ຝົນທີ່ຕົກໜັກຕໍ່ເນື່ອງໃນພາກກາງຂອງລາວໄດ້ເຮັດໃຫ້ລະດັບນໍ້າທຳມະຊາດເພີ່ມສູງຂຶ້ນຢ່າງໄວວາ ສົ່ງຜົນໃຫ້ເຂື່ອນນ້ຳເທີນ 2 ຕ້ອງຢຸດການຜະລິດເພື່ອບໍ່ໃຫ້ນໍ້າລົ້ນຕາຝັ່ງເຊບັ້ງໄຟ ຂະນະທີ່ເຂື່ອນເຊລະນອງ 1 ຈຳເປັນຕ້ອງກຽມປ່ອຍນໍ້າອອກເພື່ອຮັກສາຄວາມປອດໄພຂອງໂຄງສ້າງ ເຊິ່ງຮຽກຮ້ອງໃຫ້ປະຊາຊົນລຸ່ມເຂື່ອນກຽມພ້ອມຮັບມືກັບໄພນໍ້າຖ້ວມຢ່າງຮີບດ່ວນ.

ອີງຕາມແຈ້ງການດ່ວນຈາກຫ້ອງວ່າການແຂວງສະຫວັນນະເຂດ (ສະບັບເລກທີ 3674/ຫອຂ, ລົງວັນທີ 09 ສິງຫາ 2026) ໄດ້ອອກແຈ້ງເຕືອນເຖິງອຳນາດການປົກຄອງໃນ 9 ຕົວເມືອງ ຄື: ເມືອງເຊໂປນ, ນອງ, ພິນ, ພະລານໄຊ, ອາດສະພັງທອງ, ຈຳພອນ, ຊົນນະບູລີ, ສອງຄອນ ແລະ ທ່າປາງທອງ ກ່ຽວກັບສະພາບນ້ຳລົ້ນເຂື່ອນ. ໂດຍອ້າງອີງການຄາດຄະເນວ່າໃນລະຫວ່າງວັນທີ 9-12 ສິງຫາ 2026 ຈະມີຝົນຕົກໜັກຕໍ່ເນື່ອງ ເຊິ່ງປະລິມານນ້ຳຝົນສະສົມອາດສູງເຖິງ 170 ມິນລີແມັດ ເຮັດໃຫ້ນ້ຳໄຫຼເຂົ້າອ່າງເກັບນ້ຳຂອງເຂື່ອນໄຟຟ້າເຊລະນອງ 1 ເພີ່ມຂຶ້ນຢ່າງໄວວາຈາກ 650 ແມັດກ້ອນຕໍ່ວິນາທີ ເປັນ 4,000 ແມັດກ້ອນຕໍ່ວິນາທີ ແລະ ລະດັບນໍ້າໜ້າເຂື່ອນຈະຍູ້ຂຶ້ນເຖິງ EL.215.00 ແມັດ.

ເພື່ອຮັບປະກັນຄວາມໝັ້ນຄົງຂອງໂຄງສ້າງເຂື່ອນ, ປົກປັກຮັກສາຊີວິດ ແລະ ຊັບສິນຂອງປະຊາຊົນທັງເໜືອນໍ້າ ແລະ ໃຕ້ນໍ້າ, ທາງບໍລິສັດຈຳເປັນຕ້ອງໄດ້ລະບາຍນ້ຳຜ່ານປະຕູນ້ຳລົ້ນ ແຕ່ວັນທີ 11 ສິງຫາ 2026 ເປັນຕົ້ນໄປ ໂດຍຄາດວ່າປະລິມານນ້ຳປ່ອຍອອກສູງສຸດຈະຢູ່ທີ່ 2,500 ແມັດກ້ອນຕໍ່ວິນາທີ ເຊິ່ງຈະເຮັດໃຫ້ລະດັບນໍ້າທ້າຍເຂື່ອນສູງເຖິງ EL.170.00 ແມັດ.

ຕໍ່ສະພາບການດັ່ງກ່າວ, ທາງແຂວງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ ເລັ່ງເຕືອນປະຊາຊົນລຽບຕາມສາຍນ້ຳໃຫ້ເກັບມ້ຽນວັດຖຸອຸປະກອນ, ສັດລ້ຽງ ແລະ ເຮືອແພ ຂຶ້ນໄວ້ໃນບ່ອນປອດໄພຢ່າງຮີບດ່ວນ.

ໃນຂະນະດຽວກັນຢູ່ທາງແຂວງຄຳມ່ວນ, ມາດຕະການປ້ອງກັນໄພນ້ຳຖ້ວມກໍພວມຖືກຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ຈາກກອງປະຊຸມໃນວັນທີ 9 ສິງຫາ 2026 ທີ່ເຮືອນຈັກຂອງບໍລິສັດໄຟຟ້ານໍ້າເທີນ 2 ເມືອງຍົມມະລາດ, ທ່ານ ປອ. ດຸສິດ ພົມມະຈັນ ຜູ້ອໍານວຍການເຂື່ອນໄຟຟ້ານໍ້າເທີນ 2 ໄດ້ລາຍງານຕໍ່ຄະນະກຳມະການຂັ້ນແຂວງ ແລະ ເມືອງວ່າ ທາງໂຄງການໄດ້ຕັດສິນໃຈຢຸດການຜະລິດກະແສໄຟຟ້າ ແລະ ຢຸດການປ່ອຍນໍ້າຊົ່ວຄາວມາຕັ້ງແຕ່ເວລາ 00:00 ໂມງ ຂອງວັນທີ 7 ສິງຫາ 2026. 

ມາດຕະການດັ່ງກ່າວແມ່ນເພື່ອຫຼີກລ່ຽງການປ່ອຍນ້ຳລົງໄປສົມທົບກັບແມ່ນ້ຳເຊບັ້ງໄຟ ທີ່ພວມມີລະດັບນ້ຳຍູ້ຂຶ້ນສູງຈາກປະລິມານນ້ຳຝົນທຳມະຊາດຈົນກ້າວເຂົ້າສູ່ເຂດເຕືອນໄພ. ການຢຸດການຜະລິດໃນຄັ້ງນີ້ແມ່ນປະຕິບັດຕາມເງື່ອນໄຂໃນສັນຍາສຳປະທານຢ່າງເຄັ່ງຄັດ ເພື່ອຫຼຸດຜ່ອນຜົນກະທົບຕໍ່ຊຸມຊົນລຸ່ມເຂື່ອນໃຫ້ໄດ້ຫຼາຍທີ່ສຸດ ແລະ ຈະສືບຕໍ່ຢຸດການຜະລິດຈົນກວ່າລະດັບນ້ຳທຳມະຊາດຈະຫຼຸດລົງຮອດລະດັບທີ່ປອດໄພ.

ສະພາບການດັ່ງກ່າວສະທ້ອນໃຫ້ເຫັນເຖິງຄວາມຈຳເປັນທີ່ປະຊາຊົນໃນເຂດພາກກາງ ໂດຍສະເພາະລຽບຕາມສາຍນ້ຳເຊບັ້ງໄຟ ແລະ ສາຍນ້ຳອ້ອມຂ້າງເຂື່ອນເຊລະນອງ 1 ຕ້ອງຕິດຕາມການແຈ້ງເຕືອນຈາກພາກລັດຢ່າງໃກ້ຊິດ ແລະ ກຽມພ້ອມຮັບມືກັບທຸກສະຖານະການຕະຫຼອດ 24 ຊົ່ວໂມງ.

#LaoX #LaoNews #FloodWarning #ແຈ້ງເຕືອນນ້ຳຖ້ວມ #ເຂື່ອນເຊລະນອງ1 #ເຂື່ອນນ້ຳເທີນ2 #ສະຫວັນນະເຂດ #ຄຳມ່ວນ #ຂ່າວເສດຖະກິດລາວ

Comments are disabled