ຮູບແຕ້ມ “ຜີ” ອາຍຸເກົ່າແກ່ທີ່ສຸດໃນໂລກ ຈາກເມືອງບາບິໂລນ ປະເທດອັງກິດ


ການຄົ້ນພົບຮູບພາບແຕ້ມໃນຝາຫີນ ເປັນຮູບແຕ້ມ “ຜີ”  ທີ່ມີອາຍຸ 3,500 ປີ ຮູບແຕ້ມຜີທີ່ເກົ່າແກ່ທີ່ສຸດໃນໂລກ ຈາກເມືອງບາບິໂລນ ປະເທດອັງກິດ ຫຼື (British Museum) ໃນຕົວເມືອງລອນດອນ. ພາບດັ່ງກ່າວ ປາກົດຢູ່ເທິງແຜ່ນດິນໜຽວຂະໜາດເທົ່າກັບຝາມື ເຊິ່ງເຜີຍໃຫ້ເຫັນພາບຂອງວິນຍານຜູ້ຊາຍມີໜວດ ລັັກສະນະອົມທຸກ ທີ່ຖືກມັດດ້ວຍເຊືືອກ ແລ້ວຖືກຜູ້ຍິງຄົນໜຶ່ງຈູງໄປສູ່ຍົມມະໂລກ

ລັກສະນະທາງຫຼັງຂອງແຜ່ນດິນໜຽວມີອັກສອນຮູບ (Cuneiform) ເຊິ່ງເປັນລະບົບພາສາບູຮານ ທີ່ໃຊ້ໃນແຖວຕາເວັນອອກກາງ ເຊິ່ງໄດ້ຂຽບັນຍາຍເຖິງພິທີກຳໄລ່ຜີທີ່ອອກມາຫຼອກຫຼອນ ແລະ ລົບກວນຜູ້ຄົນ ໃຫ້ໄດ້ໄປສູ່ສຸຂະຕິ ດ້ວຍການຫາຄູ່ຄອງຜູ້ຍິງໃຫ້.

ພາບແຕ້ມດັ່ງກ່າວຖືກເກັບຮັກສາໄວ້ໃນຄັງເກັບວັດສະດຸບູຮານຂອງ British Museum ມາຕັ້ງແຕ່ສະຕະວັດທີ XIX ແຕ່ກໍມີການແປຂໍ້ຄວາມທີ່ຜິດພາດ ແລະ ຖືກປ່ອຍປະລະເລີຍມາເປັນເວລາດົນນານ. ຈົນມີຜູ້ຊ່ຽວຊານດ້ານອັກສອນ ແລະ ພາກສ່ວນຂອງພິພິທະພັນໄປພົບ ແລະ ເຮັດການສຶກສາໃໝ່. ເຊື່ອວ່າແຜ່ນດິນໜຽວນີ້ເປັນຕຳລາອະທິບາຍເຖິງວິທີການສົ່ງວິນຍານ ທີ່ບໍ່ເພິ່ງປະສົງກັບໄປສູ່ໂລກ ແລະ ໃນອະດີດ ມັນອາດເຄີຍຢູ່ໃນຫ້ອງສະໝຸດເວດມົນທີ່ເຮືອນຂອງໝໍຜີ ຫຼື ໃນສາສະໜາຂອງຄົນໃນເມືອງບາບິໂລນ. ລາວຫວັງວ່າຈະມີການນຳແຜ່ນດິນໜຽວນີ້ອອກຈັດສະແດງໃຫ້ປະຊາຊົນໄດ້ຊົມກັນຕໍ່ໄປ.

ນອກຈາກນີ້ ຜູ່ຊ່ຽວຊານ ຍັງອະທິບາຍການຄົ້ນພົບຄັ້ງນີ້ໃນວີດີໂອໃນພິພິທະພັນວ່າ “ຂ້ອຍເຂົ້າໃຈວ່າທຸກຄົນໃນເມໂສໂປເຕເມຍ ມີຄວາມເຊື່ອໃນເລື່ອງຜີ ແລະ ເຊື່ອວ່າຜູ້ຄົນສະໄໝນັ້ນສົງສານຜີ” ເພາະວິນຍານເຫຼົ່ານີ້ ບໍ່ມີຄວາມສຸກ ແລະ ຕ້ອງໄດ້ຮັບຄວາມຊ່ວຍເຫຼືອດູແລ ເຊິ່ງພາບແຜ່ນດິນໜຽວນີ້ ບັນຍາຍເຖິງຜູ້ຊາຍທີ່ກັບມາໂລກ ເພາະຮູ້ສຶກເຫງົາ ແລະ ໂດດດ່ຽວ ເຊິ່ງພາບດັ່ງກ່າວເຜີຍໃຫ້ເຫັນວ່າມີການຫາຄູ່ຮັກໃຫ້ ເພື່ອນຳລາວໄປສູ່ສຸຂະຕິ.

ຂໍ້ມູນຈາກ:

https://cutt.ly/ewqWz761

https://cutt.ly/fwqWxuB1

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/