Apple ຍອມຫຼຸດລາຄາ “iPhone” ໃນຈີນຫວັງເພີ່ມຍອດຂາຍ ຫຼັງຈາກທີ່ຍອດຂາຍໃນຕະຫຼາດຫຼຸດລົງເຖິງ 30% ຕ້ອນຮັບປີ 2024


ໃນວັນທີ 16 ມັງກອນ, ສຳນັກຂ່າວຕ່າງປະເທດໄດ້ມີການລາຍງານວ່າ Jefferies ເຊິ່ງເປັນບໍລິສັດທີ່ໃຫ້ບໍລິການໃນທະນາຄານການລົງທຶນ, ການເງິນ ແລະ ການຈັດສັນສິນຊັບລະດັບໂລກໄດ້ເປີດເຜີຍເຖິງຍອດຂົນສົ່ງ iPhone ເຂົ້າສູ່ປະເທດຈີນນັ້ນຫຼຸດລົງເຫຼືອພຽງຫຼັກສິບລ້ານເຄື່ອງເທົ່ານັ້ນຈາກຮ້ອຍລ້ານເຄື່ອງ ແລະ ຍອດຂາຍ iPhone ຂອງ Apple ໃນປະເທດຈີນກໍຫຼຸດລົງເຖິງ 30% ໃນອາທິດທຳອິດຂອງຕົ້ນປີ 2024.

ໂດຍໃນລາຍງານໄດ້ລະບຸວ່າ Apple ກຽມທີ່ຈະຈັດໂປຣໂມຊັນໃນການມອບສ່ວນຫຼຸດໃຫ້ກັບຜູ້ທີ່ຊື້ຜະລິດຕະພັນຂອງ Apple ໃນຈີນສູງສຸດເຖິງ 800 ຢວນ, ເຊິ່ງໂປຣໂມຊັນດັ່ງກ່າວສາມາດໃຊ້ໄດ້ກັບ iPhone ຫຼາຍຮຸ່ນນັບຕັ້ງແຕ່ iPhone 13 ຈົນໄປເຖິງ iPhone 15 Pro Max. ເຊິ່ງງານຈະຈັດຂຶ້ນພຽງ 4 ວັນເທົ່ານັ້ນ, ເຊິ່ງນັບຕັ້ງແຕ່ວັນທີ 18 – 21 ມັງກອນ ປີ 2024 ໂດຍຄາດຫວັງໃຫ້ຮ້ານຄ້າສາມາດເພີ່ມຍອດຂາຍໄດ້ກ່ອນເທສະການກຸດຈີນທີ່ກໍາລັງຈະມາເຖິງ.

ນັກວິເຄາະຈາກ Jefferies ກ່າວວ່າ Mate 60 series ຂອງ Huawei ເປັນປັດໄຈຫຼັກທີ່ເຮັດໃຫ້ຍອດຂາຍຂອງ iPhone ໃນຈີນຫຼຸດລົງ. Mate 60 series ຂອງ Huawei ນັ້ນໄດ້ເປີດຕົວຢ່າງເປັນທາງການໃນປີທີ່ຜ່ານມາ, ເຮັດໃຫ້ Huawei ກາຍເປັນດາວເດ່ນ ແລະ ຖືກກ່າວເຖິງຢ່າງກວ້າງຂວາງໃນສື່ມວນຊົນໃນທຳນອງທີ່ວ່າ ນີ້ຄືສັນຍານການກັບມາທີ່ຍິ່ງໃຫຍ່ຂອງ Huawei ຫຼັງຈາກທີ່ຖືກສະຫະລັດຂວ້ຳບາດດ້ານການຄ້າຂອງສະຫະລັດ ເຮັດໃຫ້ຊາວຈີນຕ້ອງຫັນມາໃຊ້ສະມາດໂຟນອື່ນໆ.

ໂດຍກະແສຕອບຮັບ Mate 60 series ໃນຕະຫຼາດຈີນນັ້ນຖືວ່າດີຫຼາຍ, ພ້ອມຍັງໄດ້ຮັບການຍ້ອງຍໍວ່າມີສ່ວນສຳຄັນໃນການຟື້ນຟູຕະຫຼາດສະມາດໂຟນໃນປະເທດຈີນທີ່ຕົກຢູ່ໃນສະພາບຢຸດຊະງັກມາເປັນເວລາດົນນານ ໃຫ້ກັບມາມີຊີວິດຊີວາອີກຄັ້ງ.

ປັດຈຸບັນ, ຈີນເປັນຕະຫຼາດໃຫຍ່ອັນດັບສາມຂອງ Apple ສໍາລັບການຂາຍ iPhone ຮອງຈາກສະຫະລັດ ແລະ ຢູໂຣບຕາມລໍາດັບ. ຍອດຂາຍທີ່ຫຼຸດລົງເຖິງ 30% ໃນປະເທດຈີນ, ເຮັດໃຫ້ iPhone ສູນເສຍສ່ວນແບ່ງຕະຫຼາດອີກ 0.4%. ທັງນີ້, ຮຸ້ນຂອງ Apple ຍັງຫຼຸດລົງ 3.6% ນັບຕັ້ງແຕ່ເດືອນມັງກອນທີ່ຜ່ານມາ. ຫຼັງຈາກຖືກປັບຫຼຸດອັນດັບຮຸ້ນລົງໂດຍ Barclays ຈາກ “neutral” ເປັນ “underweight” ແລະ ປັບລົດລາຄາເປົ້າໝາຍຈາກ 161 ໂດລາ ເປັນ 160 ໂດລາ, ເຊິ່ງໄດ້ສົ່ງຜົນກະທົບຕໍ່ອັດຕາການແນະນໍາໃຫ້ຊື້ຮຸ້ນຂອງ Apple ທີ່ຫຼຸດລົງຢ່າງຕໍ່ເນື່ອງ.

ທີ່ມາ:

thairath

droidsans

reuters

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/