ອິນເດຍຕັ້ງເປົ້າ ເກັບລາຍຮັບໃຫ້ໄດ້ 1,7 ພັນລ້ານໂດລາ ຈາກພາສີ ການພະນັນອອນລາຍ


ລັດຖະບານອິນເດຍຄາດວ່າຈະເກັບພາສີສິນຄ້າ ແລະ ການບໍລິການຈາກບໍລິສັດການພະນັນອອນລາຍເຖິງ 1.4 ແສນລ້ານ ຣູປີ ຫຼື ປະມານ1,7 ພັນລ້ານ ໂດລາໃນງົບປະມານປີ 2025.

ໂດຍໃນເດືອນ ຕຸລາ ປີ 2023 ທີ່ຜ່ານມາ ອິນເດຍໄດ້ປະກາດເອີ້ນເກັບພາສີ 28% ຈາກລາຍໄດ້ທີ່ບໍລິສັດການພະນັນອອນລາຍ ທີ່ເກັບຈາກລູກຄ້າໃນການເດີມພັນແຕ່ລະຄັ້ງ ໂດຍອ້າງຄວາມກັງວົນກ່ຽວກັບການຕິດການພະນັນ ເຊິ່ງການປະກາດດັ່ງກ່າວ ສ້າງຄວາມປະຫຼາດໃຈຢ່າງແຮງໃຫ້ກັບອຸດສາຫະກຳການພະນັນອອນລາຍ ໃນອິນເດຍ.

ທ່ານ Sanjay Malhotra ຫົວໜ້າອາກອນຂອງປະເທດອິນເດຍ ກ່າວວ່າ: ໃນງົບປະມານປີ 2023 ທີ່ຈະສິ້ນສຸດລົງໃນເດືອນມີນານີ້ ລັດຖະບານຈະເກັບພາສີຈາກບໍລິສັດພະນັນອອນລາຍໃຫ້ໄດ້ 75 ພັນລ້ານ ຣູປີ ເພີ່ມຈາກ 16 ພັນລ້ານ ໃນປີກ່ອນໜ້ານີ້ ຂະນະທີ່ພາສີດັ່ງກ່າວສ້າງລາຍໄດ້ໃຫ້ກັບລັດຖະບານເຖິງ 35 ພັນລ້ານຣູປີ ໃນໄຕມາດສຸດທ້າຍຂອງ ປີ 2023.

ທ່ານ Malhotra ກ່າວອີກວ່າ ອຸດສາຫະກໍານີ້ມີສະຖຽນລະພາບ ແຕ່ຍັງໄວເກີນໄປທີ່ຈະສະຫຼຸບຜົນ ພ້ອມກັບເສີມວ່າຈະມີການທົບທວນກອບການເຮັດວຽກເພື່ອຈັດເກັບພາສີບໍລິສັດ ພະນັນອອນລາຍຕື່ມອີກ ໃນເດືອນເມສາທີ່ຈະຮອດນີ້, ແຕ່ບໍ່ໄດ້ໝາຍຄວາມວ່າອັດຕາພາສີຈະມີການປ່ຽນແປງຫຼືບໍ່ແຕ່ຢ່າງໃດ.

https://www.reuters.com/world/india/india-aims-collect-17-bln-online-gambling-tax-fy25-2024-02-03/

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/