ຄາເຟ່ໝູນ້ອຍ ໃນປະເທດຢີ່ປຸ່ນກຽມເພີ່ມສາຂາ ຫຼັງໄດ້ຮັບຄວາມນິຍົມ


ເມື່ອປະມານ 5 ປີກ່ອນມີຮ້ານຊື່ວ່າ “Mipig Cafe” ເຊິ່ງເປັນຄາເຟ່ສັດລ້ຽງປະເພດໝູ ແຫ່ງທຳອິດຂອງປະເທດຍີ່ປຸ່ນ ເປີດໃຫ້ບໍລິການໃນໂຕກຽວ ເຂດປົກຄອງພິເສດເມງຸໂຣະ ດ້ວຍຄວາມແປກ ແລະ ແຕກຕ່າງຈາກບ່ອນອື່ນ ເພາະໃຊ້ “ໝູພັນນ້ອຍ” ມາຕ້ອນຮັບຈົນເຮັດໃຫ້ຮ້ານເກີດຄວາມນິຍົມໄດ້ຢ່າງວ່ອງໄວ.

ຄ່າບໍລິການຂອງຄາເຟ່ໝູນ້ອຍ ເລີ່ມຕົ້ນທີ່ 2,200 ເຢນ ລູກຄ້າຈະສາມາດຫຼິ້ນກັບຝູງໝູນ້ອຍ ເປັນເວລາ 30 ນາທີ ໂດຍທາງຮ້ານໄດ້ເຝິກໃຫ້ໝູນ້ອຍຄຸ້ນເຄີຍກັບການໃຊ້ຊີວິດ ກັບຄົນໃນຖານະສັດລ້ຽງ ແລະ ເຝິກນິດໄສຈຳເປັນເຊັ່ນ ການຂັບຖ່າຍເປັນຕົ້ນ. ນອກຈາກນີ້ ຍັງມີການຈຳໜ່າຍໝູນ້ອຍໃນລາຄາໂຕລະ 200,000 ເຢນ.

ໂດຍທາງຮ້ານໄດ້ກ່າວເຖິງແຜນໃນອະນາຄົດວ່າ ທາງຮ້ານກຳລັງເປີດສາຂາເພີ່ມອີກ 2 ແຫ່ງໃນໂຕກຽວ ເພາະໃນຕອນນີ້ຄາເຟ່ໝູໄດ້ຮັບຄວາມນິຍົມເປັນຢ່າງກວ້າງຂວາງ ແຕ່ກໍມີກຸ່ມຜູ້ດູແລດ້ານສິດທິຂອງສັດອອກມາສະແດງຄວາມກັງວົນເຖິງສະຫວັດດີການຂອງໝູນ້ອຍ ພ້ອມໃຫ້ລັດຖະບານອອກມາດູແລ ແລະ ຈັດລະບຽບຄາເຟ່ເຫຼົ່ານີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/