ປັບປຸງສຳເລັດແລ້ວສະໜາມກີລາເຈົ້າອານຸວົງ 27,5 ລ້ານໂດລາ ໃຫ້ລາວ ກຽມລຸຍຊີເກມ 2031
ລັດຖະບານຍີ່ປຸ່ນ ສົ່ງມອບສະໜາມກີລາເຈົ້າອານຸວົງທີ່ປັບປຸງໃໝ່ມູນຄ່າ 27,5 ລ້ານໂດລາ ໃຫ້ລັດຖະບານລາວຢ່າງເປັນທາງການ, ຊູຈຸດເດັ່ນສະໜາມລວມສູນທີ່ໄດ້ມາດຕະຖານສາກົນ ແລະ ເຂົ້າເຖິງໄດ້ສຳລັບຄົນພິການແຫ່ງທຳອິດໃນລາວ ເພື່ອຍົກລະດັບນັກກີລາທຸກຊັ້ນຄົນ ແລະ ກຽມຄວາມພ້ອມສູ່ການເປັນເຈົ້າພາບຊີເກມ 2031.
ພິທີມອບ-ຮັບໂຄງການດັ່ງກ່າວໄດ້ຈັດຂຶ້ນຢ່າງສົມກຽດໃນວັນທີ 11 ພະຈິກ 2026 ໂດຍການເຂົ້າຮ່ວມຂອງທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ, ທ່ານ ໂຄອິຊຶມິ ຊຶໂຕມຸ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ, ພ້ອມດ້ວຍການນຳຂັ້ນສູງຈາກທັງສອງປະເທດ. ໜັງສືພີມ ວຽງຈັນໃໝ່ລາຍງານ.
ໃນໂອກາດນີ້ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ໄດ້ຕາງໜ້າລັດຖະບານລາວກ່າວຮັບ ພ້ອມທັງສະແດງຄວາມຂອບໃຈຕໍ່ລັດຖະບານຍີ່ປຸ່ນ ກໍຄືອົງການ JICA ທີ່ໄດ້ໃຫ້ການສະໜັບສະໜູນທຶນຊ່ວຍເຫຼືອລ້າ. ທ່ານໄດ້ເນັ້ນຢ້ຳວ່າ ສະໜາມກີລາແຫ່ງນີ້ຈະຖືກຄຸ້ມຄອງ ແລະ ນຳໃຊ້ໃຫ້ເກີດປະໂຫຍດສູງສຸດ ເພື່ອເປັນພື້ນຖານອັນແຂງແກ່ນໃນການພັດທະນານັກກີລາລາວໃຫ້ມີມາດຕະຖານສູງຂຶ້ນໃນເວທີສາກົນ.
ສຳລັບໂຄງການດັ່ງກ່າວ ແມ່ນນຳໃຊ້ທຶນຊ່ວຍເຫຼືອລ້າລວມ 4.171 ລ້ານເຢນ (ປະມານ 27,50 ລ້ານໂດລາສະຫະລັດ) ເຊິ່ງໄດ້ກວມເອົາການຍົກລະດັບພື້ນຖານໂຄງລ່າງຢ່າງຮອບດ້ານ. ທ່ານ ສີຈັນ ຈິດຕະປັນຍາ ຫົວໜ້າກົມກີລາລະດັບສູງ ໄດ້ລາຍງານວ່າ ໜ້າວຽກຫຼັກປະກອບມີການປັບປຸງລູ້ແລ່ນ-ລານ, ສະໜາມບານເຕະຫຍ້າທຳມະຊາດຂະໜາດ 105×68 ແມັດ ພ້ອມລະບົບລະບາຍນ້ຳ ແລະ ອັດສະຈັນທີ່ສາມາດບັນຈຸຜູ້ຊົມໄດ້ 4.300 ທີ່ນັ່ງ.
ຄຽງຄູ່ກັນນັ້ນ ຍັງໄດ້ຕິດຕັ້ງສິ່ງອຳນວຍຄວາມສະດວກຄົບວົງຈອນ ເຊັ່ນ: ຫ້ອງສື່ມວນຊົນ, ຫ້ອງອອກກຳລັງກາຍ, ຫ້ອງແພດ, ຫ້ອງປະຊຸມ, ລະບົບໄຟສ່ອງສະຫວ່າງລະດັບສູງ ແລະ ປ້າຍຄະແນນ LED ເພື່ອຕອບໂຈດການແຂ່ງຂັນ ແລະ ການລາຍງານຂ່າວຢ່າງເຕັມຮູບແບບ.
ສິ່ງທີ່ເປັນບາດກ້າວສຳຄັນທີ່ສຸດຂອງການປັບປຸງຄັ້ງນີ້ ແມ່ນການອອກແບບສະໜາມໃຫ້ເປັນແບບລວມສູນ (Inclusive) ທີ່ສາມາດຮອງຮັບນັກກີລາທົ່ວໄປ ແລະ ນັກກີລາຄົນພິການໄດ້ຢ່າງເທົ່າທຽມກັນ ໂດຍມີການຕິດຕັ້ງລະບົບລິຟ ແລະ ບ່ອນນັ່ງສະເພາະສຳລັບລໍ້ເລື່ອນ.
ຜົນສຳເລັດຄັ້ງນີ້ ຄາດວ່າຈະຊ່ວຍເພີ່ມຈຳນວນຜູ້ເຂົ້າໃຊ້ບໍລິການຈາກ 100.000 ຄົນ ເປັນ 140.000 ຄົນຕໍ່ປີ ພ້ອມທັງເປັນການປະກາດຄວາມກຽມພ້ອມຂອງນະຄອນຫຼວງວຽງຈັນ ໃນການນຳໃຊ້ສະໜາມເຈົ້າອານຸວົງເປັນໜຶ່ງໃນສັງວຽນຫຼັກ ສຳລັບການເປັນເຈົ້າພາບມະຫະກຳກີລາ ຊີເກມ ຄັ້ງທີ 36 ແລະ ອາຊຽນພາຣາເກມ ຄັ້ງທີ 16 ທີ່ ສປປ ລາວ ຈະເປັນເຈົ້າພາບໃນປີ 2031 ຢ່າງເຕັມພາກພູມ.
#LaoX #ສະໜາມກີລາເຈົ້າອານຸວົງ #JICA #ການທູດລາວຍີ່ປຸ່ນ #SEAGames2031 #LaoSports #ພັດທະນາໂຄງລ່າງພື້ນຖານ


