ປົກເວັບ 2026 08 24T112321 835

ລັດຖະບານ ສຸມແກ້ວິກິດຄ່າຄອງຊີບ-ນ້ຳມັນແພງ ໃນກອງປະຊຸມສະໄໝສາມັນ ເດືອນສິງຫາ

ລັດຖະບານລາວ ເປີດກອງປະຊຸມສະໄໝສາມັນ ປະຈຳເດືອນສິງຫາ 2026 ຂຸ້ນຂ້ຽວຫາທາງອອກແກ້ໄຂບັນຫາລາຄາສິນຄ້າ, ວິກິດນ້ຳມັນເຊື້ອໄຟ ແລະ ອັດຕາແລກປ່ຽນທີ່ຜັນຜວນໜັກ ຫຼັງຮັບຜົນກະທົບໂດຍກົງຈາກປັດໄຈພາຍນອກ ແລະ ໄພພິບັດພາຍໃນ ເຊິ່ງສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ປາກທ້ອງ ແລະ ຊີວິດການເປັນຢູ່ຂອງປະຊາຊົນທົ່ວປະເທດ.

ໃນຕອນເຊົ້າຂອງວັນທີ 24 ສິງຫາ 2026, ທີ່ສຳນັກງານນາຍົກລັດຖະມົນຕີ ໄດ້ມີການໄຂກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນສິງຫາ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. 

ກອງປະຊຸມຄັ້ງນີ້ດຳເນີນໄປທ່າມກາງສະພາບການຂອງພາກພື້ນ ແລະ ສາກົນທີ່ຍັງສືບຕໍ່ເຄັ່ງຮ້ອນ ແລະ ສັບສົນ ຈາກບັນຫາຂໍ້ຂັດແຍ່ງໃນຫຼາຍພື້ນທີ່ ເຊັ່ນ: ຕາເວັນອອກກາງ, ຣັດເຊຍ-ອູແກຣນ, ທະເລຈີນໃຕ້, ແຫຼມເກົາຫຼີ ແລະ ປະເທດໃກ້ຄຽງ. 

ສະພາບການດັ່ງກ່າວ ໄດ້ຊ້ຳເຕີມເສດຖະກິດໂລກທີ່ມີຄວາມຫຍຸ້ງຍາກຢູ່ແລ້ວ ໃຫ້ຍິ່ງຜັນຜວນໜັກຂຶ້ນ ແລະ ແນ່ນອນວ່າ ສປປ ລາວ ກໍບໍ່ອາດຫຼີກລ່ຽງຜົນກະທົບນີ້ໄດ້ ໂດຍສະເພາະແມ່ນລາຄານ້ຳມັນເຊື້ອໄຟທີ່ພຸ່ງສູງຂຶ້ນ, ອັດຕາແລກປ່ຽນເງິນຕາທີ່ບໍ່ຊົງຕົວ, ຕົ້ນທຶນການຂົນສົ່ງ ແລະ ລາຄາສິນຄ້າທີ່ຖີບຕົວຂຶ້ນ ເຮັດໃຫ້ຄ່າຄອງຊີບຂອງປະຊາຊົນເພີ່ມສູງຂຶ້ນຢ່າງໜ້າເປັນຫ່ວງ.

ນອກຈາກປັດໄຈພາຍນອກແລ້ວ, ພາຍໃນປະເທດຍັງຕ້ອງປະເຊີນກັບໄພພິບັດທາງທຳມະຊາດ ໂດຍສະເພາະໄພນ້ຳຖ້ວມ ແລະ ນ້ຳໄຫຼຊຸທີ່ເກີດຂຶ້ນໃນ 8 ແຂວງ ເຊິ່ງໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງຕໍ່ເຮືອນຊານບ້ານຊ່ອງ, ເນື້ອທີ່ທຳການຜະລິດ, ຊັບສິນ, ພື້ນຖານໂຄງລ່າງ ລວມເຖິງຊີວິດການເປັນຢູ່ຂອງປະຊາຊົນ. 

ຕໍ່ກັບສະພາບການດັ່ງກ່າວ, ທາງລັດຖະບານນຳໂດຍທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມສະພາບຕົວຈິງ ແລະ ມອບເຄື່ອງຊ່ວຍເຫຼືອເບື້ອງຕົ້ນແລ້ວ ພ້ອມທັງຊີ້ນຳໃຫ້ຄະນະກຳມະການຄຸ້ມຄອງໄພພິບັດທຸກຂັ້ນ ກຽມພ້ອມຮັບມືກັບເຫດການທີ່ອາດຈະເກີດຂຶ້ນຕື່ມອີກໃນທ້າຍປີນີ້.

ໃນຕະຫຼອດໄລຍະການດຳເນີນກອງປະຊຸມ 2 ວັນນີ້, ຄະນະລັດຖະບານຈະໄດ້ສຸມໃສ່ປຶກສາຫາລື ແລະ ຄົ້ນຄວ້າຢ່າງເລິກເຊິ່ງ ໃນ 13 ວາລະສຳຄັນ ໂດຍຈະເນັ້ນໜັກໃສ່ສະພາບການຄຸ້ມຄອງລາຄາສິນຄ້າ, ການແກ້ໄຂບັນຫານ້ຳມັນເຊື້ອໄຟ ແລະ ການວາງແຜນຮັບມືໄພພິບັດ. 

ນອກຈາກນີ້, ຍັງມີການພິຈາລະນາປັບປຸງຮ່າງກົດໝາຍ ແລະ ນະໂຍບາຍສຳຄັນຕ່າງໆ ເຊັ່ນ: ມາດຕະຖານພົ້ນທຸກ, ການຈັດຊື້-ຈັດຈ້າງຂອງລັດ, ການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ, ປະກັນສຸຂະພາບ, ປະກັນສັງຄົມ, ອາຊະຍາກຳທາງໄຊເບີ ລວມເຖິງນະໂຍບາຍພິເສດເພື່ອພັດທະນາແຂວງຫົວພັນ ແລະ ຜົ້ງສາລີ ເພື່ອແນໃສ່ແກ້ໄຂບັນຫາປາກທ້ອງຂອງປະຊາຊົນ ແລະ ຟື້ນຟູເສດຖະກິດຂອງຊາດໃຫ້ກັບມາສູ່ສະພາວະປົກກະຕິໂດຍໄວ.

#LaoXperts #ກອງປະຊຸມລັດຖະບານ #ເສດຖະກິດລາວ #ແກ້ໄຂບັນຫາປາກທ້ອງ #ເງິນເຟີ້ #ລາຄາສິນຄ້າ #ຄ່າຄອງຊີບ #ຂ່າວລາວ #LaoNews

Comments are disabled