ປົກເວັບ 2026 08 24T120331 955

ກະຊວງການເງິນ ກຽມປ່ຽນວິທີເກັບອາກອນຊົມໃຊ້ ເພີ່ມອາກອນເຫຼົ້າ-ເບຍ-ຢາສູບ ແລະ ອັດຊ່ອງຫວ່າງນຳເຂົ້າລົດ

ລັດຖະບານກຽມປ່ຽນການເກັບອາກອນຊົມໃຊ້ໃໝ່ ຈາກແບບສ່ວນຮ້ອຍມາເປັນເກັບຕາມປະລິມານ ສຳລັບເຄື່ອງດື່ມທີ່ມີທາດເຫຼົ້າ, ເຄື່ອງດື່ມທີ່ມີນ້ຳຕານ ແລະ ຢາສູບ. ພ້ອມທັງຈະປັບປຸງກົດໝາຍອັດຊ່ອງຫວ່າງການປະກອບລົດ (CKD/IKD) ແລະ ອອກນະໂຍບາຍຊຸກຍູ້ການນຳໃຊ້ລົດໄຟຟ້າ (EV) ໂດຍຕັ້ງເປົ້າປະກາດໃຊ້ກົດໝາຍໃໝ່ໃນປີ 2028.

ຕາມການລາຍງານຂອງ ກະຊວງການເງິນ, ການປັບປຸງກົດໝາຍວ່າດ້ວຍອາກອນຊົມໃຊ້ໃນຄັ້ງນີ້ ໄດ້ຖືກຍົກຂຶ້ນມາປຶກສາຫາລືໃນວັນທີ 17 ສິງຫາ 2026 ທີ່ຜ່ານມາ ໂດຍການນຳຂອງ ທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະຊວງການເງິນ ເນື່ອງຈາກກົນໄກເກົ່າທີ່ເກັບອາກອນແບບທຽບຖານ (ເກັບເປັນສ່ວນຮ້ອຍ) ບໍ່ສາມາດດັດສົມພຶດຕິກຳການບໍລິໂພກສິນຄ້າທີ່ບໍ່ຈຳເປັນໄດ້.

ກະຊວງການເງິນຈຶ່ງມີແຜນທີ່ຈະປ່ຽນໂຄງສ້າງການເກັບອາກອນມາເປັນແບບເດັດຖານ ຫຼື ແບບປະສົມ ໂດຍເນັ້ນໃສ່ກຸ່ມສິນຄ້າເຊັ່ນ: ເຄື່ອງດື່ມທີ່ມີທາດເຫຼົ້າ, ເຄື່ອງດື່ມທີ່ມີນ້ຳຕານ ແລະ ຢາສູບ ເພື່ອຫວັງຫຼຸດຜ່ອນການບໍລິໂພກສິນຄ້າເຫຼົ່ານີ້ ແລະ ເພີ່ມລາຍຮັບເຂົ້າງົບປະມານ.

ນອກຈາກການດັດສົມການບໍລິໂພກແລ້ວ ກົດໝາຍສະບັບປັບປຸງນີ້ຍັງມີເປົ້າໝາຍສຳຄັນໃນການແກ້ໄຂບັນຫາເສດຖະກິດມະຫາພາກ ໂດຍສະເພາະການຫຼຸດຜ່ອນການນຳເຂົ້ານ້ຳມັນເຊື້ອໄຟທີ່ສົ່ງຜົນກະທົບຕໍ່ເງິນເຟີ້ ແລະ ອັດຕາແລກປ່ຽນ. 

ດັ່ງນັ້ນ, ຈຶ່ງຈະມີການທົບທວນຊ່ອງຫວ່າງທາງກົດໝາຍຂອງການປະກອບລົດພາຍໃນປະເທດ (CKD/IKD) ແລະ ກຳນົດນະໂຍບາຍພາຫະນະໃຫ້ຊັດເຈນ ເພື່ອເປັນມາດຕະການຊຸກຍູ້ໃຫ້ປະຊາຊົນຫັນມານຳໃຊ້ລົດໄຟຟ້າ (EV) ຫຼື ລົດທີ່ນຳໃຊ້ພະລັງງານທົດແທນໃຫ້ຫຼາຍຂຶ້ນ. ກົດໝາຍສະບັບນີ້ຄາດວ່າຈະປະກາດໃຊ້ຢ່າງເປັນທາງການໃນປີ 2028.

ຄວາມພະຍາຍາມດັ່ງກ່າວສອດຄ່ອງກັບບົດສຶກສາຫຼ້າສຸດຂອງສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ ທີ່ຊີ້ໃຫ້ເຫັນວ່າ ລະບົບອາກອນຕາມມູນຄ່າ ຫຼື ການເກັບເປັນເປີເຊັນຈາກລາຄາໂຮງງານໃນປັດຈຸບັນ ແມ່ນນັບມື້ນັບຂາດປະສິດທິພາບ. ເນື່ອງຈາກຜູ້ຜະລິດສາມາດແຈ້ງລາຄາຕໍ່າກວ່າຄວາມເປັນຈິງ ເຮັດໃຫ້ລັດສູນເສຍລາຍຮັບມະຫາສານ ເຊິ່ງເຫັນໄດ້ຈາກການຈັດເກັບຕົວຈິງໃນປີ 2025 ບັນລຸໄດ້ພຽງ 45,2% ເຖິງແມ່ນວ່າຈະມີການປັບຂຶ້ນອາກອນເບຍຮອດ 70% ແລະ ເຫຼົ້າ 90% ແລ້ວກໍຕາມ. ນອກນີ້, ສັນຍາການລົງທຶນທີ່ຈຳກັດອາກອນຢາສູບໄວ້ພຽງ 15-30% ຍັງເຮັດໃຫ້ລັດເສຍລາຍຮັບຕື່ມອີກກວ່າ 535 ຕື້ກີບຕໍ່ປີ.

#LaoXperts #ອາກອນຊົມໃຊ້ #ພາສີລົດ #ລົດEV #ເສດຖະກິດລາວ #ກະຊວງການເງິນ

Comments are disabled