ພີລະມິດ ທີ່ໃຫຍ່ທີ່ສຸດໃນໂລກບໍ່ໄດ້ຢູ່ໃນອີຢິບແຕ່ຢູ່ໃນເມັກຊິໂກ


ຖ້າຈະຄິດເຖິງສິ່ງກໍ່ສ້າງທີ່ເປັນບູຮານສະຖານ ແລະ ສິ່ງຍິ່ງໃຫຍ່ຈັກບ່ອນ ຄົງຈະແມ່ນມະຫາພີລະມິດ The Great Pyramid of Giza ອາຍຸຫຼາຍກວ່າ 5,000 ປີ ໃນປະເທດອີຢິບ ບໍ່ວ່າຈະເປັນເລື່ອງຄວາມສູງ ຄວາມໃຫຍ່ ການກໍ່ສ້າງທີ່ຕ້ອງຄ່ອຍໆປະກອບຫີນແຕ່ລະກ້ອນທີ່ໜັກເປັນໂຕນໆ ຢ່າງເປັນລະບຽບຮຽບຮ້ອຍ ເປັນຢ່າງດຽວທີ່ຄົນໃນຍຸກນີ້ຍັງຈິນຕະການບໍ່ອອກເລີຍວ່າ ຖ້າໄດ້ໄປພົບເຫັນ ຫຼື ສຳຜັດ ຄົງຈະເປັນຄວາມມະຫັດສະຈັນຂອງຕົນເອງທີ່ໄດ້ໄປເຫັນ ເພາະເປັນ 1 ໃນສິ່ງມະຫັດສະຈັນຂອງໂລກຍຸກບູຮານ.

ແຕ່ກວ່າຈະເປັນສຸດຍອດພີລະມິດເທິງໂລກ ມີເລື່ອງຕ່າງໆທີ່ແຊກຊ້ອນໃນຫີນທຸກໆກ້ອນທຸກໆຂັ້ນຕອນ ບໍ່ແມ່ນແຕ່ການປະກາດຄວາມຍິ່ງໃຫຍ່ ມັນມີຄວາມກ່ຽວຂ້ອງທັງເລື່ອງຄວາມເຊື່ອ ວິຖີຊີວິດ ອະລິຍະທຳ ໄປຈົນຮອດເລື່ອງຂອງກຸ່ມດາວເທິງຟ້າເລີຍກໍວ່າໄດ້.

ໃນປະເທດອີຢິບມີພີລະມິດກະຈາຍຢູ່ຫຼວງຫຼາຍທົ່ວປະເທດນັບກວ່າ 100 ແຫ່ງ ໜ້າທີ່ຫຼັກຂອງມັນກໍຄືເປັນບ່ອນຝັງສົບຂອງກະສັດອີຢິບບູຮານ ຫຼື ຟາໂຣ ແລະ ເພື່ອໃຫ້ແນ່ໃຈວ່າອົງຟາໂຣ ຈະມີເຄື່ອງໃຊ້ ແລະ ຊັບສິນເງິນທອງທີ່ພຽງພໍສຳລັບໂລກໜ້າຢ່າງມີຄວາມສຸກສະບາຍ. ນອກຈາກນີ້ ກໍຍັງລວມເຖິງອາຫານ ເຄື່ອງເຮືອນ ເຄື່ອງດົນຕີ ອາວຸດ ອຸປະກອນລ່າສັດ ໄປຈົນຮອດລົດທຽມມ້າທີ່ເອົາໄວ້ຕີເສິກ.

ອີຢິບ ມີຄວາມເຊື່ອວ່າຄົນທີ່ຕາຍໄປແລ້ວຈະກັບມາຄືນຊີບຂຶ້ນມາໃໝ່ ຄືກັບດວງຕາເວັນຕົກດິນຍາມແລງ ແລະ ກັບມາຂຶ້ນໃໝ່ໃນມື້ຕໍ່ມາໃນຕອນເຊົ້າ. ພະອົງກໍລ້ວນຖືວ່າເປັນໂອຣົດແຫ່ງສຸຣິຍະເທບ ທີ່ຖືກສົ່ງມາປົກຄອງໂລກມະນຸດ ຫຼັງຈາກຟາໂຣສິ້ນພະຊົນລົງ. ແລ້ວພະອົງຈະໄປປະທັບຢູ່ໃນສະຖານທີ່ “Duat” ຫຼື ໂລກແຫ່ງຄວາມຕາຍ ເຊິ່ງມີພຽງຜູ້ທີ່ຕາຍແລ້ວເທົ່ານັ້ນ ຈຶ່ງຈະເດີນທາງມາອາໄສຢູ່ຍັງໂລກນີ້ໄດ້ ແລະ ມີພຽງຟາໂຣເທົ່ານັ້ນ ທີ່ຈະສາມາດອອກຈາກໂລກຫຼັງຄວາມຕາຍກັບມາຈຸຕິໃໝ່ໃນຮ່າງເກົ່າທີ່ຈັດກຽມໄວ້.

ຄຳຖາມທີ່ຫຼາຍຄົນໃຫ້ຄວາມສົນໃຈວ່າພີລະມິດທີ່ໃຫຍ່ທີ່ສຸດໃນໂລກແມ່ນຢູ່ໃສ ຄຳຕອບຂອງໃຜຫຼາຍໆຄົນກໍຄົງຈະແມ່ນປະເທດທີ່ມີອາກາດແຫ້ງແລ້ງແບບທະເລຊາຍຢ່າງອີຢິບ ກໍຄົງຈະສົມເຫດສົມຜົນບໍ່ໜ້ອຍ ເພາະພີລະມິດທີ່ເຮົາເຫັນກັນຕະຫຼອດນັ້ນມັກຈະຕັ້ງຢູ່ກາງທະເລຊາຍ ແຕ່ຍັງບໍ່ແມ່ນຄຳຕອບທີ່ຖືກຕ້ອງ ເພາະແທ້ຈິງແລ້ວພີລະມິດທີ່ໃຫຍ່ທີ່ສຸດໃນໂລກຢູ່ທີ່ປະເທດໜຶ່ງໃນທະວີບອາເມຣິກາ ພ້ອມທັງຍັງມີຊື່ສຽງໂດ່ງດັງໃນເລື່ອງຂອງນ້ຳເມົາຢ່າງເຕກີລ່າ (Tequila) ແລະ ສະຕຣີດຟູດທີ່ດັງຢ່າງທາໂກ  (Taco) ເຊິ່ງແມ່ນປະເທດເມັກຊິໂກ.

ມະຫາພີລະມິດແຫ່ງໂຊລູລາ  (The Great Pyramid of Cholula) ທີ່ຕັ້ງຢູ່ທາງຕອນກາງໄປທາງໃຕ້ຂອງເມັກຊິໂກ ໃນເມືອງໂຊລູລາ (Puebla) ມີຄວາມກວ້າງ 1,476 ແມັດ ເຊິ່ງທຽບເທົ່າກັບສະລອຍນໍ້າທີ່ໃຊ້ແຂ່ງກິລາໂອລິມປິກເຖິງ 9 ສະ ຖ້າໃນດ້ານໂຄງສ້າງຂອງມັນກໍມີຂະໜາດໃຫຍ່ເຖິງ 400×400 ແມັດ ມີປະລິມາດລວມ 4.45 ລ້ານແມັດກ້ອນ ແລະ ຖ້າໃຫ້ທຽບກັບພີລະມິດແຫ່ງກິຊາອັນໂດ່ງດັງ ຖານຂອງມັນກໍມີຂະໜາດໃຫຍ່ກວ່າ 4 ເທົ່າ ແລະ ໂຄງສ້າງມີຂະໜາດໃຫຍ່ 2 ເທົ່າ.

ຂໍ້ມູນຈາກ:

BrandThink

Travel

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/