ແມວບູຮານສາຍພັນໃໝ່ໃນປະເທດສະເປນ


ມີການວິໄຈກ່ອນໜ້ານີ້ລະບຸວ່າ ແມວ ວິວັດທະນາການຄັ້ງທຳອິດເມື່ອປະມານ 25 ລ້ານປີກ່ອນ ແຕ່ເມື່ອໄວໆນີ້ ທີມນັກບັນພະຊີບວິທະຍາກຸ່ມນ້ອຍໆຈາກພິພິທະພັນວິທະຍາສາດແຫ່ງຊາດໃນປະເທດສະເປນ  ເຜີຍຫຼັກຖານຂອງ ແມວ ທີ່ອາໄສຢູ່ເມື່ອປະມານ 15,5 ລ້ານປີ ໃນສະຖານທີ່ຂຸດຄົ້ນຊື່ Príncipe Pío-2.

ຫຼັກຖານດັ່ງກ່າວຖືກລະບຸວ່າເປັນຊາກດຶກດຳບັນກະດູກຄາງກະໄຕທີ່ເກືອບສົມບູນແບບທີ່ມີແຂ້ວຢູ່ນຳ ດ້ວຍລັກສະນະບາງຢ່າງ ແລະ ຕຳແໜ່ງພົບວ່າເຂົ້າກັນກັບວົງຕະກູນແມວ ແລະ ເປັນແມວບູຮານສາຍພັນໃໝ່ ພ້ອມໄດ້ຮັບການຕັ້ງຊື່ວ່າ Magerifelis peignei ມີນ້ຳໜັກປະມານ 7,61 ກິໂລ ຖືວ່ານ້ຳໜັກຫຼາຍກວ່າແມວລ້ຽງໃນປັດຈຸບັນເກືອບ 2 ເທົ່າ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/