ບໍລິສັດເກົາຫຼີໃຕ້ແຈກເງິນ 100 ລ້ານວອນສຳລັບການເກີດລູກ 1 ຄົນ ເພື່ອແກ້ໄຂບັນຫາອັດຕາການເກີດທີ່ຫຼຸດລົງ


ບໍລິສັດ Booyoung Group ແມ່ນບໍລິສັດທໍາອິດໃນເກົາຫຼີ້ໃຕ້ທີ່ມີແນວຄິດເລີ່ມໃໝ່ໃນການແກ້ບັນຫາອັດຕາການເກີດທີ່ຕໍ່າ. ໂດຍຈະມອບເງິນສະໜັບສະໜູນໃຫ້ແກ່ພະນັັກງານ 100 ລ້ານວອນ ຫຼື ຫຼາຍກວ່າ 1.5 ຕື້ກີບຕໍ່ການເກີດລູກ 1 ຄົນ.

Lee Jung-geun ປະທານກຳມະການຂອງ Booyoung ໄດ້ມອບເງິນຊ່ວຍເຫຼືອການເກີດລູກທັງໝົດ 7 ຕື້ວອນໃຫ້ແກ່ພະນັກງານ. ໂດຍຄິດເປັນເງິນຈໍານວນ 100 ລ້ານວອນຕໍ່ລູກ 70 ຄົນທີ່ເກີດຕັ້ງແຕ່ປີ 2021 ໃນງານປີໃໝ່ທີ່ສໍານັກງານໃຫຍ່ຂອງບໍລິສັດ.

Lee Jung-geun ກ່າວວ່າ “ນອກເໜືອຈາກຄວາມພະຍາຍາມຂອງລັດຖະບານ ບໍລິສັດຂອງພວກເຮົາຍັງໄດ້ຕັດສິນໃຈທີ່ຈະຊ່ວຍບັນເທົາພາລະທາງດ້ານການເງິນໃນການລ້ຽງລູກ. ນີ້ຖືວ່າເປັນສາເຫດຫຼັກຂອງບັນຫາອັດຕາການເກີດຕໍ່າ ​ແລະ ​ສະໜັບສະໜູນ​ພະນັກງານ​ໃຫ້​ສາມາດ​ເຮັດ​ວຽກ ​ແລະ ​ເບິ່ງ​ແຍງ​ຄອບຄົວ​ຢ່າງ​ສົມ​ດຸນ”

ບໍລິສັດ Booyoung ຍັງວາງແຜນທີ່ຈະສືບຕໍ່ໃຫ້ການຊ່ວຍເຫຼືອທາງດ້ານການເງິນ 100 ລ້ານວອນແກ່ພະນັກງານທີ່ເກີດລູກຕໍ່ໄປ. ໂດຍພະນັກງານ Son Jeong-hyun, ທີ່ຫາກໍເກີດລູກໃນວັນທີ 3 ມັງກອນປີນີ້ ເວົ້າວ່າ “ກ່ອນ ແລະ ຫຼັງເກີດລູກ. ຂ້ອຍມີຄວາມເປັນກັງວົນຫຼາຍກ່ຽວກັບຄ່າໃຊ້ຈ່າຍໃນການລ້ຽງລູກ. ແຕ່ຈາກການຊ່ວຍເຫຼືອທີ່ດີເລີດຈາກບໍລິສັດ Booyoung, ໃນຕອນນີ້ຂ້ອຍສາມາດວາງແຜນສໍາລັບລູກຄົນທີສອງຂອງຂ້ອຍໄດ້ແລ້ວ. ຂໍຂອບໃຈບໍລິສັດສໍາລັບການສະໜັບສະໜູນເປັນຢ່າງດີ”

ນອກຈາກນີ້, ບໍລິສັດຍັງໄດ້ສະເໜີທີ່ຈະມອບທີ່ຢູ່ອາໄສໃນຮູບໃຫ້ເຊົ່າຖາວອນ, ເຊິ່ງມີຂະໜາດເທົ່າກັບໂຄງການເຮືອນຈັດສັນໃຫ້ແກ່ພະນັກງານທີ່ມີລູກຄົນທີສາມ. ໂດຍຂຶ້ນຢູ່ກັບເງື່ອນໄຂວ່າລັດຖະບານຈະອະນຸຍາດໃຫ້ພາກເອກະຊົນເຂົ້າຮ່ວມໂຄງການເຮືອນເຊົ່າຖາວອນຫຼືບໍ່.

​ແນວ​ໃດ​ກໍ​ດີ, Lee Jung-geun ໄດ້​ສະ​ເໜີ​ນະ​ໂຍບາຍ​ຍົກ​ເວັ້ນພາສີ​ສຳລັບ​ການ​ບໍລິຈາກ​ເພື່ອ​ສະໜັບສະໜູນ​ການ​ເກີດ​ລູກ. ເພື່ອແກ້ໄຂບັນຫາອັດຕາການເກີດຕໍ່າ ໂດຍອະນຸຍາດໃຫ້ຜູ້ບໍລິຈາກສາມາດຫຼຸດພາສີໄດ້ ແລະ ສະເໜີໃຫ້ບຸກຄົນ ຫຼື ບໍລິສັດບໍລິຈາກເງິນເຖິງ 100 ລ້ານວອນຕໍ່ເດັກທີ່ເກີດຫຼັງປີ 2021 ແລະ ສາມາດນໍາເອົາຈໍານວນເງິນບໍລິຈາກຈາກບຸກຄົນ ແລະ ບໍລິສັດໄປໃຊ້ໃນການຫຼຸດພາສີໄດ້ໃນທ້າຍປີ.

ທີ່ມາ:

straitstimes

chosun

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/