ປົກເວັບ 72 1

ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ແຫ່ງ ສປປ ລາວ (NAFRI) ແລະ ສະຖາບັນວິທະຍາສາດປ່າໄມ້ຫວຽດນາມ (VAFS) ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈ (MoU) ເພື່ອຍົກລະດັບການຄົ້ນຄວ້າ, ຖ່າຍທອດເຕັກໂນໂລຊີ ແລະ ພັດທະນາປ່າໄມ້ແບບຍືນຍົງ. ການຮ່ວມມືຄັ້ງນີ້ແນໃສ່ສ້າງຄວາມເຂັ້ມແຂງໃນການຮັບມືກັບການປ່ຽນແປງດິນຟ້າອາກາດ ແລະ ສ້າງຜົນປະໂຫຍດສູງສຸດຕໍ່ລະບົບນິເວດ ແລະ ປະຊາຊົນໃນພາກພື້ນແມ່ນ້ຳຂອງ.

ພິທີລົງນາມດັ່ງກ່າວໄດ້ຈັດຂຶ້ນຢ່າງເປັນທາງການທີ່ນະຄອນຫຼວງຮ່າໂນ້ຍ ໃນວັນທີ 14 ກໍລະກົດ ຜ່ານມາ, ໂດຍການເຂົ້າຮ່ວມເປັນກຽດຂອງທ່ານ ປອ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍທ່ານ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດລາວ ປະຈຳຫວຽດນາມ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍ. 

ລາວ ແລະ ຫວຽດນາມ ມີປະຫວັດສາດການຮ່ວມມືດ້ານປ່າໄມ້ມາຢ່າງຍາວນານ ເຊິ່ງກວມເອົາການແລກປ່ຽນຄວາມຮູ້ກ່ຽວກັບລະບົບກະສິກຳປ່າໄມ້, ສວນປູກໄມ້ຂະໜາດໃຫຍ່ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນທ້ອງຖິ່ນ ຕະຫຼອດຈົນເຖິງເຈົ້າຂອງປ່າໄມ້ຂະໜາດນ້ອຍ. ໄລຍະຜ່ານມາ, ໂຄງການຕ່າງໆໄດ້ສຸມໃສ່ການນຳໃຊ້ວິທີການປູກສ້າງສວນປ່າທີ່ທັນສະໄໝ ແລະ ການຕິດຕາມຄາບອນປ່າໄມ້ຢ່າງມີປະສິດທິພາບ.

ພາຍໃຕ້ຂອບການຮ່ວມມືໃໝ່ນີ້, ທັງສອງສະຖາບັນຈະລົງເລິກການເຮັດວຽກຮ່ວມກັນໃນໄລຍະຍາວ ທັງໃນດ້ານການຄຸ້ມຄອງ ແລະ ຟື້ນຟູປ່າໄມ້, ການອະນຸລັກຊີວະນາໆພັນ, ການພັດທະນາຄາບອນປ່າໄມ້, ເຕັກໂນໂລຊີຊີວະພາບ, ຊັບພະຍາກອນພັນໄມ້, ວິທະຍາສາດໄມ້ ແລະ ການນຳໃຊ້ເຕັກໂນໂລຊີດິຈິຕອນເຂົ້າໃນຂະແໜງການປ່າໄມ້. ນອກຈາກນີ້, ຍັງຈະມີການຊຸກຍູ້ການແລກປ່ຽນນັກຄົ້ນຄວ້າ, ຊ່ຽວຊານເຕັກນິກ ແລະ ນັກສຶກສາລະດັບຫຼັງປະລິນຍາຕີ ເພື່ອຍົກລະດັບຂີດຄວາມສາມາດທາງດ້ານນະວັດຕະກຳ ແລະ ການຄົ້ນຄວ້າວິທະຍາສາດຮ່ວມກັນໃຫ້ມີຄວາມແຫຼມຄົມຫຼາຍຂຶ້ນ.

ຕົວແທນຈາກ NAFRI ໄດ້ສະແດງຄວາມຂອບໃຈຕໍ່ VAFS ທີ່ໄດ້ໃຫ້ການສະໜັບສະໜູນການພັດທະນາປ່າໄມ້ໃນລາວມາໂດຍຕະຫຼອດ, ໂດຍສະເພາະແມ່ນການຊ່ວຍສ້າງລະບົບການຢັ້ງຢືນປ່າໄມ້ແຫ່ງຊາດໃຫ້ສອດຄ່ອງກັບມາດຕະຖານສາກົນ (PEFC). 

ການຮ່ວມມືຄັ້ງນີ້ຍັງຈະເປັນກຳລັງສຳຄັນໃນການຊຸກຍູ້ NAFRI ໃນໄລຍະກະກຽມສ້າງຕັ້ງເປັນ ສະຖາບັນວິທະຍາສາດກະສິກຳ ແລະ ສິ່ງແວດລ້ອມແຫ່ງຊາດລາວ. 

ການຈັບມືກັນຂອງສອງສະຖາບັນຄົ້ນຄວ້າຊັ້ນນຳນີ້ ຖືເປັນບາດກ້າວສຳຄັນທີ່ຈະຊ່ວຍນຳເອົາຜົນປະໂຫຍດຕົວຈິງມາສູ່ສອງຊາດ ທັງຍັງເປັນການຕອບສະໜອງຕໍ່ຄວາມຈຳເປັນອັນຮີບດ່ວນ ໃນການຄຸ້ມຄອງປ່າໄມ້ ແລະ ປົກປັກຮັກສາສິ່ງແວດລ້ອມ ທີ່ພວມເປັນສິ່ງທ້າທາຍອັນໃຫຍ່ຫຼວງຂອງພາກພື້ນແມ່ນ້ຳຂອງໃນປັດຈຸບັນ.

#LaoX #ການຮ່ວມມືລາວຫວຽດນາມ #ການພັດທະນາປ່າໄມ້ #ປ່າໄມ້ແບບຍືນຍົງ #ສິ່ງແວດລ້ອມ #NAFRI #VAFS #ປ່ຽນແປງດິນຟ້າອາກາດ

Comments are disabled