Vietjet Air ​ເພີ່ມ​ກຳລັງ​ເຮືອ​ບິນ​ໃນ​ລະຫວ່າງ​ທີ່​ຄວາມ​ຕ້ອງການ​ເດີນທາງ​ເພີ່ມ​ຂຶ້ນ​ໃນ​ໄລຍະ​ເທສະການກຸດ​ຈີນ


(ນະຄອນຫຼວງວຽງຈັນ, ວັນທີ 06 ກຸມພາ 2024) – ສາຍການບິນ ຫວຽດເຈັດ ໄດ້​ຮັບ​ເຮືອບິນ​ເພີ່ມ​ອີກຈຳນວນ 2 ລຳ ພາຍ​ໃຕ້​ການ​ຈັດ​ສັນ​ໃຫ້​ເຊົ່າ​ ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ໃນ​ການ​ເດີນທາງ​ໃນ​ໄລຍະ​ເທສະການກຸດ​ຈີນ ​ເຊິ່ງແມ່ນ​ໜຶ່ງ​ໃນ​ວັນ​ພັກຜ່ອນ​ປະຈຳ​ປີ​ທີ່​ຍາວ​ທີ່​ສຸດ​ໃນ​ອາຊີ. ການ​ເຄື່ອນ​ໄຫວ​ຄັ້ງ​ສຸດທ້າຍ​ໄດ້​ເຮັດ​ໃຫ້​ເຮືອ​ບິນ​ທີ່ເຊົ່າ​​ຂອງ​ສາຍ​ການ​ບິນ​ມີເພີ່ມອີກ 6 ລຳ ​ຈາກ​ເຮືອ​ບິນໃນ​ປັດຈຸ​ບັນທີ່ມີທັງໝົດ 105 ລຳ​, ທີ່ໄດ້ໃຫ້ບໍລິການ 125 ເສັ້ນ​ທາງ​ໃນ​ຫວຽດນາມ ​ແລະ ຕ່າງປະເທດ.

ໃນໄລຍະທີ່ຜ່ານມານີ້, ສາຍ​ການ​ບິນ​ໄດ້​ເພີ່ມ​ຖ້ຽວ​ບິນ​ເກືອບ 750 ຖ້ຽວ ພ້ອມທັງໄດ້​ສະ​ໜອງ​ບ່ອນ​ນັ່ງ​ຕື່ມ​ອີກ 154,800 ​ບ່ອນນັ່ງ ​ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງການ​ທີ່​ເພີ່ມ​ຂຶ້ນ​ໃນ​ໄລຍະ​ທີ່​ມີ​ການ​ເດີນທາງ​ຫຼາຍ​ທີ່ສຸດ​ຢູ່​ຫວຽດນາມ ​ແລະ ພາກ​ພື້ນ. ຖ້ຽວ​ບິນທີ່​ເພີ່ມ​ຂື້ນ​ຕົ້ນຕໍ​ແມ່ນ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ໃນ​ການ​ບໍລິການ​ການເດີນທາງ​ອອກຈາກ​ນະຄອນ​ໂຮ່ຈິ​ມິນ ທີ່ເປັນເມືອງໃຫຍ່ທີ່ສຸດຂອງຫວຽດນາມ, ​ເຊິ່ງນັກ​ທ່ອງ​ທ່ຽວ​ສ່ວນ​ຫຼາຍ​ກັບ​ບ້ານ​ເພື່ອ​ພັກຜ່ອນ​ຢູ່​ບັນດາ​ແຂວງ​ພາກ​ເໜືອ ​ແລະ ພາກ​ກາງ​ຄື: Hanoi, Tuy Hoa (Phu Yen), Chu Lai (Quang Nam), Dong Hoi (Quang Binh), Quy Nhon (Binh Dinh), Da Nang, Hue, Vinh (Nghe An), Thanh Hoa, Hai Phong ແລະ ອື່ນໆ.

ຄວາມ​ສາມາດ​ຂອງຖ້ຽວບິນ​ທີ່​ເພີ່ມ​ຂຶ້ນ​ຍັງ​ຈະ​ຊ່ວຍ​ເພີ່ມ​ຄວາມ​ຕ້ອງການ​ການ​ເດີນທາງ​ໄປ​​ແຫຼ່ງທ່ອງ​ທ່ຽວ​ອັນ​ດັບ​ໜຶ່ງ​ຂອງ​ຫວຽດນາມ​ເຊັ່ນ: Ho Chi Minh City, Hanoi, Phu Quoc, Hue, Da Nang, Nha Trang, and Da Lat, ອື່ນໆ. ການທ່ອງທ່ຽວລະຫວ່າງປະເທດມີການເພີ່ມຂຶ້ນຫຼາຍໃນໄລຍະເວລານີ້ຍ້ອນວ່ານັກທ່ອງທ່ຽວໃຊ້ວັນພັກຍາວຂອງພວກເຂົາໃນ ຫວຽດນາມ, ຈີນ, ເກົາຫຼີໃຕ້, ແລະ ສິງກະໂປ ເພື່ອເລີ່ມຕົ້ນການເດີນທາງໃນລະດູໃບໄມ້ປົ່ງຂອງພວກເຂົາ.

Vietjet ຈະເປີດເສັ້ນທາງ ວຽງຈັນ-ໂຮ່ຈິມິນ ໃນວັນທີ 25 ກຸມພາ 2024 ໂດຍມີຖ້ຽວບິນໄປກັບ 4 ຖ້ຽວຕໍ່ອາທິດ ໃນວັນຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດ ດ້ວຍເວລາພຽງແຕ່ 1 ຊົ່ວໂມງ 45 ນາທີຕໍ່ຖ້ຽວເທົ່ານັ້ນ. ນັກ​ທ່ອງ​ທ່ຽວລາວ​ສາ​ມາດຫາ​ໂອ​ກາດ​ນີ້​ໄປ​ທ່ອງ​ທ່ຽວ​ຫວຽດ​ນາມໄດ້ແລ້ວ!

​ໃນ​ສອງ​ເດືອນທີ່​ຜ່ານ​ມາ Vietjet ​ໄດ້​ຂະຫຍາຍເຄືອຂ່າຍຖ້ຽວບິນ​ລະຫວ່າງປະເທດ ​​ເຊິ່ງມີ​ບັນດາ​ຈຸດໝາຍ​ປາຍທາງ​ຄື: ຊຽງ​ໄຮ, ວຽງ​ຈັນ, Siem Reap (ກຳປູ​ເຈຍ), Busan (ເກົາຫລີ​ໃຕ້), Sydney, Melbourne, Brisbane, Perth ​ແລະ Adelaide (ອອສເຕຣເລຍ). ​ໃນ​ມື້​ທຳ​ອິດ​ຂອງເທສະການ​ກຸດ​ຈີນ (10 ກຸມພາ 2024), Vietjet ​ຈະ​ເລີ່​ມໃຫ້ບໍລິການ​ບິນກົງ ທີ່​ເຊື່ອມ​ໂຍງ​ນະຄອນ​ໂຮ່ຈີ​ມິນ​ກັບ​ເມືອງ ເຊິງຕູ ຂອງ​ຈີນ. ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ໃໝ່​ນີ້ ​ໄດ້​ສ້າງ​ຄວາມ​ຫຼາກ​ຫຼາຍ​ທາງ​ເລືອກ​ໃຫ້​ນັກ​ທ່ອງ​ທ່ຽວ​ຫວຽດນາມ ​ແລະ ຕ່າງປະ​ເທດ​ໄປ​ທ່ອງ​ທ່ຽວໃນ​ລະດູ​ໃບ​ໄມ້​ປົ່ງ.

ສິ່ງ​ດັ່ງກ່າວ​ຈະ​ນຳ​ມາ​ເຊິ່ງກາລະ​ໂອກາດ ​ແລະ ຄວາມ​ສະດວກ​ສະບາຍ​ໃຫ້​ນັກ​ທ່ອງ​ທ່ຽວ​ລາວ​ທີ່​ມີ​ແຜນ​ຈະ​ໄປ​ທ່ອງ​ທ່ຽວ​ຫວຽດນາມ ​ແລະ ສະຖານ​ທີ່​ທ່ອງ​ທ່ຽວ​ອື່ນໆ​ທີ່​ເຊື່ອມ​ໂຍງ​ໃນ​ໂອກາດ​ເທສະການກຸດ​ຈີນ ເຊິ່ງເປັນທາງເລືອກການເດີນທາງທີ່ມີຄຸນຄ່າ ແລະ ເຊື່ອຖືໄດ້ສໍາລັບລູກຄ້າໃນໂອກາດພິເສດຂອງພວກເຂົາ.

​ໃນ​ປີ 2023 Vietjet ​ໄດ້​ດຳ​ເນີນ​ຖ້ຽວ​ບິນ 133.000 ຖ້ຽວ ດ້ວຍ​ຜູ້​ໂດຍສານ 25.3 ລ້ານ​ຄົນ (ບໍ່​ລວມ Vietjet ​ໄທ) ​ເພີ່ມ​ຂຶ້ນ 183% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ທີ່ຜ່ານມາ ​ໃນ​ນັ້ນ​ມີ 7,6 ລ້ານ​ຄົນ​ໃນ​ຖ້ຽວ​ບິນ​ສາກົນ. ສາຍ​ການ​ບິນ​ໃນ​ປີ​ທີ່ຜ່ານມາ​ນີ້​ຍັງ​ໄດ້​ສືບ​ຕໍ່​ຂະ​ຫຍາຍ​ເຄືອ​ຂ່າຍ​ຖ້ຽວ​ບິນ​ໃໝ່ທີ່ 33 ເສັ້ນ​ທາງ​ທັງ​ພາຍ​ໃນ ​​ແລະ ​​ຕ່າງ​ປະ​ເທດ, ເຮັດ​ໃຫ້​ເສັ້ນ​ທາງ​ທັງ​ໝົດລວມ​ມີ 125 ເສັ້ນ​ທາງ, ໃນ​ນັ້ນ​ມີ 80 ເສັ້ນ​ທາງ​​ໃນຕ່າງ​ປະ​ເທດ ແລະ 45 ເສັ້ນ​ທາງພາຍໃນປະເທດ.

ຂໍ້ມູນເພີ່ມເຕີມທີ່ www.vietjetair.com

Media contact:

Bigblue Agency Laos

Call: +85620 78911848 (Lath)

Vietjet

Ms. Kieu Duong (Amy)

Email: kieuduong@vietjetair.com

Cell: +84 932 775 066

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/