Binance ເປີດຕົວ Launchpool ຄັ້ງທີ 44 ພ້ອມກັບຟາມຫຼຽນຕົວໃໝ່ “MANTA” ດ້ວຍ BNB ແລະ FDUSD


Binance ເວັບເທຣດທີ່ໃຫຍ່ທີ່ສຸດອັນດັບ 1 ຂອງໂລກ, ໄດ້ປະກາດການເປີດຕົວໂຄງການ Launchpool ຄັ້ງທີ 44 ຂອງຕົນພ້ອມກັບໂທເຄັນໃໝ່ Manta (MANTA), ເຊິ່ງເປັນໂຊລູຊັ່ນ modular Layer 2 (L2) ທີ່ຖືກອອກແບບມາໂດຍສະເພາະເພື່ອຮອງຮັບເເອັບພິເຄຊັນ ZK (Zero- Knowledge) ໂດຍມີຈຸດປະສົງເພື່ອສ້າງ​ສະ​ພາບ​ແວດ​ລ້ອມ​ທີ່​ເປັນມິດຕໍ່ຜູ້ໃຊ້ ເເລະ ສາມາດປັບຂະໜາດໄດ້ ເພື່ອແກ້ໄຂຄວາມກັງວົນດ້ານຄວາມເປັນສ່ວນຕົວ ແລະ ຂະໜາດໃນພື້ນທີ່ blockchain.

ໂດຍຜູ້ໃຊ້ສາມາດທີ່ຈະ stake ຫຼຽນ MANTA ໄດ້ດ້ວຍການນຳເອົາ BNB ແລະ FDUSD ເປັນເວລາ 2 ມື້, ເຊິ່ງຈະເລີ່ມແຕ່ວັນທີ 16 ມັງກອນ 2024 ເປັນຕົ້ນໄປ.

ຫຼັງຈາກນັ້ນ Binance ຈະເພີ່ມລາຍຊື່ຫຼຽນ MANTA ເຂົ້າໃນວັນທີ 18 ມັງກອນ 2024, ເຊິ່ງຈະເປີດຄູ່ຊື້ຂາຍຄື: MANTA/BTC, MANTA/ USDT, MANTA/BNB, MANTA/FDUSD, ແລະ MANTA/TRY. The Seed Tag ຈະຖືກນຳໃຊ້ກັບ MANTA.

ສໍາລັບຜູ້ໃຊ້ທີ່ເຄີຍໄດ້ຮັບໂທເຄັນ MA ໃນ Binance ມາກ່ອນ, ພວກເຂົາຈະໄດ້ຮັບຫຼຽນ MANTA ມາເເທນທີ່ໃນອັດຕາສ່ວນ 1: 1.

ລາຍລະອຽດຂອງ MANTA Launchpool

  • ຊື່ໂທເຄັນ: Manta (MANTA)
  • ອຸປະທານໂທເຄັນທັງໝົດ: 1,000,000,000 MANTA
  • ຮາງວັນໂທເຄັນ Launchpool: 30,000,000 MANTAI (3% ຂອງອຸປະທານໂທເຄັນທັງໝົດ)
  • ອຸປະທານການໝຸນວຽນເບື້ອງຕົ້ນ: 251,000,000 MANTA (25.1% ຂອງອຸປະທານໂທເຄັນທັງໝົດ)
  • ລາຍລະອຽດ Smart contract : MANTA Token (MANTA)
  • ເງື່ອນໄຂສໍາລັບການສະເຕກ: ຜູ້ໃຊ້ຕ້ອງໄດ້ຢືນຢັນຕົວຕົນຂອງເຂົາເຈົ້າໃນຮູບ KYC ກ່ອນ.

Hard Cap ປະຈໍາຊົ່ວໂມງສູງສຸດຕໍ່ຜູ້ໃຊ້ 1 ຄົນ:

  • 50,000 MANTA ຖ້າສະເຕກກັບຫຼຽນ BNB
  • 12,500 MANTA ຖ້າສະເຕກກັບຫຼຽນ FDUSD

Pool ທີ່ຮອງຮັບ:

  • Stake BNB: ຮາງວັນ 24,000,000 MANTA, ກວມເອົາ 80% ຂອງລາງວັນທັງໝົດ.
  • Stake FDUSD: ຮາງວັນ 6,000,000 MANTA, ກວມເອົາ 20% ຂອງຮາງວັນທັງໝົດ.
  • ໄລ​ຍະ​ເວ​ລາ Staking ​ເພື່ອ​ຟາມໂທເຄັນ​ແມ່ນ​ຈະເລີ່ມຕັ້ງເເຕ່​ວັນ​ທີ 16 ມັງ​ກອນ ຈົນຮອດ​ວັນ​ທີ 18 ມັງ​ກອນ 2024.

ທີ່ມາ:

binance

launchpool/MANTA

dotslot

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/