ລະວັງ! ມິດສາຊີບໃຊ້ Deepfake ຕົວະເອົາເງິນ 25 ລ້ານໂດລາ


ເຕັກໂນໂລຊີກ້າວໜ້າໄປຢ່າງຕໍ່ເນື່ອງ ນອກຈາກເຮັດໃຫ້ຜູ້ຄົນສະດວກສະບາຍແລ້ວ ມັນຍັງສົ່ງຜົນໃຫ້ມິດສາຊີບມີຄວາມສະຫຼາດໃນການຫຼອກລວງຜູ້ຄົນ ເພາະຫຼ້າສຸດກໍໄດ້ມີເຕືອນໄພຈາກຮ່ອງກົງ ເມື່ອເຈົ້າໜ້າທີ່ການເງິນຂອງບໍລິສັດຂ້າມຊາດແຫ່ງໜຶ່ງໄດ້ຖືກຕົວະໃຫ້ໂອນເງິນ 25 ລ້ານໂດລາ ໃຫ້ກັບມິດສາຊີບ ໂດຍມິດສາຊີບໃຊ້ເຕັກໂນໂລຊີ Deepfake ປອມຕົວເປັນປະທານເຈົ້າໜ້າທີ່ການເງິນ ພ້ອມປາກົດຕົວໃນການປະຊຸມ.

ວິດີໂອເຕັກໂນໂລຊີ Deepfake ນັ້ນຄືການສ້າງຮູບພາບ, ສຽງ ແລະ ວີດີໂອ ໂດຍນຳໃບໜ້າ ແລະ ສຽງຂອງບຸກຄົນຕ່າງໆມາສວມຮອຍ ເຮັດໃຫ້ຄົນຫຼົງເຊື່ອວ່າເປັນບຸກຄົນນັ້ນແທ້ໆ.

ທາງເຈົ້າໜ້າທີ່ຕຳຫຼວດຂອງຮ່ອງກົງ ໄດ້ລາຍງານວ່າ ການຫຼອກລວງຄັ້ງນີ້ມີຄວາມຊັບຊ້ອນ ໂດຍພະນັກງານທີ່ຖືກຕົວະໃຫ້ປະຊຸມແບບວິດີໂອ ເຊິ່ງໃນໜ້າຈໍກໍເປັນເຕັມໄປດ້ວຍພະນັກງານຂອງບໍລິສັດ ລວມໄປຮອດ CEO. ແຕ່ຄວາມຈິງແລ້ວທຸກຄົນລ້ວນຖືກສ້າງຂຶ້ນດ້ວຍ Deepfake.

ຄະດີນີ້ເປັນໜຶ່ງໃນຄະດີຂອງຮ່ອງກົງ ທີ່ມີມິດສາຊີບໃຊ້ເຕັກໂນໂລຊີ Deepfake ເພື່ອດັດແປງພາບ ແລະ ວິດີໂອຕ່າງໆ ເພື່ອຕົວະເອົາເງິນຜູ້ຄົນ ໂດຍທີ່ຜ່ານມາຕຳຫຼວດຮ່ອງກົງສາມາດຈັບຜູ້ຕ້ອງຫາໄດ້ 6 ຄົນ ພ້ອມກັນນັ້ນເຈົ້າໜ້າທີ່ທົ່ວໂລກມີຄວາມກັງວົນເພີ່ມຂຶ້ນກ່ຽວກັບຄວາມຊັບຊ້ອນຂອງເຕັກໂນໂລຊີ Deepfake ແລະ ການໃຊ້ງານໄປໃນທາງທີ່ບໍ່ດີ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/