ພົບເຫັນຟອສຊິວໄທແຣນໂນຊໍຣັສຊະນິດໃໝ່ ໃນນິວເມັກຊິໂກ


ໃນປີ 1980 ເຈົ້າໜ້າທີ່ຈາກພິພິທະພັນປະຫວັດສາດທຳມະຊາດ ແລະ ວິທະຍາສາດ ນິວເມັກຊິໂກ ໄດ້ພົບເຫັນຊາກດຶກດຳບັນ ຫຼື ຟອສຊິວກະໂຫຼກໄດໂນເສົາບາງສ່ວນ ໃນເຂດພື້ນທີ່ໜ່ວຍຫີນ McRae.
ໂດຍທາງທີມນັກບັນພະຊີບວິທະຍາຈາກພິພິທະພັນ ຄິດວ່າເປັນຟອສຊິວຂອງໄດໂນເສົາໄທແຣນໂນຊໍຣັສ ເຣັກ ຫຼື ທີເຣັກ Tyranno saurus rex ແຕ່ພໍໄດ້ວິເຄາະຢ່າງຮອບຄອບຫຼາຍຂຶ້ນ ກໍໄດ້ສັງເກດເຫັນແຂ້ວ ແລະ ຄາງກະໄຕ ຂອງໄດໂນເສົາໂຕນີ້ມີຄວາມບາງກວ່າ, ກະໂຫຼກຫົວບໍ່ມີສັນທີ່ເປັນລັກສະນະສະເພາະຂອງ Tyranno saurus rex.
ທາງທີມຈຶ່ງໄດ້ສະຫຼຸບວ່າ ຟອສຊິວນີ້ເປັນສາຍພັນອື່ນ ແຕ່ມີຄວາມໃກ້ຄຽງກັບ Tyranno saurus rex ພ້ອມກັບໄດ້ຕັ້ງຊື່ ໄດໂນເສົາຊະນິດໃໝ່ນີ້ວ່າ ໄທແຣນໂນຊໍຣັດ (Tyrannosaurus mcraeensis) ລະບຸວ່າມັນຖືກແຍກອອກຈາກພີ່ນ້ອງ ທີເຣັກ ເມື່ອປະມານ 6 ລ້ານປີ.

ຂອບໃຈຂໍ້ມູນຈາກ:

Thairath

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/