ປົກເວັບ 2026 08 10T122420 871

ຫວຽດນາມ ປະກາດໄວ້ອາໄລທົ່ວປະເທດເປັນເວລາ 2 ວັນເຕັມ ໃນລະຫວ່າງວັນທີ 10 ຫາ 11 ສິງຫາ ນີ້ ເພື່ອສະແດງຄວາມເຄົາລົບ ແລະ ອາໄລຮັກຢ່າງສຸດຊຶ້ງຕໍ່ການຈາກໄປຂອງ ທ່ານ ໄຊສົມພອນ ພົມວິຫານ, ກົມການເມືອງສູນກາງພັກ ແລະ ປະທານສະພາແຫ່ງຊາດລາວ ຊຶ່ງເຫດການດັ່ງກ່າວຖືເປັນການສູນເສຍຄັ້ງຍິ່ງໃຫຍ່ ທີ່ກະທົບຕໍ່ຈິດໃຈ ແລະ ສາຍພົວພັນມິດຕະພາບອັນສະໜິດແໜ້ນຂອງທັງສອງຊາດ.

ອີງຕາມແຈ້ງການພິເສດທີ່ອອກຮ່ວມກັນໂດຍ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ ແລະ ສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ລະບຸວ່າ ສະຫາຍ ໄຊສົມພອນ ພົມວິຫານ ໄດ້ເຖິງແກ່ມໍລະນະກຳໃນວັນທີ 8 ສິງຫາ ຜ່ານມາ ລວມອາຍຸ 70 ປີ. ການຈາກໄປຂອງເພິ່ນ ຖືເປັນການສູນເສຍບຸກຄະລາກອນການນຳຂັ້ນສູງຄັ້ງສຳຄັນ ບໍ່ພຽງແຕ່ສຳລັບພັກ, ລັດ ແລະ ປະຊາຊົນລາວເທົ່ານັ້ນ ແຕ່ຍັງເປັນການສູນເສຍສຳລັບປະເທດຫວຽດນາມອີກດ້ວຍ ເນື່ອງຈາກເພິ່ນເປັນຜູ້ນຳຫຼັກແຫຼ່ງທີ່ມີບົດບາດສຳຄັນຍິ່ງໃນການປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດລາວ ທັງຍັງເປັນຜູ້ປະກອບສ່ວນຢ່າງຕັ້ງໜ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານທາງຍຸດທະສາດລະຫວ່າງສອງປະເທດ ໃຫ້ກ້າວເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ.

ເພື່ອເປັນການສະແດງຄວາມໂສກເສົ້າເສຍໃຈຕໍ່ການສູນເສຍໃນຄັ້ງນີ້ ແລະ ເພື່ອເປັນການໃຫ້ກຽດແກ່ສາຍພົວພັນອັນພິເສດສະເພາະຂອງສອງຊາດ ທົ່ວປະເທດຫວຽດນາມ ລວມເຖິງບັນດາສຳນັກງານອົງການຂອງລັດ ແລະ ສະຖານຜູ້ຕາງໜ້າຂອງຫວຽດນາມທີ່ປະຈຳການຢູ່ຕ່າງປະເທດ ຈະໄດ້ພ້ອມກັນລົດທຸງຊາດລົງເຄິ່ງເສົາ ພ້ອມທັງຕິດໂບສີດຳ. ພ້ອມດຽວກັນນັ້ນ ຍັງໄດ້ມີການສັ່ງໃຫ້ງົດເວັ້ນທຸກກິດຈະກຳການບັນເທີງ ແລະ ງານລື່ນເລີງຕ່າງໆ ໃນສາທາລະນະຕະຫຼອດໄລຍະເວລາແຫ່ງການໄວ້ອາໄລທັງ 2 ວັນນີ້ ເຊິ່ງສະທ້ອນໃຫ້ເຫັນເຖິງມິດຕະພາບອັນເປັນອະມະຕະ ແລະ ຄວາມຜູກພັນອັນເລິກເຊິ່ງທີ່ທັງສອງປະເທດມີໃຫ້ແກ່ກັນສະເໝີມາ.

ທ່ານ ໄຊສົມພອນ, ອະດີດກຳມະການກົມການເມືອງສູນກາງພັກປະຊາຊົນ ປະຕິວັດລາວ ແລະ ອະດີດປະທານສະພາແຫ່ງຊາດລາວ, ໄດ້ເຖິງແກ່ມໍລະນະກຳ ໃນຕອນເຊົ້າວັນເສົາ ລວມອາຍຸ 70 ປີ ຫຼັງຈາກປ່ວຍດ້ວຍພະຍາດຫຼອດເລືອດອັກເສບຮ້າຍແຮງ.

ລັດຖະບານລາວ ແລະ ສູນກາງແນວລາວສ້າງຊາດ ໄດ້ປະກາດໄວ້ອາໄລທົ່ວປະເທດເປັນເວລາ 4 ວັນ, ນັບແຕ່ວັນທີ 9 ຫາ 12 ສິງຫາ, ເຊິ່ງພິທີຈະຈັດຂຶ້ນທີ່ຫໍປະຊຸມແຫ່ງຊາດ ທີ່ນະຄອນຫຼວງວຽງຈັນ.

ສ່ວນພິທີຊາປະນະກິດສົບ ຈະຈັດຂຶ້ນທີ່ເດີ່ນພະທາດຫຼວງ ນະຄອນຫຼວງວຽງຈັນ ໃນວັນທີ 12 ສິງຫາ.

#LaoX #ຂ່າວຕ່າງປະເທດ #ຫວຽດນາມໄວ້ອາໄລ #ປະທານສະພາແຫ່ງຊາດລາວ #ມິດຕະພາບລາວຫວຽດນາມ #ຂ່າວລາວ #LaosVietnam

Comments are disabled