ວິໄຈໃໝ່ພົບ ຄວາມຍາວຂອງດັງ ສົ່ງຜົນຕໍ່ອາຍຸຂອງໝາ


ສຳລັບຄົນມີສັດລ້ຽງ ບໍ່ຕ້ອງການຫຍັງໄປຫຼາຍກວ່າໃຫ້ສັດລ້ຽງຢູ່ນຳຕົນເອງໄປດົນໆ ເຊິ່ງແນ່ນອນວ່າອາຍຸຂອງສັດລ້ຽງມັນຈະສັ້ນກວ່າຄົນເຮົາ ໂດຍສັດລ້ຽງແຕ່ລະຊະນິດແຕ່ລະສາຍພັນກໍມີອາຍຸທີ່ແຕກຕ່າງອອກໄປລວມໄປຮອດໝາ ແຕ່ຮູ້ກັນຫຼືບໍ່ວ່າເຮົາສາມາດຮູ້ອາຍຸໄຂຂອງໝາທີ່ເຮົາລ້ຽງໄວ້ງ່າຍໆ ດ້ວຍການເບິ່ງ “ຄວາມຍາວຂອງດັງ”.

ງານວິໄຈໃໝ່ໃນສະຫະຣາຊະອານາຈັກ ໄດ້ສຶກສາຂໍ້ມູນຈາກໝາຫຼາຍກວ່າ 584,000 ໂຕທົ່ວສະຫະຣາຊະອານາຈັກ ໄດ້ລະບຸວ່າ “ຄວາມຍາວຂອງດັງໝາ ລວມໄປຮອດຂະໜາດໂຕ ແລະ ເພດ ສາມາດສົ່ງຜົນຕໍ່ອາຍຸໄຂຂອງໝາໄດ້” ເຊິ່ງໝາຍຄວາມວ່າ ຫາກໝາຂອງທ່ານເປັນໝາໂຕນ້ອຍດັງຍາວ ຫຼື ເປັນໝາເພດແມ່ຂະໜາດທີ່ມີສັດສ່ວນໃບໜ້າທ່ົ່ວໄປ ມີແນວໂນ້ມວ່າຈະຢູ່ນຳທ່ານດົນກວ່າໝາດັງສັ້ນ ຫາກເປັນເພດຜູ້ຂະໜາດກາງ ມີແນວໂນ້ມຈະອາຍຸສັ້ນກວ່າເພດແມ່ໜ້າຍາວໂຕນ້ອຍ.

ສ່ວນເພດຂອງໝາ ພົບວ່າຜົນສ່ວນໃຫຍ່ຢູ່ໃນຮູບແບບທີ່ຄາດການເອົາໄວ້ ຄືເພດແມ່ຈະມີອາຍຸຍາວນານກວ່າເພດຜູ້ ສ່ວນໝາໂຕນ້ອຍອາຍຸຍືນກວ່າໝາໂຕໃຫຍ່. ໝາພັນນ້ອຍ ແລະ ຂະໜາດກາງທີ່ດັງຍາວຈະມີອາຍຸໂດຍສະເລ່ຍຫຼາຍກວ່າ 12 ປີ ໃນເວລາດຽວກັນໝາໜ້າສັ້ນທຸກຂະໜາດຈະມີອາຍຸບໍ່ຮອດເກນດັ່ງກ່າວ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/