ຜົນການສຶກສາເຜີຍ ອີກ 5 ປີຕໍ່ໜ້າ ທະນາຄານທົ່ວໂລກມູນຄ່າຈະເພີ່ມຂຶ້ນ


ຜົນສຶກສາຈາກ Boston Consulting Group-BGC ພົບວ່າ ໃນອະນາຄົດອີກ 5 ປີຕໍ່ໜ້າ ຄາດວ່າທະນາຄານທົ່ວໂລກອາດມີມູນຄ່າບໍລິສັດເພີ່ມຂຶ້ນ 2 ເທົ່າ ຮອດ 7 ລ້ານໂດລາສະຫະລັດ ຖ້າເດີນໜ້າເນັ້ນການເຕີບໂຕຂອງທຸລະກິດ ແລະ ສົ່ງເສີມການຈຳໜ່າຍຜະລິດຕະພັນຂອງບໍລິສັດ.

ບໍລິສັດທີ່ປຶກສາລະບຸວ່າ ບັນດາທະນາຄານໃຫ້ກູ້ ອາດມີມູນຄ່າບໍລິສັດເພີ່ມຂຶ້ນຈາກປັດຈຸບັນ 2 ເທົ່າ ຖ້າເນັ້ນຄວາມສຳຄັນການເຕີບໂຕຂອງບໍລິສັດ ແລະ ປັບປຸງອັດຕາສ່ວນຕະຫຼາດຕໍ່ມູນຄ່າທາງບັນຊີ (price-to-book ratio ແລະ P/BV) ເຖິງຈະພົບກັບອຸປະສັກຕ່າງໆ.

ຮຸ້ນທະນາຄານປະມານ 75% ມີ P/BV ຕໍ່າກວ່າໃນປີ 2022 ໃນຂະນະທີ່ອັດຕາສ່ວນລາຄາຮຸ້ນຕໍ່ກຳໄລຮຸ້ນຢູ່ໃນລະດັບ 50% ຂອງລະດັບ ໃນປີ 2017. ໃນຂະນະດຽວກັນ ຜົນຕອບແທນຂອງຜູ້ຖືຮຸ້ນໃນປັດຈຸບັນກໍກວ້າງຂຶ້ນເລື້ອຍໆ.

ທະນາຄານລົງທຶນເພີ່ມຜົນຜະລິດ ແລະ ຫຼຸດລາຄາຊັບຊ້ອນໃນການດຳເນີນງານໄດ້ ແຕ່ກຳໄລຂອງທະນາຄານຍັງຄົງຕົກຢູ່ພາຍໃຕ້ແຮງກົດດັນຈາກຄວາມຕ້ອງການເງິນທຶນສູງ ແລະ ການແຂ່ງຂັນທີ່ເພີ່ມຂຶ້ນ ຈາກຜູ້ຫຼິ້ນທີ່ໃໝ່ກວ່າເຊັ່ນ: ບໍລິສັດເຕັກໂນໂລຊີທາງການເງິນ ຫຼື ຟິນເທັກ.

ຂໍ້ມູນຈາກ: Bangkok biznews

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/