Genesis ວາງແຜນທີ່ຈະເທຂາຍກອງທຶນ Trust ມູນຄ່າ 1.6 ຕື້ໂດລາ ເພື່ອນຳເງິນມາຊໍາລະໃຫ້ກັບເຈົ້າໜີ້


Genesis ບໍລິສັດຜູ້ໃຫ້ກູ້ crypto ທີ່ລົ້ມລະລາຍໄດ້ຍື່ນຄຳຮ້ອງຂໍຕໍ່ສານໃນສະຫະລັດສໍາລັບເຂດພາກໃຕ້ຂອງນິວຢອກ ເພື່ອຂໍອະນຸຍາດໃຫ້ເທຂາຍກອງທຶນ Greyscale Bitcoin Trust (GBTC), Grayscale Ethereum Trust (ETHE) ແລະ Greyscale Ethereum Classic Trust (ETCG) ລວມມູນຄ່າປະມານ 1.6 ຕື້ໂດລາ.

ໃນເອກະສານທີ່ໄດ້ຍື່ນຟ້ອງຕໍ່ສານເມື່ອບໍ່ດົນມານີ້, Genesis ໄດ້ເນັ້ນໜັກເຖິງຄວາມຮີບດ່ວນໃນການເທຂາຍກອງທຶນ Trust ຂອງຕົນກ່ອນທີ່ລາຄາຂອງສິນຊັບຈະເກີດການຜັນຜວນຂຶ້ນ. ໂດຍ Genesis ຈະເທຂາຍກອງທຶນທີ່ຖື Bitcoin, Ethereum ແລະ Ethereum Classic ເພື່ອນຳເງິນມາຊໍາລະຄືນໃຫ້ກັບເຈົ້າໜີ້.

ບໍລິສັດ Genesis ໄດ້ຖືຄອງ GBTC ໄວ້ທີ່ປະມານ 87% ຂອງຫຼັກຊັບ, ເຊິ່ງມີມູນຄ່າ 1.38 ຕື້ໂດລາ.

ໃນຂະນະດຽວກັນ, ກໍໄດ້ຖືກອງທຶນ ETHE Trust ໄວ້ປະມານ 10% ETHE Trust ແລະ ກອງທຶນ ETHCG ປະມານ 3% ຂອງຫຼັກຊັບ, ໂດຍຄິດເປັນມູນຄ່າ 169 ລ້ານໂດລາ ແລະ 38 ລ້ານໂດລາ ຕາມລໍາດັບ.

ອີງຕາມຂໍ້ມູນການຍື່ນຟ້ອງໃນເດືອນກັນຍາ 2023, ກອງທຶນ GBTC Trust ໄດ້ຖືຄອງ Bitcoin ປະມານ 3.2% ຂອງ Bitcoin ທີ່ໝຸນວຽນທັງໝົດ. ແລະອີງຈາກຂໍ້ມູນໃນເດືອນທັນວາ 2022 ໄດ້ລະບຸວ່າກອງທຶນ ETHE Trust ຖືຄອງ Ethereum ປະມານ 2.5% ຂອງ Ethereum ທີ່ໝຸນວຽນທັງໝົດ ແລະ ກອງທຶນ ETCG Trust ຖືຄອງ Ethereum Classic ໄວ້ປະມານ 8.5%.

ໂດຍ Genesis ອ້າງວ່າດ້ວຍການອະນຸມັດຂອງ Bitcoin ETF ໃນວັນທີ 10 ມັງກອນທີ່ຜ່ານມາ, ຈະສາມາດແປງ GBTC ເຊິ່ງເປັນກອງທຶນ Bitcoin ETF ໃຫ້ເປັນເງິນສົດໄດ້ໂດຍຜ່ານ Redemption program.

ຢ່າງໃດກໍຕາມ, ກອງທຶນ ETH Trust ບໍ່ໄດ້ມີການເຮັດ Redemption program, ດັ່ງນັ້ນຈຶ່ງຕ້ອງໄດ້ຮັບການຍິນຍອມເປັນລາຍລັກອັກສອນຈາກຜູ້ສະໜັບສະໜູນໃນການຂາຍຮຸ້ນ.

ທີ່ມາ:

cointelegraph

assets.ctfassets

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/