ການຂະຫຍາຍຕົວຂອງເສດຖະກິດອິນໂດເນເຊຍໃນປີ 2023 ໄດ້ມີການຊະລໍຕົວລົງ ເນື່ອງຈາກການສົ່ງອອກສິນຄ້າທີ່ອ່ອນແອ


ໃນວັນຈັນທີ່ຜ່ານມາໄດ້ມີການເປີດເຜີຍຂໍ້ມູນຂອງຕົວເລກການຂະຫຍາຍຕົວຂອງເສດ​ຖະ​ກິດ​ໃນ​ອິນ​ໂດ​ເນ​ເຊຍ​ໃນ​ປີ 2023 ເຊິ່ງໄດ້ມີການ​ເຕີບ​ໂຕທີ່ 5.05%, ​ຫຼຸດລົງ​ຈາກ 5.31% ໃນປີ 2022. ໂດຍສາເຫດຫຼັກແມ່ນມາຈາກລາຄາສິນຄ້າໂພກປະພັນທີ່ຫຼຸດລົງ ສົ່ງຜົນກະທົບຕໍ່ການສົ່ງອອກ ແລະ ນະໂຍບາຍການເງິນທີ່ເຂັ້ມງວດ ສົ່ງຜົນກະທົບຕໍ່ຄວາມຕ້ອງການພາຍໃນປະເທດ.

  • ສຳລັບຕົວເລກ GDP: ກົມສະຖິຕິອິນໂດເນເຊຍ (BPS) ໄດ້ມີການລາຍງານວ່າ ເສດຖະກິດອິນໂດເນເຊຍເຕີບໂຕ 5.05% ໃນປີ 2023 ເມື່ອທຽບໃສ່ປີ 2022, ເຊິ່ງຕ່ຳກວ່າການຄາດການຂອງນັກວິເຄາະທີ່ 5.17% ແລະ ຕ່ຳກວ່າຄາດໝາຍຂອງລັດຖະບານທີ່ 5.3% – 5.9%.

ການ​ສົ່ງ​ອອກ: ການ​ສົ່ງ​ອອກ​ສິນ​ຄ້າ​ ແລະ ​ການ​ບໍ​ລິ​ການ​ຂອງ​ອິນ​ໂດ​ເນ​ເຊຍ​ໃນ​ປີ 2023 ມີການຂະຫຍາຍຕົວຢູ່ທີ່ 4.93%, ເຊິ່ງຫຼຸດລົງ​ຈາກ 18.37% ໃນ​ປີ 2022 ໂດຍມີສາເຫດມາຈາກ:

  • ຄວາມຕ້ອງການໃນທົ່ວໂລກທີ່ຊະລໍຕົວ: ເສດຖະກິດໂລກທີ່ຊະລໍຕົວ ສົ່ງຜົນກະທົບ​ຕໍ່​ຄວາມ​ຕ້ອງການ​ສິນຄ້າ​ຈາກ​ອິນ​ໂດ​ເນ​ເຊຍ.
  • ລາຄາສິນຄ້າໂພກປະພັນທີ່ຫຼຸດລົງ: ລາຄາສິນຄ້າໂພກປະພັນເຊັ່ນ ຖ່ານຫິນ, ເຫຼັກ ແລະ ນ້ຳມັນປາມດິບຫຼຸດລົງ ສົ່ງຜົນກະທົບຕໍ່ລາຍໄດ້ຈາກການສົ່ງອອກຂອງອິນໂດເນເຊຍ, ເຊິ່ງເປັນແຮງຂັບເຄື່ອນຫຼັກຂອງເສດຖະກິດ.
  • ສົງ​ຄາມ​ການ​ຄ້າ​ລະຫວ່າງຈີນ ແລະ ສະຫະລັດສົ່ງຜົນ​ກະ​ທົບ​ຕໍ່​ເສດ​ຖະ​ກິດ​ໂລກ ລວມທັງອິນໂດເນເຊຍ
  • ຄວາມບໍ່ແນ່ນອນທາງດ້ານການເມືອງ: ການເລືອກຕັ້ງທົ່ວໄປໃນອິນໂດເນເຊຍ ທີ່ຈັດຂຶ້ນໃນປີ 2023

ເສດ​ຖະ​ກິດ​ພາຍ​ໃນ​ປະ​ເທດ​ຂອງ​ອິນ​ໂດ​ເນ​ເຊຍຍັງຄົງ​​ເຕີບ​ໂຕຢ່າງຕໍ່ເນື່ອງຈາກການບໍລິໂພກຂອງພາກເອກະຊົນທີ່ຂະຫຍາຍຕົວ 5.41% ແລະ ການລົງທຶນຂອງເອກະຊົນທີ່ເພີ່ມຂຶ້ນ 4.96%.

ຢ່າງໃດກໍຕາມ, ລັດຖະບານອິນໂດເນເຊຍໄດ້ມີການຄາດການໄວ້ວ່າອັດຕາການເຕີບໂຕຂອງເສດຖະກິດພາຍໃນປະເທດຈະມີການຂະຫຍາຍຕົວເພິ່ມຂຶ້ນທີ່ 5.2% ໃນປີ 2024 ແລະ ການລົງທຶນໃນພາກເອກະຊົນຄາດວ່າຈະຟື້ນຕົວ, ຫຼັງຈາກຄວາມບໍ່ແນ່ນອນທາງດ້ານການເມືອງທີ່ໄດ້ຮັບການແກ້ໄຂແລ້ວ.

ທະນາຄານກາງອິນໂດເນເຊຍ ອາດຈະມີໂອກາດຫຼຸດອັດຕາດອກເບ້ຍໃນເຄິ່ງປີຫຼັງຂອງປີ 2024. ໃນຂະນະທີ່ລັດ​ຖະ​ບານ​ໄດ້​ເລັ່ງການດຳເນີນ​​ໂຄງ​ການ​ຕ່າງໆ​ກ່ອນ​ໝົດວາລະຂອງ​ຕົນ ເພື່ອ​ຫຼຸດ​ຜ່ອນ​ຜົນ​ກະ​ທົບ​ຕໍ່​ເສດ​ຖະ​ກິດ.

ທີ່ມາ:

businesstimes

reuters

data.worldbank.org

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/