ປົກເວັບ 2026 08 07T232154 331

ສະຖານທີ່ບູຮານຄະດີທົ່ງໄຫຫີນ ແຂວງ ຊຽງຂວາງ ພາກເໜືອຂອງ ສປປ ລາວ, ກຳລັງກາຍເປັນທີ່ສົນໃຈຂອງນັກບູຮານຄະດີທົ່ວໂລກອີກຄັ້ງ. ຫຼັງການຂຸດຄົ້ນຫຼ້າສຸດ ພົບໂຄງກະດູກມະນຸດຢ່າງໜ້ອຍ 37 ຄົນຢູ່ພາຍໃນໄຫຫີນຍັກພຽງໃບດຽວ ເຊິ່ງອາດເປັນກຸນແຈສຳຄັນໃນການໄຂປິດສະໜາທີ່ດຳເນີນມາຍາວນານເກືອບໜຶ່ງສະຕະວັດ ກ່ຽວກັບຈຸດປະສົງຂອງໄຫຫີນຂະໜາດໃຫຍ່ທີ່ກະແຈກກະຈາຍຢູ່ທົ່ວພື້ນທີ່. ຕາມບົດຄວາມຂອງ nationalgeographic ທີ່ເຜີຍແຜ່ ເມື່ອວັນທີ 31 ຕຸລາທີ່ຜ່ານມາ.

ທົ່ງໄຫຫີນເປັນໜຶ່ງໃນແຫຼ່ງບູຮານຄະດີທີ່ລຶກລັບທີ່ສຸດໃນອາຊີຕາເວັນອອກສຽງໃຕ້. ປັດຈຸບັນ, ມີການຄົ້ນພົບໄຫຫີນຫຼາຍກວ່າ 2,100 ໜ່ວຍ, ກະແຈກກະຈາຍຢູ່ຕາມພື້ນທີ່ຕ່າງໆຂອງແຂວງຊຽງຂວາງ. ໄຫຫີນແຕ່ລະໜ່ວຍຖືກແກະສະຫຼັກຈາກກ້ອນຫີນກ້ອນດຽວ, ສູງປະມານ 1-3 ແມັດ ແລະ ບາງໜ່ວຍມີນ້ຳໜັກສູງຮອດ 25 ໂຕນ. ນັກວິຊາການໄດ້ພະຍາຍາມອະທິບາຍຕົ້ນກຳເນີນຂອງໄຫຫີນເຫຼົ່ານີ້ຕັ້ງແຕ່ຊຸມປີ 1930, ແຕ່ເກືອບທັງໝົດທີ່ຖືກກວດສອບພົບວ່າ “ຫວ່າງເປົ່າ”, ເຮັດໃຫ້ບໍ່ສາມາດກຳນົດໜ້າທີ່ທີ່ແທ້ຈິງໄດ້ຢ່າງຊັດເຈນ.

ຈຸດປ່ຽນສຳຄັນເກີດຂຶ້ນເມື່ອທີມນັກບູຮານຄະດີຈາກໂຄງການວິໄຈຮ່ວມມືລະຫວ່າງ ສປປ ລາວ ແລະ ອອສເຕເລຍ (Plain of Jars Archaeological Project) ທີ່ນຳໂດຍທ່ານ Nicholas Skopal ທີ່ດຳເນີນການໃນລະຫວ່າປິ 2022 ຫາ 2024. ເຊິ່ງຂຸດຄົ້ນ Site 75 ແລະ ກວດສອບໄຫຂະໜາດໃຫຍ່ທີ່ເອີ້ນວ່າ Jar 1 ເຊິ່ງເປັນໜຶ່ງໃນໄຫທີ່ໃຫຍ່ທີ່ສຸດເທົ່າທີ່ເຄີຍພົບໃນ ສປປ ລາວ. ພາຍໃນໄຫໄດ້ພົບເຫັນກະດຄກມະນຸດຈຳນວນຫຼາຍ ທັງກະໂຫຼກ, ແຂ້ວ, ກະດູກແຂນ, ຂາ ແລະ ຊິ້ນສ່ວນໂຄງກະດູກຂອງຄົນໃນໄວອາຍຸຕ່າງໆ ຕັ້ງແຕ່ເດັກນ້ອຍຈົນເຖິງຜູ້ໃຫຍ່ ລວມຢ່າງໜ້ອຍ 37 ຄົນ ເຊິ່ງຖືເປັນຄັ້ງທຳອິດທີ່ພົບໂຄງກະດູກໃນສະພາບບໍ່ຖືກລົບກວນພາຍໃນໄຫຫີນ ສປປ ລາວ.

ການກວດອາຍຸໂດຍການໃຊ່ລັງສີຄາບອນສະແດງໃຫ້ເຫັນວ່າກະດູກ ແລະ ແຂ້ວມີອາຍຸຢູ່ລະຫວ່າງ ຄສ 890-1160 ຫຼື ປະມານ 1,200 ປີກ່ອນ ຂະນະທີ່ໂຕໄຫຫີນເອງມີອາຍຸເກົ່າແກ່ກວ່ານັ້ນຫຼາຍ. ໂດຍເຊື່ອວ່າຖືກສ້າງຂຶ້ນຕັ້ງແຕ່ປະມານປີ ຄສ 500 ເຊິ່ງສະແດງວ່າໄຫຫີນເຫຼົ່ານີ້ອາດຖືກໃຊ້ງານຕໍ່ເນື່ອງເປັນເວລາຫຼາຍຮ້ອຍປີ ແລະ ອາດມີການນຳເອົາຮ່າງຂອງຫຼາຍຮຸ້ນມາກ່ຽວຂ້ອງກັບໄຫໜ່ວຍດຽງກັນ.

ສິ່ງທີ່ນັກວິໄຈໃຫ້ຄວາມສົນໃຈເປັນພິເສດແມ່ນ ລັກສະນະຂອງກະດູກທີ່ພົບພາຍໃນໄຫ, ຫຼາຍສ່ວນບໍ່ໄດ້ເປັນໂຄງກະດູກສົມບູນ ແຕ່ເປັນກະດູກຈາກສ່ວນຕ່າງໆ ຂອງຮ່າງກາຍທີ່ຖືກນຳມາລວມກັນພາຍຫຼັງ ເຮັດໃຫ້ເກີດສົມມຸດຖານວ່າ ໄຫຫີນອາດບໍ່ແມ່ນຫຼຸມຝັງສົບສຸດທ້າຍ ແຕ່ເປັນສ່ວນໜຶ່ງຂອງພິທີກຳຝັງສົບຫຼາຍຂັ້ນຕອນ (secondary burial) ເຊິ່ງກ່າວຄື ສົບອາດຖືກປ່ອຍໃຫ້ສະຫຼາຍໂຕໃນບ່ອນອື່ນກ່ອນ ແລ້ວຈຶ່ງນຳເອົາກະດູກມາເກັບລວມໄວ້ພາຍໃນຫີນຕາມຫຼັງ ເຊິ່ງເປັນທຳນຽມທີ່ພົບໃນບາງວັດທະນະທຳບູຮານຂອງອາຊີຕາເວັນອອກສຽງໃຕ້.

ພາຍໃນໄຫຍັງພົບ ລູກປັດແກ້ວສີຕ່າງໆ, ເຄື່ອງປັ້ນດິນເຜົາ, ມີດເຫຼັກ ແລະ ວັດຖຸປະກອບພິທີກຳ ເຊິ່ງຊ່ວຍໃຫ້ເຫັນວ່າຊຸມຊົນບູຮານທີ່ໃຊ້ພື້ນທີ່ແຫ່ງນີ້ມີຄວາມຊັບຊ້ອນທາງສັງຄົມ ແລະ ອາດມີການຕິດຕໍ່ຄ້າຂາຍກັບດິນແດນຫ່າງໄກ ເຊັ່ນ ພາຍໃຕ້ຂອງອິນເດຍ ແລະ ພາກພື້ນອື່ນໆຂອງອາຊີ.

ນັກບູຮານຄະດີກຳລັງດຳເນີນການກວດ DNA ຈາກກະດູກ ແລະ ແຂ້ວທີ່ພົບ ເພື່ອຫາຄຳຕອບວ່າຜູ້ເສຍຊີວິດທັງ 37 ຄົນເປັນສະມາຊິກຂອງຄອບຄົວດຽວກັນ ຫຼື ເປັນເຄືອຍາດຕິພີ່ນ້ອງ ຫຼື ເປັນຄົນຈາກຊຸມຊົນຕ່າງໆ ທີ່ຖືກນຳມາປະກອບພິທີຮ່ວມກັນ ຫາກການວິເຄາະສຳເລັດ ອາດຊ່ວຍອະທິບາຍໂຄງສ້າງສັງຄົມ, ຄວາມສຳພັນຂອງຜູ້ຄົນ ແລະ ບົດບາດຂອງທົ່ງໄຫຫີນໃນອະດິດໄດ້ຊັດເຈນຍິ່ງຂຶ້ນ.

ແນວໃດກໍຕາມ, ປິດສະໜາຂອງທົ່ງໄຫຫີນຍັງບໍ່ໄດ້ຖືກໄຂທັງໝົດ ເພາະຍັງມີໄຫອີກຫຼາຍພັນໜ່ວຍທີ່ຍັງບໍ່ເຄີຍຖືກຂຸດຄົ້ນ ແລະ ພື້ນທີ່ຈຳນວນຫຼາຍຍັງເຕັມໄປດ້ວຍລະບາດທີ່ຍັງບໍ່ລະເບີດ (UXO) ເຊິ່ງເປັນມໍລະດົກຂອງສົງຄາມລັບໃນ ສປປ ລາວ ຊ່ວງທົດສະວັດ 1960-1970 ເຮັດໃຫ້ການສຳຫຼວດທາງບູຮານຄະດີດຳເນີນໄປໄດ້ຢ່າງຈຳກັດ.

ທົ່ງໄຫຫີນໄດ້ຮັບການຂຶ້ນທະບຽນເປັນມໍລະດົກໂລກຂອງ UNESCO ເມື່ອປີ 2019 ແລະ ຖືເປັນໜຶ່ງໃນແຫຼ່ງບູຮານຄະດີຍຸກກ່ອນມີປະຫວັດສາດທີ່ສຳຄັນທີ່ສຸດຂອງອາຊີຕາເວັນອອກສຽງໃຕ້, ການຄົ້ນພົບກະດູກ 37 ຄົນໃນເທື່ອນີ້ຈຶ່ງບໍ່ໄດ້ເປັນພຽງແຕ່ຂ່າວສຳຄັນຂອງວົງການບູຮານຄະດີເທົ່ານັ້ນ ແຕ່ຍັງອາດເປັນກ້າວສຳຄັນໃນການໄຂປິດສະໜາອາລະຍະທຳລາວບູຮານ, ເຊິ່ງຖືກເຊື່ອງໄວ້ໃນທົ່ງພຽງຊຽງຂວາງເປັນເວລາມາຫຼາຍກວ່າພັນປີ.

ແຫຼ່ງຂໍ້ມູນ: National Geographic, *Archaeologists found 37 people buried in one giant ‘death jar’*; Live Science; Archaeology Magazine; UNESCO Plain of Jars documentation

Comments are disabled