດໃນອາຊຽນ. 

ໃນຂະນະທີ່ທ່າອ່ຽງນັກທ່ອງທ່ຽວທົ່ວໂລກພວມຫັນມາໃສ່ໃຈສິ່ງແວດລ້ອມຫຼາຍຂຶ້ນ, ປ່າໄມ້, ແມ່ນ້ຳ ແລະ ວິຖີຊີວິດຊົນນະບົດຂອງລາວ ໄດ້ກາຍເປັນຮາກຖານອັນເຂັ້ມແຂງ ທີ່ຈະດຶງດູດນັກທ່ອງທ່ຽວຄຸນນະພາບຢ່າງຕໍ່ເນື່ອງ ເຊິ່ງເປັນການຢ້ຳເຕືອນເຖິງຄວາມສຳຄັນຂອງການອະນຸລັກສິ່ງແວດລ້ອມທີ່ເປັນເອກະລັກ ໄປພ້ອມໆກັບການເປີດປະຕູຕ້ອນຮັບນັກເດີນທາງຈາກທົ່ວທຸກມຸມໂລກ.

#LaoX #LaosTourism #Ecotourism #ASEAN #USNewsRanking #SustainableTourism #TravelLaos #LuangPrabang #LonelyPlanet #Laos #ທ່ອງທ່ຽວລາວ #ທ່ອງທ່ຽວແບບອະນຸລັກ #ທ່ອງທ່ຽວແບບຍືນຍົງ #ອາຊຽນ

Comments are disabled