Wonka ກວາດລາຍໄດ້ທົ່ວໂລກໄປ 500 ລ້ານໂດລາ


Variety ໄດ້ລາຍງານວ່າຮູບເງົາ ເລື່ອງ Wonka ໄດ້ກາຍເປັນໜຶ່ງໃນຮູບເງົາທີ່ສາມາດກວາດລາຍໄດ້ໄປຮອດ 500 ລ້ານໂດລາ ຈາກທຶນສ້າງພຽງ 125 ລ້ານໂດລາ ພ້ອມກັບຈຸດກຸ້ມທຶນຢູ່ທີ່ 250 ລ້ານໂດລາ.
ໃນຕອນນີ້ຮູບເງົາເລື່ອງ Wonka ຄອງອັນດັບ 3 ໃນຕາຕະລາງ box office ແລະ ຍັງສາມາດກວາດລາຍໄດ້ເລື້ອຍໆທັງໃນ ແລະ ນອກປະເທດ ຖືວ່າເປັນອີກໜຶ່ງຮູບເງົາທີ່ຫ້າມພາດເລີຍ.

ທີ່ມາ: https://www.beartai.com/lifestyle/1350945

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/